ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ທ່ານ ທຣຳ ຈະປະກາດ ການຕັດສິນໃຈ ກ່ຽວກັບ ສົນທິສັນຍາປາຣີ


ປະທານາທິບໍດີທຣຳ ສົນທະນາ ກັບພວກນັກຂ່າວ ໃນຂະນະທີ່ພົບປະ ກັບນາຍົກຫວຽດນາມ ທ່ານ Nguyen Xuan Phuc ທີ່ຫ້ອງການ Oval Office ໃນທຳນຽບຂາວ, 31 ພຶດສະພາ, 2017.

ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ກ່າວ​ວ່າ ທ່ານ​ຈະ​ປະກາດ​ໃນຕອນ​ບ່າຍ
​ວັນ​ພະຫັດ​ມື້​ນີ້ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ທ່ານ ທີ່​ຈະ​ຖອນ​ຕົວ​ອອກ​ຈາກສົນທິສັນຍາ​
ທີ່​ສຳຄັນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຢູ່​ປາຣີ ​ໃນ​ປີ 2015 ນັ້ນ.

​ຂໍ້ຄວາມ​ໃນ Twitter ທີ່​ທ່ານ​ທຣຳ ​ໄດ້​ຂຽນ​ລົງ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ​ແຈ້ງວ່າ ທ່ານ​ຈະ
​ປະກາດ ໃນລະຫວ່າງ​ກອງ​ປະຊຸມ ​ທີ່​ສວນດອກ​ກຸຫຼາບ ​ຢູ່​ທຳນຽບຂາວ ​ເວລາບ່າຍ 3
ວັນ​ພະຫັດ​ມື້ນີ້. ທ່ານ​ໄດ້​ມ້ວນ​ທ້າຍ​ຂໍ້ຄວາມ​ຂອງ​ທ່ານ ດ້ວຍຄຳ​ຂວັນ​ໃນ​ລະຫວ່າງ​ການ​
ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ ​ທີ່​ວ່າ “​ເຮັດ​ໃຫ້​ອາ​ເມຣິກາ​ຍິ່ງ​ໃຫຍ່​ຄືນ​ອີກ.”

ກ່ອນ​ໜ້ານັ້ນ​ໃນ​ມື້ວານ​ນີ້ ​ລະຫວ່າງ​ການ​ຖ່າຍຮູບ ​ຮ່ວມ​ກັບ​ນາຍົກລັດຖະມົນຕີຫວຽດ
ນາມ ທ່ານ Nguyen Xuan Phuc ທີ່​ມາ​ຢ້ຽມຢາມ​ນັ້ນ ທ່ານ​ທຣຳໄດ້​ກ່າວ​ວ່າ ທ່ານ​ໄດ້​
ຮັບ​ຟັງ​ຈາກ​ “ຫຼາຍຜູ້ຫຼາຍຄົນ​ ຂອງທັງ​ສອງ​ຝ່າຍ” ​ໃນ​ຂະນະ​ທີ່​ ທ່ານ​ພິຈາລະນາ​ທາງ​
ເລືອກ​ຂອງ​ທ່ານ.

ໂຄສົກ​ທຳນຽບຂາວ ທ່ານ Sean Spicer ​ໄດ້​ກ່າວ​ວ່າ ພວກ​ທີ່​ທ່ານ​ປຶກສາ​ຫາລື​ນຳ ​
ແມ່ນ​ຮວມທັງບັນດາ​ຜູ້ນຳທຸລະ​ກິດ ​ແລະ​ບັນດາປະມຸກ​ຂອງປະ​ເທດຕ່າງໆ.

ເຊີນຊົມ: ແມ່ນຫຍັງແມ່ນການປ່ຽນແປງຂອງດິນຟ້າອາກາດ?

Explainer: Carbon Dioxide and Climate Change
please wait

No media source currently available

0:00 0:01:15 0:00

ອົງ​ການ​ຂ່າວ​ຫຼາຍ​ໆ​ອົງການ ລາຍ​ງານ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ປະທານາທິບໍດີ ​ໄດ້​ຕັດ
ສິນ​ໃຈ ທີ່​ຈະ​ຖອນ​ຕົວ​ອອກ​ຈາກສົນທິສັນຍາ​ຂອງ​ໂລກ ທີ່​ໄດ້​ຮັບ​ຜ່ານ​ໂດຍ 195
ປະ​ເທດ. ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ການຕ່າວ​ປີ້ນນະ​ໂຍຍາຍ​ຕ່າງໆ​ຂອງ
ທ່ານ​ໂອ​ບາ​ມາ​ໄດ້​ເຮັດ​ໄວ້ ​ເພື່ອເອົາ​ໃຈ​ສະມາຊິກ​ຂອງພັກ Republican ​ແຕ່​ວ່າ ​
ໄດ້​ສາງ​ຄວາ​ມບໍ່ພໍ​ໃຈ​ຢ່າງ​ໜັກ ຈາກ​ພວກ​ປົກ​ປ້ອງສະພາບ​ແວດ​ລ້ອມ ​ແລະ​ບັນດາ​
ປະ​ເທດ​ພັນທະ​ມິດ​ຂອງສະຫະລັດ.

ຂ່າວ​ກ່ຽວ​ກັບ​ການ​ຕັດສິນ​ໃຈ ທີ່​ຍັງ​ລໍຖ້າ​ຢູ່​ນີ້ ​ແມ່ນ​ໄດ້​ຖືກ​ຕ້ອນຮັບ ດ້ວຍການ​ໂຮ​ຮ້ອງ
ສະ​ແດງຄວາມ​ບໍ່ພໍ​ໃຈ​ຈາກ​ປະຊາ​ຄົມປົກ​ປ້ອງ​ສະພາບ​ແວດ​ລ້ອມ ​ແລະ​ພວກ​ເຈົ້າຄອງ
​ນະຄອນໃຫຍ່​ໆ​ໃນ​ສະຫະລັດ ​ໄດ້ປະຕິຍານ​ວ່າ ຍັງ​ຈະ​ຊື່ສັດ ຕໍ່​ສົນທິສັນຍາ​ນີ້ ບໍ່​ວ່າ
ທ່ານ​ທຣຳຈະ​ຕັດສິນ​ໃຈ​ແບບ​ໃດ​ກໍ​ຕາມ​.

“ຖ້າ​ຫາກ​ວ່າ​ທຳນຽບຂາວ ຖອນ​ຕົວ​ອອກ​ຈາກ​ສົນທິສັນຍາ​ປາຣີ ​ແລ້ວ ພວກ​ເຮົາ​ກໍ​ຈະ
ຮັບ​ຜ່ານ​ມັນ​ທີ່​ນະຄອນ Los Angeles,”
ນັ້ນຄື​ຄຳ​ເວົ້າຂອງ​ເຈົ້າ​ຄອງ​ນະຄອນ Los
Angeles ທ່ານ Eric Garcetti ​ໄດ້ຂຽນລົງໃນ Twitter.

ສ່ວນເຈົ້າ​ຄອງ​ນະຄອນ New York ທ່ານ Bill de Blasio ຂຽນ​ຂໍ້ຄວາມລົງ​ໃນ Twitter
ວ່າ “ພວກ​ເຮົາ ຈະ​ຮັບ​ເອົາ​ສະຖານະ​ການ​ທີ່​ວ່າ​ນີ້ ​ໃຫ້​ຢູ່​ໃນ​ກຳມື​ຂອງ​ພວກ​ເຮົາ​ເອງ ​
ຂ້າພະ​ເຈົ້າ​ພ້ອມ​ທີ່​ຈະ​ລົງ​ນາມ​ໃນ​ດຳລັດ​ພິ​ເສດ​ຝ່າຍ​ບໍລິຫານທີ່​ຈະ​ສັ່ງ​ໃຫ້​ນະຄອນ
New York ​ສືບ ຕໍ່​ໝັ້ນໝາຍ​ຕໍ່ສົນທິສັນຍາ​ປາຣີ .”

ພວກ​ນັກ​ເຄື່ອນ​ໄຫວ​ດ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແມ່ນ​ຢ້ານ​ກົວ ເພາະ​ຄິດ
ວ່າ ການ​ຕັດສິນ​ໃຈ​ຂອງ​ທ່ານ​ທຣຳ ຈະ​ເປັນ​ການຕໍ່​ຕ້ານຜົນ​ປະ​ໂຫຍ​ດຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG