ຜູ້ຕາງໜ້າພິເສດ ຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຮັບຜິດຊອບກ່ຽວກັບເລື້ອງຢູເຄຣນ ລາອອກໃນວັນສຸກວານນີ້ ອີງຕາມລາຍງານຂ່າວຂອງສື່ມວນຊົນ ທີ່ອ້າງແຫຼ່ງຂ່າວທີ່ຮູ້ເລື້ອງດີກ່ຽວກັບສະຖານະການດັ່ງກ່າວ.
ລາຍງານເວົ້າວ່າ ທ່ານເຄີດ ວອລເກີ ໄດ້ລາອອກຈາກຕຳແໜ່ງຂອງທ່ານ ຫຼັງຈາກໄດ້ພົບປະໃນວັນສຸກວານນີ້ ກັບລັດຖະມົນຕີການຕ່າງປະເທດໄມຄ໌ ພອມພຽວ. ກະຊວງການຕ່າງປະເທດສະຫະລັດ ຍັງບໍ່ທັນໄດ້ໃຫ້ຄຳຕອບໃດໆກ່ຽວກັບການຂໍຄວາມເຫັນໃນເລື້ອງນີ້.
ທ່ານວອລເກີ ໄດ້ຖືກລະບຸຊື່ໃນການຮ້ອງທຸກຂອງຜູ້ແຈ້ງຄວາມທີ່ໄດ້ພາໃຫ້ເກີດການສືບສວນ ເພື່ອຟ້ອງຮ້ອງປະທານາທິບໍດີທຣຳ. ສຳນວນຮ້ອງທຸກ ກ່າວວ່າ ທ່ານວອລເກີໄດ້ຊ່ວຍຈັດແຈງໃນການພົບປະລະຫວ່າງທະນາຍຄວາມສ່ວນໂຕຂອງປະທານາທິບໍດີທຣຳ ທ່ານຣູດີ ຈູລີອານີ ແລະພວກເຈົ້າໜ້າທີ່ຢູເຄຣນ.
ຜູ້ແຈ້ງຄວາມຍັງໄດ້ກ່າວຫາວ່າ ທ່ານທຣຳ ໃນການໂອ້ລົມທາງໂທລະສັບເມື່ອວັນທີ 25 ກໍລະກົດຜ່ານມາ ໄດ້ຮ້ອງຂໍການຊ່ວຍເຫຼືອຈາກປະທານາທິບໍດີຄົນໃໝ່ຂອງຢູເຄຣນ ໃຫ້ຊອກຫາຂໍ້ມູນຫຼັກຖານກ່ຽວກັບອະດີດຮອງປະທານາທິບໍດີໂຈໄບເດັນ ແລະລູກຊາຍຂອງທ່ານ ທ່ານຮັນເຕີ ທີ່ອາດຈະສ້າງຄວາມເສຍຫາຍໃຫ້ແກ່ໂອກາດທີ່ທ່ານໄບເດັນຈະຊະນະການຖືກແຕ່ງຕັ້ງຈາກພັກໃຫ້ເປັນ ຜູ້ສະໝັກປະທານາທິບໍດີ ແລະລົງແຂ່ງຂັນກັບທ່ານທຣຳ ໃນປີ 2020.
ໃນຕອນເຊົ້າວັນສຸກວານນີ້ ສະມາຊິກພັກເດໂມແຄຣັດໃນສະພາຕ່ຳສະຫະລັດໄດ້ອອກໝາຍຮຽກຕົວ ເພື່ອໃຫ້ທ່ານພອມພຽວ ນຳເອົາເອກກະສານ ທີ່ພົວພັນກັບເລື້ອງຢູເຄຣນໄປສະເໜີຕໍ່ສະພາ ແລະມີໝາຍກຳນົດໃຫ້ເຈົ້າໜ້າທີ່ກະຊວງຕ່າງປະເທດ 5 ຄົນໄປໃຫ້ການຕໍ່ສະພາ ໃນສອງອາທິດຂ້າງໜ້າ. ທ່ານວອລເກີ ແມ່ນມີຊື່ຮວມຢູ່ໃນເຈົ້າໜ້າທີ່ 5 ຄົນນັ້ນ.
ຄະນະກຳມະການຂອງສະພາກ່າວວ່າ ພວກເຂົາເຈົ້າກຳລັງສືບສວນ “ກ່ຽວກັບຂອບເຂດທີ່ທ່ານທຣຳເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ ໂດຍກົດດັນໃຫ້ປະທານາທິບໍດີຢູເຄຣນ ແຊກແຊງເຂົ້າໃນການເລືອກຕັ້ງປີ 2020” ອີງຕາມຖະແຫຼງການຂອງຄະນະກຳມະການຄວາມສຳພັນກັບຕ່າງປະເທດ ຄະນະກຳມະການສືບລັບ ແລະຄະນະກຳມະການສືບສວນຂອງສະພາຕ່ຳສະຫະລັດ.
ທ່ານທຣຳໄດ້ປະຕິເສດວ່າ ທ່ານບໍ່ໄດ້ເຮັດຫຍັງຜິດ. ປະທານາທິບໍດີໄດ້ຮຽກຮ້ອງໃນວັນສຸກວານ ນີ້ ໃຫ້ສະມາຊິກຄົນສຳຄັນ ຂອງສະພາຕ່ຳ ທີ່ທ່ານກ່າວອ້າງວ່າໄດ້ກ່າວຫາທ່ານຢ່າງບໍ່ຖືກຕ້ອງໃນລະຫວ່າງການຮັບຟັງຄຳໃຫ້ການນັ້ນລາອອກ.
ທ່ານທຣຳກ່າວວ່າ ທ່ານແອແດມ ຊິຟ (Adam Schiff) ປະທານຄະນະກຳມະການສືບລັບຂອງສະພາຕ່ຳ ໄດ້ກ່າວຫາຢ່າງບໍ່ຖືກຕ້ອງຕໍ່ທ່ານໃນລະຫວ່າງການຮັບຟັງຄຳໃຫ້ການໃນວັນພະຫັດຜ່ານມາກ່ຽວກັບການຊັກຊ້າຂອງລັດຖະບານໃນການມອບຄຳຮ້ອງທຸກຂອງຜູ້ແຈ້ງຄວາມຕໍ່ລັດຖະສະພານັ້ນ.
ທ່ານທຣຳຂຽນລົງໃນທວີດເຕີ້ວ່າ “ທ່ານຄວນຈະອ່ານຄຳເວົ້າຢ່າງຖືກຕ້ອງຢູ່ໃນການໂທລະສັບ ແຕ່ທ່ານໄດ້ປ່ຽນຄຳເວົ້າຢ່າງສິ້ນເຊີງ ເພື່ອໃຫ້ເບິ່ງຄືວ່າ ເປັນທີ່ໜ້າຢ້ານກົວ ແລະໃຫ້ຂ້າພະເຈົ້າຄືກັນກັບເປັນຜູ້ທີ່ຜິດ.”