ແຜ່ນດິນໄຫວຄວາມແຮງ 5.9 ໄດ້ສັ່ນສະເທືອນພາກຕາເວັນຕົກສຽງເໜືອຂອງ ປະ
ເທດ ເຮຕີ ໃນວັນເສົາວານນີ້, ເຮັດໃຫ້ປະຊາຊົນເສຍຊີວິດຢ່າງໜ້ອຍ 11 ຄົນ ແລະ
ບາດເຈັບຫຼາຍກວ່າ 130 ຄົນ.
ໂຄສົກລັດຖະບານ ໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ (AFP) ວ່າ7 ຄົນໄດ້ເສຍຊີວິດ ໃນ
ເມືອງ ຜອດ ເດິ ແປ (Port de Paix), ເມືອງຫຼວງຂອງກົມ ຕາເວັນຕົກສຽງເໜືອຂອງ
ເກາະ ເຮຕີ.
ອີກ 4 ຄົນໄດ້ເສຍຊີວິດໃນເມືອງ ໂກຣ-ມອນ (Gros-Morne), 50 ກິໂລແມັດ ທິດຕາ
ເວັນອອກສຽງໃຕ້ຂອງເມືອງ ຜອດ ເດິ ແປ.
ມີລາຍງານວ່າເຮືອນຫຼາຍຫຼັງ ແລະ ໂຮງໝໍ ໄດ້ຖືກທຳລາຍໂດຍແຜ່ນດິນໄຫວດັ່ງກ່າວ.
ອົງການປົກປ້ອງພົນລະເຮືອນຂອງ ເຮຕີ ກ່າວວ່າ ເມືອງ ຜອດ ເດິ ແປ, ເມືອງ ໂກຣ-
ມອນ, ຊັງໂຊມ (Chansolme) ແລະ ຕໍຕູກາ ແມ່ນເຂດທີ່ໄດ້ຮັບຜົນກະທົບແຮງທີ່ສຸດ.
ກົມສຳຫຼວດທໍລະນີວິທະຍາ ສະຫະລັດ ກ່າວວ່າ ແຜ່ນດິນໄຫວຕື້ນ ໄດ້ເກີດຂຶ້ນ 19 ກິ
ໂລແມັດຫ່າງຈາກເມືອງ ຜອດ ເດິ ແປ ເຊິ່ງຕັ້ງຢູ່ຊາຍຝັ່ງເໜືອສຸດຂອງປະເທດນັ້ນ.
ປະທານາທິບໍດີ ໂຈເວີແນລ ມົວເຊ (Jovenel Moise) ໄດ້ຮຽກຮ້ອງໃຫ້ປະຊາຊົນສະ
ຫງົບສະຕິອາລົມ. ທ່ານໄດ້ກ່າວເພີ່ມເຕີມວ່າ ແຫຼ່ງຊັບພະຍາກອນທັງໝົດຂອງ ປະເທດ
ຈະຖືກສົ່ງໄປຊ່ວຍເຫຼືອເຂດທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຄັ້ງນີ້.
ປະເທດ ເຮຕີ, ເຊິ່ງແມ່ນປະເທດທີ່ທຸກຍາກທີ່ສຸດໃນຊີກໂລກຕາເວັນຕົກ, ແມ່ນບໍ່ເຄີຍ
ຟື້ນຕົວຄືນຢ່າງເຕັມທີ່ ຈາກແຜ່ນດິນໄຫວຄວາມແຮງ 7.1 ໃນປີ 2010 ທີ່ໄດ້ສັງຫານ
ປະຊາຊົນຫຼາຍກວ່າ 200,000 ຄົນ ແລະ ເຮັດໃຫ້ປະຊາຊົນປະມານນຶ່ງລ້ານຄົນບໍ່ມີທີ່
ຢູ່ອາໄສ.