ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍ​ງານ ແຈ້ງວ່າ ຄະ​ນະ​ສືບ​ສວນ ຂອງ​ທ່ານ ມອ​ລ​ເລີ້ ກ່າວ​ວ່າ ລາຍ​ງານ ຂັ້ນ​ສຸດ​ທ້າຍ ມີ​ຫຼັກ​ຖານ ທີ່​ເສຍ​ຫາຍ ຢູ່​ໃນ​ນັ້ນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ ບາ ພວມ​ອອກ​ຈາກ​ເຮືອນ​ໄປ​ການ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ ບາ ພວມ​ອອກ​ຈາກ​ເຮືອນ​ໄປ​ການ.

ພວກ​ເຈົ້າ​ໜ້າ​ທີ່ບາງທ່ານ ທີ່ສືບ​ສວນເປັນ​ເວ​ລາເກືອບເຖິງສອງປີ ກ່ຽວກັບການໂຄສະ
ນາ ຫາສຽງ ເລືອກຕັ້ງປະທານາທິບໍດີປີ 2016 ຂອງ ທ່ານດໍ​ໂນ​ລ ທຣຳ ກ່າວວ່າ ສິ່ງທີ່
ພົບເຫັນ ຢູ່ໃນລາຍງານທີ່ຍື່ນໄປ ໂດຍໄອຍະການພິເສດ ທ່ານ ໂຣເບີດ ມອລເລີ້ນັ້ນ ເປັນການສ້າງຄວາມເສຍຫາຍໃຫ້ແກ່ປະທານາທິບໍດີຫຼາຍ ກວ່າທີ່ໄດ້ສະເໜີແນະໄປ
ໂດຍທ່ານ ວິລລຽມ ບາ ລັດຖມົນຕີ ກະຊວງຍຸຕິທຳ ຕາມທີ່ ໜັງສືພິມນິວຢອກທາຍມ໌ ກັບວໍຊິງຕັນໂພສທ໌ ໄດ້ລາຍງານໄປ ໃນຕອນແລງວັນພຸດວານນີ້.

ທ່ານບາ ໄດ້ນຳ​ອອກ​ເຜີຍ​ແຜ່ ບົດສະຫຼຸບສີ່ໜ້າ ໃນວັນທີ 24 ມີນາ ກ່ຽວກັບລາຍງານ
ຂອງທ່ານມອລເລີ້ ເລື້ອງຂໍ້ກ່າວຫາຕ່າງໆ ວ່າການໂຄສະນາຫາສຽງ ຂອງທ່ານທຣຳ ມີການສົມຮູ້ຮ່ວມຄິດກັບຣັດເຊຍ ເພື່ອສ້າງອິດທິພົນໃຫ້ແກ່ການເລືອກຕັ້ງ ໂດຍເຂົ້າ
ຂ້າງທ່ານທຣຳ. ທ່ານບາ ເວົ້າວ່າ ຄະນະຂອງທ່ານມອລເລີ້ ບໍ່ໄດ້ພົບເຫັນຫລັກຖານ
ອັນໃດ ວ່າທ່ານທຣຳ ຫລືຜູ້ໃດກໍຕາມ ທີ່ພົວພັນກັບການ ໂຄສະນາຫາສຽງ ໄດ້ສົມຮູ້
ຮ່ວມຄິດຫລືປະສານງານກັບຣັດເຊຍ. ນອກຈາກນັ້ນ ແລ້ວ ທ່ານລັດຖະມົນຕີຍຸຕິທຳ
ຍັງກ່າວວ່າ ທ່ານມອລເລີ້ບໍ່ໄດ້ລົງຄວາມເຫັນໃດໆ ກ່ຽວກັບວ່າ ທ່ານປະທານາທິບໍດີ
ເຂົ້າຫຍຸ້ງກ່ຽວ ກັບການສືບສວນດັ່ງກ່າວ ແຕ່ກໍໄດ້ເວົ້າຕື່ມວ່າ ເພິ່ນບໍ່ໄດ້ເຮັດໃຫ້ເປັນ
ທີ່ແຈ້ງຂາວ ກ່ຽວກັບຂໍ້ກ່າວຫານັ້ນ. ທ່ານບາເວົ້າວ່າ ທັງທ່ານເອງ ແລະ ຮອງລັດຖະ
ມົນຕີຍຸຕິທຳ ທ່ານຣອດ ໂຣເຊັນສຕາຍນ໌ ໄດ້ຕັດສີນໃຈວ່າ ບໍ່ມີຫລັກຖານພຽງພໍທີ່ຈະ
ກ່າວຫາທ່ານທຣຳ ວ່າຂັດຂວາງຂະບວນການຍຸຕິທຳ.

ແຕ່ໜັງສືພິມ ນິວຢອກທາຍມ໌ ແລະວໍຊິງຕັນໂພສທ໌ເວົ້າວ່າ ພວກນັກສອບສວນ ຂອງ
ທ່ານມອລເລີ້ໄດ້ບອກເພື່ອນຮ່ວມງານວ່າ ທ່ານບາບໍ່ໄດ້ວາດຮູບພາບຢ່າງ ເປັນທີ່ສົມ
ບູນ ກ່ຽວກັບການພົບເຫັນ ຂອງການຊອກຄົ້ນດັ່ງກ່າວ. ໜັງສືພິມວໍຊິງຕັນໂພ​ສ​ທ໌ເວົ້າ
ວ່າ ສະມາຊິກຂອງທ່ານມອລເລີ້ ເຊື່ອວ່າ ຫລັກຖານທີ່ພວກຕົນໄດ້ລວບລວມມາກ່ຽວ
ກັບເລື້ອງຂັດຂວາງຂະບວນການຍຸຕິທຳ ແມ່ນ “ເປັນເລື້ອງຕື່ນຕົກໃຈ ທັງມີຄວາມສຳ
ຄັນຫລາຍ.” ສ່ວນໜັງສືພິມນິວຢອກທາຍມ໌ ໄດ້ເວົ້າຢູ່ໃນລາຍງານຂອງຕົນວ່າ ພວກ
ນັກສືບສວນ ມີຄວາມເປັນຫ່ວງວ່າ ຍ້ອນວ່າບົດສະຫລຸບ ຂອງທ່ານບາ “ເປັນບົດບັນ
ລະຍາຍອັນທຳອິດ” ຂອງການຄົ້ນພົບຂອງທີມງານດັ່ງກ່າວ ທັດສະນະຂອງມະຫາຊົນ
ຈະບໍ່ມີອັນປ່ຽນແປງ ກ່ອນທີ່ລາຍງານຂັ້ນສຸດທ້າຍຈະຖືກນຳອອກເຜີນແຜ່.

ລັດຖະມົນຕີກະຊວງຍຸຕິທຳ ໄດ້ສາບານວ່າ ຈະນຳອອກເຜີຍແຜ່ ໃຫ້ມະຫາຊົນ ຊາບ ລາຍງານດັ່ງກ່າວ ໃນກາງເດືອນເມສານີ້ ລຸນຫຼັ​ງທີ່ທ່ານ ແລະ ພວກພະນັກງານຂອງ
ທ່ານ ໄດ້ລຶບອອກຂໍ້ມູນທີ່ຫລໍ່ແຫລມ ເຊັ່ນການໃຫ້ການຂອງພວກຄະ ນະ​ຕຸ​ລາ​ການ
ເປັນຕົ້ນ. ແຕ່ຄະນະກຳມາທິການ ຕຸລາການສະພາຕໍ່າ ທີ່ພວກເດໂມແຄຣັດຄວບຄຸມ ໄດ້ລົງຄະແນນສຽງວັນພຸດວານນີ້ຕາມແນວທາງຂອງພັກອະນຸຍາດໃຫ້ຫົວໜ້າຄະນະ
ທ່ານແຈຣີ ເນດເລີ້ ໃຫ້ສົ່ງໝາຍເກາະໄປທວງເອົາ ສຳນວນລາຍ​ງານ​ໂດຍ​ເຕັມ ແລະ
ຫລັກຖານສະໜັບສະໜູນທັງໝົດ ຂອງທ່ານ ມອລເລີ້ມາ.


ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG