ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຍີ່ປຸ່ນ ​ເລື່ອນ​ເວລາ ພົບ​ກັບ ທ່ານ Putin ​


ນາຍົກລັດຖະມົນ​ຕີ Yoshihiko Noda ​ເລື່ອນ​ເວລາ ​ພົບ​ປະກັບ
ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​​ເນຶ່ອງຈາກ​ວ່າ ສຸຂະພາບຂອງ​ຜູ້​ນໍາ​ຣັດ​ເຊຍ ບໍ່​ແຂງ​ແຮງ.
ນາຍົກລັດຖະມົນ​ຕີ Yoshihiko Noda ​ເລື່ອນ​ເວລາ ​ພົບ​ປະກັບ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​​ເນຶ່ອງຈາກ​ວ່າ ສຸຂະພາບຂອງ​ຜູ້​ນໍາ​ຣັດ​ເຊຍ ບໍ່​ແຂງ​ແຮງ.
ລາຍ​ງານ​ຂ່າວ ​ໃນ​ຍີ່ປຸ່ນ​ກ່າວ​ວ່າ ນາຍົກລັດຖະມົນ​ຕີ
Yoshihiko Noda ​ໄດ້ເລື່ອນ​ເວລາ ​ໃນ​ການ​ພົບ​ປະກັບ
ປະທານາທິບໍດີຣັດ​ເຊຍທ່ານ Vladimir Putin ​ໃນ​ເດືອນ
​ໜ້າ​ນີ້​ເນຶ່ອງຈາກ​ວ່າ ສຸຂະພາບ​ຂອງ​ຜູ້​ນໍາ​ລັດ​ເຊຍ ບໍ່​ແຂງ​ແຮງ.


ອົງການ​ຂ່າວ Kyodo ​ແລະ Jiji ຂອງ​ຍີ່ປຸ່ນ ລາຍ​ງານ​ໃນ​ວັນ​ສຸກ​ມື້​ນີ້ວ່າ ​ເຈົ້າ​ຄອງ​ກຳ​ແພງ​ຄົນ​ນຶ່ງໃນພາກ​ເໜືອ​ຂອງ​ຍີ່ປຸ່ນແຈ້ງ​ໃຫ້ທ່ານ Noda ຊາບ ​ໃນ​ວັນ​ສຸກມື້​ນີ້​ວ່າ ສຸ​ຂະ​ພາບ​ຂອງ ທ່ານ Putin ແມ່ນ ບໍ່​ຄອຍ​ເຂັ້ມ​ແຂງ​ປານ​ໃດ.

​ເຖິງ​ຢ່າງ​ໃດ​ກໍ​ດີ ວັງ ​Kremlin ​ໄດ້​ປະຕິ​ເສດ​ຕໍ່ລາຍ​ງານ​ດັ່ງກ່າວ ​ໂດ​ຍ ທີ່​ໂຄສົກ ຂອງ​ທ່ານ Putin ທ່ານ Dmitry Peskov ກ່າວ​ວ່າ ສຸຂະ ພາບ​ຂອງປະທານາທິບໍດີ ມີ​ການ​ລາຍ​ງານ​ເກີນ​ຄວາມ​ເປັນ​ຈິງ. ທ່ານ Peskov ​ໄດ້​ປະຕິ​ເສດ​ວ່າ ທ່ານ Putin ບໍ່​ໄດ້​ເຈັບ​ຫລັງຍ້ອນການ​ຫຼິ້ນ ກິລາ​ແຕ່​ປະການ​ໃດ.

​ໂຄສົກກ່າວ​ວ່າ ​ໃນ​ເມື່ອ​ວ່າການ​ປະຊຸ​ມລະຫວ່າງ​ຜູ້​ນໍາ​ທັງ​ສອງຍັງ​ບໍ່​ທັນ​ມີ​ການ​ກຳນົດ​ກັນ​ຢ່າງ​ເປັນ​ທາງ​ການ​ເທື່ອ ມັນ​ບໍ່​ຄວນ​ຈະ​ກ່າວ​ເຖິງ​ການເລື່ອນ​ເວລາ​ໃນ​ການ​ພົບ​ປະກັນ​ເລີຍ.
XS
SM
MD
LG