ພວກຜູ້ຊ່ວຍຂອງປະທານາທິບໍດີດໍໂນລ ທຣຳ ມີລາຍງານວ່າ ກຳລັງທຳການສືບ
ສວນຄະນະໄອຍະການພິເສດຂອງທ່ານ Robert Mueller ໂດຍຊອກຫາຊ່ອງ
ທາງທີ່ຈະສ້າງຄວາມເຊື່ອມເສຍ ໃຫ້ແກ່ຄະນະສືບສວນ ກ່ຽວກັບ ເລື່ອງຣັດເຊຍ
ຂອງທ່ານ ອີງຕາມລາຍງານຂ່າວ ທີ່ແຈ້ງໃຫ້ຊາບ ໃນຕອນເດິກ ຂອງຄືນວັນພະ
ຫັດວານນີ້.
ໜັງສືພິມ Washington Post ລາຍງານວ່າ ປະທານາທິບໍດີທຣຳໄດ້ສອບຖາມ
ທີ່ປຶກສາຂອງທ່ານ ກ່ຽວກັບອຳນາດ ໃນການໃຫ້ອະໄພຍະໂທດແກ່ພວກຜູ້ຊ່ວຍ
ສະມາຊິກໃນຄອບຄົວແລະແມ່ນກະທັງໂຕທ່ານເອງ ທີ່ພົວພັນໃນການສືບສວນ
ໂດຍອ້າງຄຳເວົ້າຂອງບຸກຄົນຜູຸ້ນຶ່ງ ທີ່ພົວພັນໃນເລື່ອງນີ້. ສ່ວນບຸກຄົນ ຜູ້ທີສອງ
ກ່າວຕໍ່ໜັງສືພິມ Washington Post ວ່າ ພວກທະນາຍຄວາມຂອງທ່ານທຣຳ
ໄດ້ຫາລືກັນກ່ຽວກັບອຳນາດໃນການໃຫ້ອະໄພຍະໂທດຂອງປະທານາທິບໍດີໃນ
ໝູ່ພວກເຂົາເຈົ້າ.
ອີງຕາມລາຍງານຂ່າວ ຂອງໜັງສືພິມ New York Times ແລ້ວ ພວກຜູ້ຊ່ວຍ
ຂອງທ່ານກຳລັງກວດສອບເບິ່ງພື້ນຖານທາງດ້ານວຽກການແລະດ້ານການເມືອງ
ຂອງຄະນະສືບສວນ ຊອກຫາການຂັດແຍ້ງດ້ານຜົນປະໂຫຍດ ທີ່ພວກເຂົາເຈົ້າ
ອາດຈະສາມາດສວຍໃຊ້ເພື່ອສ້າງຄວາມເຊື່ອມເສຍໃຫ້ແກ່ການສືບສວນຫຼືຊອກ
ຫາຫຼືຖານທີ່ຈຳເປັນທາງດ້ານກົດໝາຍຕໍ່ທ່ານ Mueller.
ການເຄື່ອນໄຫວ ຫລ້າສຸດນີ້ິ້ ແມ່ນຮ່ອງຮອຍອີກອັນນຶ່ງ ກ່ຽວກັບການປະເຊີນໜ້າ
ທີ່ກຳລັງຈະເກີດຂຶ້ນ ລະຫວ່າງ ປະທານາທິບໍດີ ທຣຳ ແລະທ່ານ Mueller ຊຶ່ງໄດ້
ປະກອບຄະນະທີມງານພວກໄອຍະການແລະເຈົ້າໜ້າທີ່ທີ່ມີຄວາມຊ່ຽວຊານເປັນ
ພິເສດເພື່ອກວດສອບເບິ່ງວ່າມີທີ່ປຶກສາຂອງທ່ານທຣຳຄົນໃດບໍໄດ້ໃຫ້ການຊ່ວຍ
ເຫລືອແກ່ຣັດເຊຍ ໃນການຫາທາງລົບກວນ ການເລືອກຕັ້ງປະທານາທິບໍດີໃນປີ
ກາຍນີ້ ແລະກວດເບິ່ງປະຫວັດການເງິນຂອງທ່ານທຣຳນຳດ້ວຍ.
ໃນຂະນະທີ່ປຶກສາທາງດ້ານກົດໝາຍຂອງທ່ານທຣຳ ບໍ່ຍອມໃຫ້ຄວາມເຫັນໃດໆ
ກ່ຽວກັບບັນຫາດັ່ງກ່າວ ແຕ່ທີ່ປຶກສາຄົນນຶ່ງກ່າວຕໍ່ໜັງສືພິມ New York Times
ວ່າ ປະທານາທິບໍດີພຽງແຕ່ໄດ້ສະແດງຄວາມສົນໃຈ ທີ່ຢາກເຂົ້າໃຈກ່ຽວກັບການ
ໃຫ້ອະໄພຍະໂທດຂອງທ່ານພ້ອມກັບຂອບເຂດຈຳກັດໃນການສືບສວນຂອງທ່ານ
Mueller.
ທີ່ປຶກສາໃກ້ຊິດຄົນນັ້ນ ກ່າວວ່າ “ນີ້ບໍ່ແມ່ນກ່ຽວກັບວ່າ ຂ້ອຍບໍ່ສາມາດລໍຖ້າທີ່ຈະ
ໃຫ້ອະໄພຍະໂທດແກ່ຂ້ອຍເອງ.”
ມີລາຍງານ ແຫຼ່ງຂ່າວແຈ້ງໃຫ້ຊາບວ່າ ປະທານາທິບໍດີ ໄດ້ສະແດງຄວາມບໍ່ພໍໃຈ
ທີ່ການສືບສວນຂອງທ່ານ Mueller ອາດຈະກ້າວກ່າຍເຂົ້າໄປເຖິງການເງິນຂອງ
ທ່ານແລະຂອງຄອບຄົວທ່ານ.