ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ກັບຣັດເຊຍ ກ່າວວ່າ ອິສຣາແອລ ວ່າ ໂຈມຕີ ຖານທັບອາກາດ ໃນພາກກາງຊີເຣຍ


ທະຫານອິສຣາແອລ ຄົນນຶ່ງ ຢືນຢູ່ໃກ້ໆກັບລົດຖັງ ຢູ່ໃກ້
ຊາຍແດນຕິດກັບຊີເຣຍ ໃນຟາກເຂດ ໂກລານ ໄຮ້ສ໌ (Golan Heights) ທີ່ຄວບຄຸມໂດຍ ອິສຣາແອລ, ວັນຈັນ ທີ 28 ພະຈິກ 2016.
ທະຫານອິສຣາແອລ ຄົນນຶ່ງ ຢືນຢູ່ໃກ້ໆກັບລົດຖັງ ຢູ່ໃກ້ ຊາຍແດນຕິດກັບຊີເຣຍ ໃນຟາກເຂດ ໂກລານ ໄຮ້ສ໌ (Golan Heights) ທີ່ຄວບຄຸມໂດຍ ອິສຣາແອລ, ວັນຈັນ ທີ 28 ພະຈິກ 2016.

ຊີເຣຍ ແລະ ຣັດເຊຍ ກ່າວວ່າ ເຮືອບິນລົບຂອງອິສຣາແອລ ສອງລຳ ທີ່ປະຕິບັດງານ
ຢູ່ໃນເຂດນ່ານຟ້າຂອງເລບານອນ ໄດ້ດຳເນີນການໂຈມຕີ ຕໍ່ຖານທັບອາກາດ ຢູ່ໃນ ພາກກາງຂອງຊີເຣຍ ເມື່ອຕອນເຊົ້າວັນຈັນມື້ນີ້.

ກອງທັບຂອງອິສຣາແອລ ບໍ່ໄດ້ໃຫ້ຄຳເຫັນ ຕໍ່ການໂຈມຕີທາງອາກາດຕໍ່ຖານທັບ T4
ໃນແຂວງໂຮມສ໌ ຂອງຊີເຣຍ.

ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ໄດ້ກ່າວວ່າ 14 ຄົນ
ໄດ້ຖືກຂ້າຕາຍ ລວມທັງກຳລັງທະຫານຂອງອີຣ່ານ ນຳດ້ວຍ.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຂວາ, ພົບປະກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ້ ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 9 ມີນາ 2017.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຂວາ, ພົບປະກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ້ ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 9 ມີນາ 2017.

ໃນເດືອນກຸມພາຜ່ານມາ ອິສຣາແອລ ໄດ້ກ່າວຫາກຳລັງຂອງອີຣ່ານ ໃນການໃຊ້
ສະຖານທີ່ ແບບດຽວກັນ ເພື່ອສົ່ງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ເຂົ້າໄປໃນເຂດແດນ
ຂອງອິສຣາແອລ. ຕົນຈຶ່ງໄດ້ຕອບໂຕ້ດ້ວຍການໂຈມຕີ ໜ່ວຍປ້ອງກັນທາງອາກາດຂອງ
ຊີເຣຍ ແລະ ເປົ້າໝາຍທາງການທະຫານຕ່າງໆ ຂອງອີຣ່ານ ທີ່ຢູ່ພາຍໃນຊີເຣຍ ແລະ
ນາຍົກລັດຖະມົນຕີຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ້ ໄດ້ປະຕິຍານວ່າ
“ຈະສືບຕໍ່ທຳລາຍຜູ້ໃດກໍຕາມ ທີ່ພະຍາຍາມປອງຮ້າຍພວກເຮົາ.”

ໃນເບື້ອງຕົ້ນ ລາຍງານຕ່າງໆ ໃນວັນຈັນມື້ນີ້ ຂອງສື່ມວນຊົນຂອງທາງການຊີເຣຍ ໄດ້
ຖິ້ມໂທດໃສ່ ສະຫະລັດ ພ້ອມກັນກັບ ຝຣັ່ງ ເຊິ່ງທັງສອງໄດ້ປະຕິເສດຕໍ່ການມີສ່ວນຮັບ
ຜິດຊອບ.

ໃນພາບແຟ້ມຂ່າວ ຖ່າຍເມື່ອວັນທີ 4 ເມສາ 2018, ທະຫານສະຫະລັດ ຄົນນຶ່ງນັ່ງຢູ່ເທິງລົດຫຸ້ມເກາະ ຢູ່ໃກ້ກັບຖານທີ່ໝັ້ນ, ບໍ່ໄກຈາກເສັ້ນແນວໜ້າຂອງການສູ້ລົບທີ່ດຸເດືອດ ລະຫວ່າງ ສະພາກອງທັບ ມານບິດ ຂອງຊີເຣຍ ທີ່ສະໜັບສະໜູນໂດຍ ສະຫະລັດ ແລະພວກນັກລົບສະໜັບສະໜູນໂດຍເທີກີ, ໃນເມືອງ ມານບິດ ຢູ່ທາງພາກເໜືອຂອງຊີເຣຍ.
ໃນພາບແຟ້ມຂ່າວ ຖ່າຍເມື່ອວັນທີ 4 ເມສາ 2018, ທະຫານສະຫະລັດ ຄົນນຶ່ງນັ່ງຢູ່ເທິງລົດຫຸ້ມເກາະ ຢູ່ໃກ້ກັບຖານທີ່ໝັ້ນ, ບໍ່ໄກຈາກເສັ້ນແນວໜ້າຂອງການສູ້ລົບທີ່ດຸເດືອດ ລະຫວ່າງ ສະພາກອງທັບ ມານບິດ ຂອງຊີເຣຍ ທີ່ສະໜັບສະໜູນໂດຍ ສະຫະລັດ ແລະພວກນັກລົບສະໜັບສະໜູນໂດຍເທີກີ, ໃນເມືອງ ມານບິດ ຢູ່ທາງພາກເໜືອຂອງຊີເຣຍ.

ທ່ານ ຄຣິສໂຕເຟີ ເຊີຣວູດ ໂຄສົກທຳນຽບຫ້າແຈ ໄດ້ກ່າວໃນຖະແຫລງການສະບັບນຶ່ງ
ວ່າ “ຢ່າງໃດກໍຕາມ ພວກເຮົາຈະສືບຕໍ່ຕິດຕາມເບິ່ງສະຖານະການ ຢ່າງໃກ້ຊິດ ແລະ
ສະໜັບສະໜູນຢ່າງຕໍ່ເນື່ອງ ຄວາມພະຍາຍາມດ້ານການທູດ ເພື່ອນຳເອົາພວກຄົນ
ຜູ້ທີ່ໃຊ້ອາວຸດສານເຄມີ ຢູ່ໃນຊີເຣຍ ແລະ ຜູ້ທີ່ມີສ່ວນຮັບຜິດຊອບ ມາລົງໂທດ.”

ຊີເຣຍ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ ຕໍ່ການໃຊ້ອາວຸດສານເຄມີ ຕະຫຼອດໄລຍະການຂັດ
ແຍ່ງກັນ ທີ່ໄດ້ເລີ້ມຕົ້ນຂຶ້ນ ໃນປີ 2011 ລວມທັງການໂຈມຕີທີ່ສົ່ງໄສວ່າ ເປັນສານເຄມີ
ໃນວັນເສົາຜ່ານມານີ້ ໃນເຂດປົກຄອງໂດຍພວກຕໍ່ຕ້ານລັດຖະບານຊີເຣຍ ຢູ່ທີ່ຊານ
ເມືອງຂອງນະຄອນຫຼວງ ດາມາກັສ ທີ່ໄດ້ສັງຫານຢ່າງໜ້ອຍ 40 ຄົນ.

ເມື່ອຕອນແລງວັນອາທິດວານນີ້ ທຳນຽບຂາວ ໄດ້ກ່າວວ່າ ປະທານາທິບໍດີ ດໍໂນລ
ທຣຳ ແລະ ປະທານາທິບໍດີ ຝຣັ່ງ ທ່ານ ເອັມແມນນູແອລ ມາຄຣົງ ໄດ້ປະນາມຢ່າງ
ແຮງກ້າ ຕໍ່ການໂຈມຕີດ້ວຍສານເຄມີ ໃນຊີເຣຍ ແລະ ໄດ້ເຫັນດີນຳກັນວ່າ ລັດຖະບານ
ຂອງປະທານາທິບໍດີ ບາຊາຣ ອາລ-ອາຊາດ “ຕ້ອງຮັບຜິດຊອບ ສຳລັບ ການສືບຕໍ່
ລະເມີດສິດທິມະນຸດຂອງຕົນ.”

Syria
please wait
Embed

No media source currently available

0:00 0:01:51 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG