ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານການໂຈມຕີທາງອາກາດຂອງເທີກີ ຢູ່ທາງພາກເໜືອຂອງ ຊີເຣຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ


ນີ້​ແມ່ນ​ແຜນ​ທີ່​ເຂດ​ຊາຍ​ແດນ ລະ​ຫວ່າງ ປະ​ເທດ ຊີເຣຍ ກັບ ເທີກີ.
ນີ້​ແມ່ນ​ແຜນ​ທີ່​ເຂດ​ຊາຍ​ແດນ ລະ​ຫວ່າງ ປະ​ເທດ ຊີເຣຍ ກັບ ເທີກີ.

ເທີກີ ໄດ້ດໍາເນີນການໂຈມຕີທາງອາກາດຢູ່ທາງທິດເໜືອຂອງ ຊີເຣຍ ໃນວັນ ອັງຄານວານນີ້ ຢູ່ໃກ້ກັບຊາຍແດນຂອງປະເທດ ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 11 ຄົນ ລວມທັງທະຫານຂອງລັດຖະບານ ຊີເຣຍ ນໍາອີກດ້ວຍ, ຜູ້ສັງເກດການສົງຄາມຝ່າຍຄ້ານ ແລະ ສື່ສັງຄົມຂອງຊາວເຄີດໄດ້​ກ່າວ. ອີງຕາມລາຍງານຈາກອົງການຂ່າວ AP.

ການໂຈມຕີດັ່ງກ່າວເກີດຂຶ້ນບໍ່​ໄກຈາກທາງທິດຕາເວັນຕົກຂອງ​ເມືອງ ໂຄ​ບາ​ນີ ທີ່ຢູ່ທາງພາກເໜືອຂອງປະເທດ, ແລະ ໄດ້ເກີດຂຶ້ນທ່າມກາງຄວາມເຄັ່ງຕຶງໃນ​ ພາກເໜືອຂອງ ຊີເຣຍ ລະຫວ່າງ ພວກ​ນັກ​ລົບຊາວເຄີດທີ່ຖືກ​ໜູນຫຼັ​ງ​ໂດຍ ສະຫະລັດ ແລະພວກມື​ປືນຝ່າຍຄ້ານທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ເທີ​ກີ.

ສື່ມວນ​ຊົນທາງການຂອງ ຊີເຣຍ ໄດ້ອ້າງຄຳ​ເວົ້າຈາກເຈົ້າໜ້າທີ່ທະຫານທີ່ບໍ່ປະ​ສົງ​ອອກຊື່ວ່າ ການໂຈມຕີທາງອາກາດຂອງເທີກີ ໄດ້ເຮັດໃຫ້ທະຫານເສຍຊີວິດ 3 ຄົນ ແລະບາດເຈັບອີກ 6 ຄົນ. ເຈົ້າໜ້າທີ່ຄົນ​ດັ່ງ​ກ່າວ​ເວົ້າວ່າ ກອງທັບ ຊີເຣຍ ໄດ້ຕອບໂຕ້ໂດຍແນເປົ້າໝາຍໃສ່ສະຖານທີ່ຕັ້ງຂອງກອງທັບເທີກີ ແລະພວກນັກ​ລົບຝ່າຍຄ້ານທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະບານເທີກີ.

ກຸ່ມນັກສັງເກດການຊາວຊີເຣຍ ທີ່ມີສໍານັກງານຕັ້ງຢູ່ໃນປະເທດອັງກິດ, ເຊິ່ງ ເປັນຜູ້ສັງເກດຕິດຕາມກ່ຽວກັບສົງຄາມຝ່າຍຄ້ານກ່າວວ່າ ການໂຈມຕີທາງ ອາກາດຂອງເທີກີ ໄດ້ສັງຫານ 11 ຄົນ, ໂດຍກ່າວເສີມວ່າ ມັນຍັງບໍ່ທັນເປັນທີ່ ແຈ່ມແຈ້ງວ່າ ເປັນທະຫານຂອງຊີເຣຍທັງໝົດຫຼືບໍ່, ເຊິ່ງພວກເຂົາກ່າວອີກວ່າ ມີ 8 ຄົນໄດ້ຮັບບາດເຈັບ.

ອົງການຂ່າວ ຮາວາ (Hawar), ເຊິ່ງເປັນອົງ​ການຂ່າວຂອງຊາວເຄີດທີ່ປົກ ຄອງຕົນເອງຢູ່ໃນຂົງເຂດຊີເຣຍ ໄດ້ລາຍງານວ່າ ມີທະຫານຊີເຣຍຖືກສັງຫານ 16 ຄົນ, ໃນຂະນະທີ່ອົງ​ການຂ່າວສານອີກ​ແຫ່ງ​ນຶ່ງຂອງຊາວເຄີດທີ່ມີຊື່ວ່າ ນອດທ໌ ແພຣັສ (North Press) ໄດ້ເປີດເຜີຍວ່າ ມີທະຫານເສຍຊີວິດເຖິງ 22 ຄົນ.

ມີຄວາມບໍ່​ຕົງ​ກັນຂອງໂຕເລກຜູ້ເສຍຊີວິດໃນທັນທີ ລຸນຫຼັງການໂຈມຕີ ທີ່ບໍ່ແມ່ນເລື້ອງຜິດປົກກະຕິຢູ່ໃນ ຊີເຣຍ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງເທີກີ ກ່າວໃນວັນອັງຄານວານນີ້ວ່າ ຜູ້ຕ້ອງສົງໄສໃນການກໍ່ການຮ້າຍຊາວເຄີດ 13 ຄົນໄດ້ຖືກສັງຫານ ລຸນຫຼັງທີ່ມີ ການຍິງຕອບໂຕ້ຢ່າງຮຸນແຮງຈາກປືນໃຫຍ່ຢູ່ຊາຍແດນຂອງເທີກີ ໃກ້ກັບເມືອງ ບີເຣຊິກ (Birecik), ຢູ່ບໍລິເວນຊາຍແດນຂອງແຂວງ ຊານລືຟາ (Sanliurfa). ກະຊວງປ້ອງກັນປະເທດເປີດເຜີຍວ່າ ການດໍາເນີນງານຕ່າງໆຢູ່ໃນຂົງເຂດດັ່ງ ກ່າວຍັງຄົງດໍາເນີນຢູ່ຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG