ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ບໍ່​ມີ​ຄວາມ​ຫວັງ ກ່ຽວ​ກັບ​ ຊາ​ຕາ​ກຳ​ຂອງ ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາເບຍ ທີ່​ຫາຍ​ສາບ​ສູນ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກຳ​ລັງ​ເວົ້າ​ໃນ​ລະ​ຫວ່າງ ການ​ປະ​ຊຸມ​ໃນ​ຫ້ອງ​ການ ໂອ​ໂວ​ລ ຂອງ ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 10 ຕຸ​ລາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກຳ​ລັງ​ເວົ້າ​ໃນ​ລະ​ຫວ່າງ ການ​ປະ​ຊຸມ​ໃນ​ຫ້ອງ​ການ ໂອ​ໂວ​ລ ຂອງ ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 10 ຕຸ​ລາ, 2018.

ໃນວັນເສົາວານນີ້ ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ທ່າທາງເບິ່ງຄືວ່າ ຈະບໍ່ດີ”
ສຳລັບຊາຕາກຳຂອງທ້າວ ຈາມານ ຄາຊອກກີ ນັກຂ່າວ ຊາອຸດີ ອາ​ຣາ​ເບຍ ຜູ້ທີ່ໄດ້
ຫາຍສາບສູນໄປ ໂດຍເວົ້າວ່າລາວອາດໄດ້ຖືກຂ້າຕາຍແລ້ວ.

ທ້າວ ຄາຊອກກີ ຜູ້ທີ່ໄດ້ຂຽນຕ້ອງຕິອົງມົງກຸດ ຊາອຸດີ ອາ​ຣາ​ເບຍ ຜູ້ທີ່ມີອຳນາດໄດ້
ຫາຍສາບສູນໄປ ຕັ້ງແຕ່ໄດ້ເຂົ້າໄປໃນສະຖານກົງສຸນຂອງປະເທດດັ່ງກ່າວໃນ ອິສຕັນ
ບຸລ ໃນວັນທີ 2 ຕຸລາ.

ທ່ານ ທຣຳ ໄດ້ບອກພວກນັກຂ່າວໃນທຳນຽບຂາວວ່າ “ຂ້າພະເຈົ້າຄິດວ່າ ປານນີ້
ພວກເຮົາຄວນຮູ້ແລ້ວ. ນັ້ນແມ່ນຄວາມຫວັງອັນທຳອິດຂອງພວກເຮົາ ຄວາມຫວັງອັນ
ທຳອິດຂອງເຮົາກໍຄືວ່າ ລາວບໍ່ໄດ້ຖືກຂ້າ ແຕ່ບາງທີ ນັ້ນເປັນການມອງໄປໃນແງ່ດີໂພດ
ຈາກສິ່ງທີ່ພວກເຮົາໄດ້ຍິນມາ.”

ນອກຈາກນັ້ນແລ້ວ ທ່ານ ທຣຳ ຍັງກ່າວວ່າ ມັນຄົງ​ຈະ “ລົງໂທດຕົນເອງ” ຖ້າ ສະ​ຫະ
ລັດຢຸດເຊົາການຂາຍອາວຸດໃຫ້ແກ່ ຊາອຸດີ ອາຣາເບຍ ຖ້າມີການພິສູດໃຫ້ເຫັນວ່າ
ນັກຂ່າວຊາອຸ ທ້າວ ຈາມານ ຄາຊອກກີ ໄດ້ຖືກຂ້າຕາຍ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເຕືອນວ່າ “ຈະມີການລົງໂທດຢ່າງ
ໜັກ” ສຳລັບ ຊາອຸດີ ອາຣາເບຍ ຖ້າມີການລົງຄວາມເຫັນວ່າ ນັກຂ່າວຊາອຸ ທ້າວ ຈາ
ມານ ຄາຊອກກີ ໄດ້ຖືກສັງຫານ ຢູ່ໃນສະຖານກົງສຸນຂອງ ຊາອຸ ໃນອິສຕັນບູລ ປະ
ເທດ ເທີກີ.

ໃນການສຳພາດກັບໂທ​ລະ​ພາບ ຊີບີແອັສ (CBS) ລາຍການ 60 ນາທີນັ້ນ ທ່ານ ທຣຳ
ເວົ້າວ່າ “ພວກເຮົາຈະລົງເລິກເຖິງພື້ນຂອງມັນ ແລ້ວຈະມີການລົງໂທດຢ່າງໜັກ.”

ທ່ານ ທຣຳ ເວົ້າວ່າ “ບໍ່ມີຜູ້ໃດຮູ້ເທື່ອ ແຕ່ບາງທີພວກເຮົາຈະສາມາດຄົ້ນຫາໄດ້” ຖ້າອົງ
ມົງກຸດ ເຈົ້າຊາຍ ໂມຮຳເມັດ ບິນ ຊາລມັນ ອອກຄຳສັ່ງຊອກຄົ້ນຫາເລື້ອງການສັງຫານ
ທ້າວ ຄາຊອກກີ. ທ່ານ ທຣຳ ໄດ້ເວົ້າຕື່ມວ່າ ສະຫະລັດ “ຈະເສຍໃຈຫຼາຍ ແລະ ໂມໂຫ
ຫຼາຍ ຖ້າກໍລະນີດັ່ງກ່າວຫາກເປັນຈັ່ງຊັ້ນແທ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG