ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 5.9 ສັງ​ຫານ 12 ຄົນ​ໃນ​ປະ​ເທດ ເຮ​ຕີ, ບາດ​ເຈັບ 180 ຄົນ


​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ ຢືນ​ເບິ່ງ​ໂຮງ​ຮຽນ​ທີ່​ພັງ​ລົງ ຍ້ອນ​​ແຜ່ນ​ດິນ​ໄຫວຄວາມ​ແຮງ 5.9 ໃນ​ສອງມື້​ກ່ອນ. ເມືອງ ໂກ​ຣ ມອນ (Gros Morne), ປະ​ເທດ ເຮ​ຕີ. 7 ຕຸ​ລາ, 2018.
​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ ຢືນ​ເບິ່ງ​ໂຮງ​ຮຽນ​ທີ່​ພັງ​ລົງ ຍ້ອນ​​ແຜ່ນ​ດິນ​ໄຫວຄວາມ​ແຮງ 5.9 ໃນ​ສອງມື້​ກ່ອນ. ເມືອງ ໂກ​ຣ ມອນ (Gros Morne), ປະ​ເທດ ເຮ​ຕີ. 7 ຕຸ​ລາ, 2018.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ ເຮ​ຕີ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ສະ​ຫງົບ​ສະ​ຕິ​ອາ​ລົມ​ໃນ
ວັນອາທິດວານນີ້, ຫຼັງຈາກແຜ່ນດິນໄຫວຄວາມແຮງ 5.9 ໄດ້ສັ່ນສະເທືອນໃນປະເທດ
ທີ່ທຸກຍາກນັ້ນ.

ແຜ່ນ​ດິນ​ໄຫວ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 12 ຄົນ ແລະ ບາດ​ເຈັບ
ຫຼາຍກວ່າ 180 ຄົນ. ສູນກາງຂອງແຜ່ນດິນໄຫວ ແມ່ນຢູ່ໃກ້ໆກັບເມືອງ ຜອດ ເດິ ແປ
(Port de Paix) ຢູ່ທາງພາກເໜືອ, ແຕ່ສາມາດຮູ້ສຶກໄດ້ທົ່ວປະເທດ.

ອົງ​ການ​ສຳຫຼວດ​ທໍ​ລະ​ນີ​ວິ​ທະ​ຍາ ສະ​ຫະ​ລັດ ໄດ້​ລາຍ​ງານໃນ​ຕອນ​ບ່າຍ​ຂອງວັນ​ອາ​ທິ​ດ​
ວານນີ້ວ່າ ແຜ່ນດິນໄຫວນ້ອຍ ທີ່ເກີດຂຶ້ນຕາມມາພາຍຫຼັງ ຄວາມແຮງ 5.2 ໄດ້ສັ່ນສະ
ເທືອນໃນພາກພື້ນດຽວກັນ ຂອງເມືອງ ຜອດ ເດ ແປ, ໃນພາກເໜືອຂອງ ເຮຕີ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ​ເວີ​ແນ​ລ ມົວ​ເຊ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈອງ ອອງ​ຣີ ຊ້ຽງ (Jean
Henry Ceant) ໄດ້ເດີນທາງໄປເມືອງທີ່ໄດ້ຮັບຜົນກະທົບຈາກໄພພິບັດນັ້ນ ໃນວັນ
ອາທິດວານນີ້ ເພື່ອປະສານງານການບັນເທົາທຸກ.

ທ່ານ ມົວ​ເຊ ໄດ້​ຂຽນ​ຂໍ້​ຄວາມ​ໃນ ທວິດ​ເຕີ ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຊົມ​ເຊີຍ​ປະ​ຊາ​ຊົນ​ທັງຫຼາຍ
ໃນການສະແດງຄວາມສາມັກຄີກັນ ແລະ ຊ່ອຍເຫຼືອກັນຂອງເຂົາເຈົ້າ.”

ລາຍ​ງານ​ເວົ້າ​ວ່າ, ໂຮງ​ໝໍ​ແຫ່ງ​ນຶ່ງ, ສູນ​ຊຸມ​ຊົນ ແລະ ເຮືອນຫຼາຍຫຼັງ​ແມ່ນ​ໄດ້​ຖືກ​ທຳ​ລາຍ.

ນາງ ມາ​ຣີ ໂຄ​ລດ ຊິ​ລ​ເວີ​ແຣັງ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ເຄ​ຣ​ໂອ​ລ ວ່າ “ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ກຳ​
ລັງເບິ່ງໂທລະພາບຢູ່, ທ່ານປະທານາທິບໍດີກຳລັງເວົ້າຢູ່ ແລະ ໃນທັນທີທັນໃດຂ້າພະ
ເຈົ້າກໍຮູ້ສຶກວ່າ ຕັ່ງຂອງຂ້າພະເຈົ້າກຳລັງສັ່ນ. ຂ້າພະເຈົ້າຄິດວ່າ ໝາຂອງພວກເຮົາເປັນ
ຜູ້ສັ່ນມັນ, ແຕ່ຫຼັງຈາກນັ້ນ ລູກສາວຂອງຂ້າພະເຈົ້າກໍໄດ້ຖາມວ່າ, ແມ່, ເຈົ້າຮູ້ສຶກແຜ່ນ
ດິນໄຫວບໍ່? ແລະ ນັ້ນກໍແມ່ນເວລາທີ່ຂ້າພະເຈົ້າໄດ້ແລ່ນອອກໄປທາງນອກ ເພື່ອເບິ່ງ
ວ່າມັນກຳລັງເກີດຫຍັງຂຶ້ນ.”

ຜູ້​ຊາຍ​ອີກ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ລາວ​ກຳ​ລັງ​ເຮັດ​ວຽກ​ຢູ່​ຄອມ​ພິວ​ເຕີ​ຂອງ​ລາວ​ ໃນ​
ທັນໃດນັ້ນໂຕະກໍເລີ່ມສັ່ນ. ລາວໄດ້ເວົ້າວ່າ ທຳອິດລາວບໍ່ຮູ້ວ່າແມ່ນຫຍັງເຮັດໃຫ້ມັນສັ່ນ.

ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ແລ່ນ​ອອກ​ໄປ​ທາງນອກ ແລະ ໄດ້​ເຫັນ​ຄົນ​ພວກນີ້
ຢູ່ເຕັມຖະໜົນ ແລະ ຂ້າພະເຈົ້າກໍຮູ້ວ່າ ນັ້ນແມ່ນແຜ່ນດິນໄຫວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG