ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານຂອງສື່ມວນຊົນກ່າວວ່າ ຄົນ​ເກົາຫຼີ​ໃຕ້ ທີ່​ຖືກ​ຈັບ​ໃນ ຣັດ​ເຊຍ ສຳ​ລັບ​ການ​ສອດ​ແນມ ​ແມ່ນ​ນັກ​ເຜີຍ​ແຜ່​ສາ​ສະ​ໜາ


ທຸງ​ຊາດ ຣັດ​ເຊຍ ແລະ ເກົາຫຼີ​ເໜືອ ຢູ່​ໜ້າ​ສະ​ຖາ​ນີ​ລົດ​ໄຟ​ໃນ​ເມືອງ ວ​ລາ​ດີວອ​ສ​ຕັອກ, ຣັດ​ເຊຍ, 24 ເມ​ສາ 2019.
ທຸງ​ຊາດ ຣັດ​ເຊຍ ແລະ ເກົາຫຼີ​ເໜືອ ຢູ່​ໜ້າ​ສະ​ຖາ​ນີ​ລົດ​ໄຟ​ໃນ​ເມືອງ ວ​ລາ​ດີວອ​ສ​ຕັອກ, ຣັດ​ເຊຍ, 24 ເມ​ສາ 2019.

ຄົນ​ສັນ​ຊາດ​ເກົາຫຼີ​ໃຕ້ຄົນ​ນຶ່ງທີ່​ຖືກ​ຈັບ​ໃນ ຣັດ​ເຊຍ ໃນ​ຂໍ້​ສົງໄສຂອງການ​ສອດ​ແນມ​ ແມ່ນ​ຜູ້​ເຜີຍ​ແຜ່​ສາ​ສ​ະ​ໜາ ທີ່​ໄດ້​ສະ​ໜັບ​ສະ​ໜູນ​ແຮງ​ງານເກົາຫຼີ​ເໜືອ ທີ່​ຕັ້ງ​ຖິ່ນ​ຖານ​ໃນ​ພາກ​ຕາ​ເວັນ​ອອກ​ໄກ​ຂອງ ຣັດ​ເຊຍ, ສື່​ມວນ​ຊົນ ເກົາຫຼີ​ເໜືອ ໄດ້​ລາຍ​ງານ​ໃນ​ວັນ​ອັງ​ຄານ​ມື້ນີ້.

ຜູ້​ຊາຍ​ຄົນ​ດັ່ງ​ກ່າວ, ຊື່​ວ່າ​ທ້າວ ແບກ ວອນ-ຊູນ, ໄດ້​ຖືກ​ສົ່ງ​ຈາກ​ເມືອງ ວ​ລາ​ດິວອ​ສ​ຕັອກ ໄປນະ​ຄອນຫຼວງ ມົ​ສ​ກູ ແລະ ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ສົ່ງ​ຂໍ້​ມູນ​ລັບ​ໃຫ້​ບັນ​ດາ​ອົງ​ການ​ສືບ​ລັບ​ຕ່າງ​ປະ​ເທດ, ອີງ​ຕາມ​ລາຍ​ງານ​ໂດຍ​ອົງ​ການ​ຂ່າວ Tass ຂອງ ຣັດ​ເຊຍ.

ທ້າວ ແບກ, ອາ​ຍຸ 53 ປີ, ຖືກ​ອະ​ທິ​ບາຍ​ວ່າ​ ເປັນ​ຄົນ​ທີ່ “ນັບ​ຖື​ສາ​ສະ​ໜາ​ຢ່າງ​ເລິກ​ເຊິ່ງ” ພ້ອມ​ກັນ​ນັ້ນ​ລາວ​ກໍ​ຍັງໄດ້​ລົງ​ທະ​ບຽນ​ເປັນ​ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ເມືອງ ວ​ລາ​ດີ​ວອນ​ຕັອກ, ອີງ​ຕາມ​ອົງ​ການ​ຂ່າວ Tass.

ອົງ​ການ​ຂ່າວ Tass ກ່າວ​ວ່າ ມັນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຄົນ ຊາວເກົາຫຼີ​ໃຕ້ ຖືກ​ກັກ​ຂັງ​ໃນ ຣັດ​ເຊຍ ສຳ​ລັບ​ການ​ກ່າວ​ຫາ​ສອດ​ແນມ.

ເຄືອ​ຂ່າຍ​ໂທ​ລະ​ພາບ​ຂອງ​ເກົາຫຼີ​ໃຕ້ JBTC ໄດ້​ກ່າວ​ວ່າ​ທ້າວ ແບກ ໄດ້​ເດີນ​ທາງ​ໄປ​ເມືອງ ວ​ລາ​ດີວອ​ສ​ຕັອກ ຈາກ ຈີນ ໃນ​ຕົ້ນ​ປີນີ້​ເພື່ອ​ດຳ​ເນີນ​ວຽກ​ງານ​ເຜີຍ​ແຜ່​ສາ​ສະ​ໜາ​ສຳ​ລັບ​ກຳ​ມະ​ກອນ ຊາວເກົາຫຼີ​ເໜືອ ໃນ ຣັດ​ເຊຍ, ໂດຍ​ອ້າງ​ເຖິງ​ຄົນ​ຮູ້​ຈັກ​ກັນ​ທີ່ບໍ່​ໄດ້​ລະ​ບຸ​ຊື່.

ລາວ​ກໍ​ຍັງ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຊ່ວຍ​ເຫຼືອ​ຊາວ ເກົາຫຼີ​ເໜືອ ຫຼົບ​ໜີ​ອອກ​ຈາກ​ປະ​ເທດ, ອົງ​ການ​ຂ່າວ ຢອນ​ຮັບ ໄດ້​ຢ້ຳ​ຄຳ​ເວົ້າ​ຂອງ​ຄົນ​ຮູ້​ຈັກຄົນ​ນຶ່ງ​ທີ່ບໍ່​ໄດ້​ບອກ​ຊື່​.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ເກົາຫຼີ​ໃຕ້ ໄດ້​ກ່າວ​ວ່າ​ກົງ​ສຸນ​ຂອງ​ເຂົາ​ເຈົ້າ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ​ຮັບ​ຊາບ ກ່ຽວ​ກັບ ການ​ຈັບ​ກຸມ​ນັ້ນ. ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ ໃນ​ຂະ​ນະ​ທີ່​ບັນ​ຫາ​ດັ່ງ​ກ່າວ​ແມ່ນ​ຢູ່​ພາຍ​ໃຕ້​ການ​ສືບ​ສວນ​ສອບ​ສວນ​ໃນ​ປັດ​ຈຸ​ບັນ​ນີ້.

ລັດ​ຖະ​ບານ ເກົາຫຼີ​ໃຕ້ ແມ່ນ​ກຳ​ລັງ​ພົວ​ພັນ​ກັບ ຣັດ​ເຊຍ ສຳ​ລັບ​ການ​ເດີນ​ທາງ​ກັບ​ບ້ານ​ຢ່າງ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານມື້ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG