ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ພິພາກສາສານສູງສຸດ ຂອງສະຫະລັດ ທ່ານສຕີເວນ ບຣາຍເອີ້ ຈະອອກກິນບໍານານ


ແຟ້ມຮູບ-ສະມາຊິກສານສູງສຸດຂອງສະຫະລັດ ທ່ານສຕີເວນ ບຣາຍເອີ້ ນັ່ງຟັງໃນລະຫວ່າງການປະຊຸມ ຢູ່ທີ່ສູນວັດທະນະທໍາຝຣັ່ງ ໃນນະຄອນບອສຕັນ, ວັນທີ 13 ກຸມພາ 2017.
ແຟ້ມຮູບ-ສະມາຊິກສານສູງສຸດຂອງສະຫະລັດ ທ່ານສຕີເວນ ບຣາຍເອີ້ ນັ່ງຟັງໃນລະຫວ່າງການປະຊຸມ ຢູ່ທີ່ສູນວັດທະນະທໍາຝຣັ່ງ ໃນນະຄອນບອສຕັນ, ວັນທີ 13 ກຸມພາ 2017.

ຜູ້ພິພາກສາສານສູງ​ສຸດຂອງສະຫະລັດ ທ່ານສຕີເວນ ບຣາຍເອີ້ (Stephen Breyer) ຜູ້ທີ່ອອກສຽງໄປທາງເສລີນິຍົມຢ່າງເຂັ້ມແຂງຢູ່ໃນສານສູງສຸດຂອງປະເທດມາເປັນເວລາ 27 ປີ ໄດ້ຕັດສິນໃຈທີ່ຈະກະສຽນແລ້ວ, ອີງຕາມລາຍງານຂ່າວ ໃນນະຄອນຫຼວງວໍຊິງຕັນ.

ການອອກບໍານານໃນອາຍຸ 83 ປີຂອງທ່ານບຣາຍເອີ້ ຈະເຮັດໃຫ້ປະທານາທິບໍ ດີໂຈ ໄບເດັນ ມີໂອກາດຄັ້ງທໍາອິດ ໃນການ​ແຕ່ງ​ຕັ້ງ ​ຜູ້​ເຂົ້າ​ມາ​ຮັບ​ຕຳ​ແໜ່ງ​ທີ່ຫວ່າງລົງ ນັບຕັ້ງແຕ່ອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ ໄດ້ແຕ່ງຕັ້ງ​ຜູ້ມີ​ຫົວອະນຸລັກນິຍົມສາມຄົນ​ເຂົ້າ​ຮັບ​ໜ້າ​ທີ່ ອັນໄດ້ເຮັດໃຫ້ສານມີຄວາມເອນ​ອຽງ ທາງດ້ານອຸດົມການ ໄປທາງຂວາ ດ້ວຍສຽງສ່ວນຫຼາຍທີ່ 6 ຕໍ່ 3.

ອີງຕາມລາຍງານຂ່າວ, ທ່ານບຣາຍເອີ້ ມີແຜນທີ່ຈະປະຕິບັດໜ້າທີ່ຢູ່ໃນສານຕໍ່ໄປຈົນໝົດວາລະໜ້າທີ່ຂອງທ່ານ ໃນທ້າຍເດືອນ ມິຖຸນາ ທີ່ຈະມາເຖິງນີ້ ຫຼືຈົນກວ່າຈະມີການ​ແຕ່ງ​ຕັ້ງຜູ້ມາຮັບໜ້າທີ່ແທນ ໂດຍທ່ານໄບເດັນ ແລະໄດ້ຮັບການຢືນຢັນທາງການເມືອງຈາກສະພາສູງ.

ໄດ້ມີການຄາດຄະເນວ່າ ທ່ານບຣາຍເອີ້ ຈະປະກາດການອອກກິນບໍານານຂອງຕົນ ໃນມື້ວັນພະຫັດນີ້.

“ຍັງບໍ່ມີການປະກາດອັນໃດຈາກທ່ານຜູ້ພິພາກສາບຣາຍເອີ້,” ທ່ານໄບເດັນກ່າວ. “ປະໃຫ້ລາວດໍາເນີນການໃນສິ່ງທີ່ລາວກໍາລັງຈະກ່າວໃນຖະແຫຼງການຂອງລາວ, ແລະຂ້າພະເຈົ້າເອງກໍຍິນດີທີ່ຈະເວົ້າກ່ຽວກັບເລື້ອງນີ້ຫຼັງຈາກນີ້.”

ທ່ານໄບເດັນ ບໍ່ຄືກັນກັບທ່ານທຣໍາ ເມື່ອທ່ານໄດ້ລົງສະໝັກຕໍາແໜ່ງປະທານາ ທິບໍດີໃນປີ 2016 ແລະລົງເລືອກຕັ້ງອີກຄັ້ງໃນປີ 2020, ບໍ່ໄດ້ມີການເປີດເຜີຍລາຍຊື່ຜູ້ພິພາກສາ ທີ່ທ່ານຕ້ອງພິຈາລະນາແຕ່ງຕັ້ງຂອງສານສູງສຸດ 9 ຄົນ.

ແຕ່ວ່າ ໃນລະຫວ່າງທີ່ທ່ານກໍາລັງລົງສະໝັກເລືອກຕັ້ງປະທານາທິບໍດີ, ລຸນຫຼັງທີ່ທ່ານເລືອກສະມາຊິກສະພາສູງ ທ່ານນາງຄາມາລາ ແຮຣິສ ເຊິ່ງມີເຊື້ອສາຍ ຈາໄມກ້າ ແລະເອເຊຍໃຕ້ ມາເປັນຮອງປະທານາທິບໍດີນັ້ນ, ທ່ານ ໄບເດັນ ກ່າວວ່າ ທ່ານຈະແຕ່ງຕັ້ງຜູ້ຍິງຜິວດໍາຄົນທໍາອິດຂອງສານ​ດັ່ງ​ກ່າວ.

ໃນຈໍານວນຜູ້ທີ່​ຈະໄດ້ຮັບການສະເໜີຊື່ນັ້ນ ​ອາດ​ຮວມ​ທັງຜູ້ພິພາກສາສານ​ສູງ​ສຸດ ​ຂອງລັດຄາລິຟໍເນຍ ທ່ານນາງລີອອ​ນດຣາ ຄ​ຣູເກີ (Leondra Kruger), ຜູ້ພິ ພາກສາປະ​ຈຳ​ເຂດຂອງສະຫະລັດ ທ່ານ​ນາງເຄີທານຈີ ບຣາວ ແຈັກສັນ (Ketanji Brown Jackson), ທະນາຍເພື່ອສິດທິພົນລະເຮືອນ ທ່ານ​ນາງເຊີຣີລີນ ໄອຟີລ (Sherrilyn Ifill), ແລະຜູ້ພິພາກສາປະຈໍາເມືອງ ມິເຊລ ຊາຍສ໌ (Michelle Childs), ຜູ້ເຊິ່ງທ່ານໄບເດັນ ໄດ້ສະເໜີຊື່​ໃຫ້ເປັນຜູ້ພິພາກສາສານອຸທອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG