ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປ. ທ​ຣຳ ແຕ່ງ​ຕັ້ງໂຄ​ສົກ ​ກະ​ຊວງ​ການ ​ຕ່າງ​ປະ​ເທດ ເປັນ​ເອກ​ອັກ​ຄະ​ລັດຖະ​ທູດ ສ​ຫລ ປະ​ຈຳ​ ອົງ​ການ ສ​ປ​ຊ


​ທ່ານ​ນາງເຮ​ເຕີ ນາວ​ເອີດ,ໂຄ​ສົກ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ວັນ​ທີ 9 ທັນ​ວາ 2017
​ທ່ານ​ນາງເຮ​ເຕີ ນາວ​ເອີດ,ໂຄ​ສົກ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ວັນ​ທີ 9 ທັນ​ວາ 2017

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດ ຈະ​ແຕ່ງ​ຕັ້ງ​ທ່ານ​ນາງເຮ​ເຕີ ນາວ​ເອີດ,
ໂຄ​ສົກ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃຫ້​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ
ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ອີງ​ຕາ​ມ​ອົງ​ການ​ຂ່າວ​ຕ່າງໆ ທີ່​ລາຍ​ງານ​ມາ​ໃນ
​ຕອນແລງວັນ​ພະຫັດ​ວານນີ້.

ທ່ານ​ທ​ຣຳ​ຄາດ​ວ່າ​ຈະ​ປະ​ກາດ​ເລື້ອງນີ້ ​ຢ່າງ​ເປັນ​ທາງ​ການ​ຜ່ານ​ທາງ​ທວີດ​ເຕີ​ໃນ​ວັນ​ສຸກ
ມື້ນີ້.

ທ່ານ​ນາງ ນາວ​ເອີດ​ ມາ​ເຮັດ​ວຽກ​ຢູ່​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫລັງ​ຈາກທ່ານ ນາງ​
ເຊົາ​ເຮັດ​ວຽ​ກ​ໃຫ້​ແກ່​ອົງ​ການ​ຂ່າວ Fox News ໂດຍເປັນຜູ້​ປະ​ກາດ​ຂ່າວ ແລະ​ນັກ​ຂ່າວ
ຊຶ່ງ​ອີງ​ຕາມ​ຊີ​ວະ​ປະ​ຫວັດ​ຂອງທ່ານ​ນາງ ຂຽນຢູ່​ໃນກະ​ຊວງ​ການ​ຕ່າງ​ປະ​ເທດ​ແລ້ວ ທ່ານ
​ນາງ​ໄດ້​ອອກຂ່າວກ່ຽວ​ກັບວິ​ກິດ​ການ​ຢູ່​ທົ່ວ​ໂລກ ແລະ​ຢູ່​ພາຍ​ໃນ​ປະ​ເທດ ແລະກໍ​ໄດ້​ສຳ
​ພາດ​ພວກ​ນັກ​ການ​ເມືອງ​ ແລະ​ເຈົ້າ​ໜ້າ​ທີ່​ທາງ​ທະ​ຫານລະ​ດັ​ບສູງຫລາຍໆ​ຄົນ.

ກ່ອນ​ການ​ໄປ​ເຮັດ​ວຽກ​ຢູ່​ອົງ​ການ​ຂ່າວ Fox ນັ້ນ ທ່ານ​ນາງ ນາວ​ເອີດ ​ໄດ້​ເຮັດ​ວຽກ​ໃຫ້
​ອົງ​ການ​ຂ່າວ ABC News.

ຖ້າ​ຫາກທ່ານ​ນາງໄດ້​ຖືກ​ແຕ່ງ​ຕັ້ງ ແລະ​ກໍຮັບ​ເອົາ​ຕຳ​ແໜ່ງ​ດັ່ງ​ກ່າວແລ້ວນັ້ນ ທ່ານ​ນາງ
ອາດຈະ​ໄດ້​ປະ​ເຊີນ​ກັບຄຳ​ຖາມທີ່​ຍາກ​ຢູ່​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ເພື່ອ​ຮັບຮອງເອົາ
ການ​ແຕ່ງ​ຕັ້ງ​ທ່ານ​ນາງ ກ່ຽວ​ກັບ​ການ​ທີ່​ປາ​ກົດ​ວ່າ ທ່ານ​ນາງບໍ່​ມີ​ປະ​ສົບ​ການ​ທາງ​ດ້ານ
​ການ​ທູດ ຫລື ການ​ສ້າງ​ນະ​ໂຍ​ບາຍເລີຍນັ້ນ.

ມີ​ຄົນ​ເວົ້າ​ກັນ​ວ່າ ທ່ານ​ນາງມີ​ຄວາມ​ໃກ້​ຊິດ​ກັບ​ທັງ​ທຳ​ນຽບ​ຂາວ ແລະ​ທ່ານ ໄມ​ຄ໌ ພອມ​ພຽວ,
ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແລະ​ໄດ້​ເດີນ​ທາງ ຕິດ​ຕາມ​ທ່ານ​ລັດ
​ຖະ​ມົນ​ຕີໄປ​ຕ່າງ​ປະ​ເທດ​ຢູ່​ເລື້ອຍໆ.

ທ່ານນາງ ນາວ​ເອີດ​ຈະ​ໄປ​ຮັບ​ຕຳ​ແໜ່ງ​ແທນເອກ​ອັກ​ຄະ​ລັດ​ຖະ​ທູດນິ​ກກີ ຮາ​ລີ (Nikki
Haley) ທີ່​ປະ​ກາດ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ​ວ່າ ທ່ານ​ນາງ​ຈະ​ລາ​ອອກ​ຈາກວຽກ​ງານ​ດັ່ງ​
ກ່າວ​ໃນ​ທ້າຍ​ປີນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG