ສື່ມວນຊົນລາຍງານວ່າ ນັກຂ່າວຊາອຸດີ ອາຣາເບຍ ທ່ານຈາມາລ ຄາຊອກກີ ອາດໄດ້
ບັນທຶກການເສຍຊີວິດຂອງທ່ານເອງ ດ້ວຍໂມງແອັບເປີລທີ່ທ່ານໃສ່ຢູ່.
ລາຍງານຂ່າວແຈ້ງວ່າ ທ່ານຄາຊອກກີໄດ້ເປີດການບັນທຶກສຽງ ທີ່ມີຢູ່ໃນໂມງຂອງທ່ານ
ຂະນະທີ່ທ່ານຍ່າງເຂົ້າໄປໃນສະຖານກົງສຸນຂອງຊາອຸດີທີ່ນະຄອນ ອິສຕັນບູລ ເມື່ອວັນ
ທີ 2 ຕຸລາຜ່ານມາ ເພື່ອໄປເອົາເອກກະສານທີ່ທ່ານຕ້ອງການສຳລັບການແຕ່ງງານຂອງ
ທ່ານ.
ມີລາຍງານວ່າ ໂມງຂອງທ່ານໄດ້ເຊື່ອມຕໍ່ iCloud ແລະໂທລະສັບມືຖືທີ່ທ່ານປະໄວ້ກັບ
ຄູ່ໝັ້ນຂອງທ່ານກ່ອນທີ່ຈະເຂົ້າໄປໃນສະຖານກົງສຸນ. ຄູ່ໝັ້ນຂອງທ່ານກ່າວວ່າ ຍານາງ
ໄດ້ລໍຖ້າທ່ານຄາຊອກກີອອກມາຈາກຕຶກກົງສຸນ ແຕ່ທ່ານບໍ່ໄດ້ກັບອອກມາເລີຍ.
ລາຍງານຂ່າວແຈ້ງວ່າ ໂມງແອັບເປີລໄດ້ບັນທຶກບໍ່ພຽງແຕ່ການສອບປາກຄຳແລະການ
ທໍລະມານ ທ່ານຄາຊອກກີເທົ່ານັ້ນ ແຕ່ຍັງຮວມທັງການຄາດຕະກຳທ່ານນຳດ້ວຍ.
ທ່ານຄາຊອກກີທີ່ເຂົ້າມາອາໄສຢູ່ໃນສະຫະລັດ ໄດ້ຂຽນບົດຄວາມລົງໜັງສືພິມວໍຊິງຕັນ
ໂພສທ໌ ທີ່ຕ້ອງຕິຊາອຸດີ ອາຣາເບຍ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳໄດ້ໃຫ້ຄຳໝັ້ນສັນຍາວ່າ ທ່ານຈະໂທໄປ
ຫາກະສັດຊາລມານ ແຫ່ງຊາອຸດີ ອາຣາເບຍ ເພື່ອຫາລື ກ່ຽວກັບອັນທີ່ທ່ານ ເອີ້ນວ່າ
“ສະຖານະການທີ່ໜ້າຢ້ານກົວ” ຢູ່ໃນເທີກີ. ທ່ານກ່າວຕໍ່ພວກນັກຂ່າວທີ່ເມືອງຊິນຊະ
ເນຕີ ໃນລັດໂອຮາຍໂອວ່າ ສະຫະລັດຈະສືບສວນເບິ່ງວ່າ ແມ່ນຫຍັງໄດ້ເກີດຂຶ້ນກັບ
ທ່ານຄາຊອກກີ.
ໜັງສືພິມວໍຊິງຕັນໂພສທ໌ ລາຍງານໃນອາທິດນີ້ວ່າ ລັດຖະບານເທີກີ ໄດ້ແຈ້ງໃຫ້ເຈົ້າ
ໜ້າທີ່ສະຫະລັດຊາບວ່າ ອັງກາຣາ ມີວິດີໂອ ທີ່ພິສູດໃຫ້ເຫັນວ່າ ນັກຂ່າວ ຄາຊອກກີ
ໄດ້ຖືກສັງຫານ ຢູ່ໃນກົງສຸນຊາອຸດີ ທີ່ນະຄອນອິສຕັນບູລ.
ເຈົ້າໜ້າທີ່ຊາອຸດີ ໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆ ໃນການຫາຍສາບສູນ
ໄປຂອງທ່ານຄາຊອກກີ ແລະກ່າວວ່າ ຜູ້ກ່ຽວໄດ້ອອກຈາກກົງສຸນໄປ ບໍ່ດົນຫຼັງຈາກ
ເຂົ້າໄປ ໃນສະຖານທີ່ດັ່ງກ່າວແລ້ວ. ລັດຖະມົນຕີກະຊວງພາຍໃນຂອງຊາອຸດີ ເຈົ້າ
ຊາຍອັບແດລ ອາຊິສ ບິນ ໂຊ ບິນ ນາເຢັບ ເອີ້ນລາຍງານຂ່າວທີ່ວ່າ ລັດຖະບານສັ່ງ
ຂ້າ ທ່ານຄາຊອກກີນັ້ນ ເປັນ "ເລື້ອງຂີ້ຕົວະແລະການກ່າວຫາທີ່ບໍ່ມີມູນຄວາມຈິງ.”
ມີລາຍງານວ່າ ພວກຜູ້ຊາຍຊາອຸດີ ຈຳນວນ 15 ຄົນ ໄດ້ບິນໄປຍັງນະຄອນອິສຕັນ
ບູລ ມື້ດຽວກັນກັບທີ່ທ່ານຄາຊອກກີ ໄດ້ເຂົ້າໄປໃນສະຖານກົງສຸນ. ສື່ມວນຊົນລາຍ
ງານວ່າ ພວກຜູ້ຊາຍຈຸນີ້ ໄດ້ເຂົ້າໄປໃນສະຖານກົງສຸນໃນເວລາທີ່ທ່ານ ຄາຊອກກີ
ຢູ່ທີ່ນັ້ນ. ພວກຜູ້ຊາຍຈຸນີ້ຢູ່ທີ່ກົງສຸນເປັນເວລາສອງສາມຊົ່ວໂມງແລະຫຼັງຈາກນັ້ນກໍ
ເດີນທາງກັບຄືນຊາອຸດີ ອາຣາເບຍ.
ພວກເຈົ້າໜ້າທີ່ເທີກີ ກຳລັງເຮັດວຽກເພື່ອລົງຄວາມເຫັນກ່ຽວກັບວ່າ ພວກຜູ້ຊາຍ
ຈຸດັ່ງກ່າວນີ້ແມ່ນໃຜກັນແທ້.