ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານວ່າ ອີຣ່ານ ຕຽມການຝຶກຊ້ອມ ທາງຫະຫານ ຂະໜານໃຫຍ່


ກຳປັ່ນພິຄາດຊາດີດ ນາຄດີ (Shahid Naqdi) ທີ່ຖ່າຍໃຫ້ເຫັນ
ໃນທ່າຊູດານ ໃນເຂດທະເລແດງ, 31 ຕຸລາ 2012.
ກຳປັ່ນພິຄາດຊາດີດ ນາຄດີ (Shahid Naqdi) ທີ່ຖ່າຍໃຫ້ເຫັນ ໃນທ່າຊູດານ ໃນເຂດທະເລແດງ, 31 ຕຸລາ 2012.

“ພວກເຮົາຊິ້ງຊອມເບິ່ງ ຢ່າງໃກ້ຊິດ, ແລະຈະດຳເນີນສືບຕໍ່ ເພື່ອປະຕິບັດງານ
ກັບພາຄີ ເພື່ອຄ້ຳປະກັນເສລິພາບໃນການເດີນເຮືອ ແລະການສັນຈອນທາງນ້ຳ
ຢ່າງເສລີ ຂອງການລຳລຽງທາງການຄ້າ ຂອງທາງນ້ຳສາກົນ.”

ກອງທັບປະຕິວັດພິທັກອິສລາມຂອງອີຣ່ານ ອາດຈະເລີ້ມການຝຶກສ້ອມທາງທະຫານ
ພາຍໃນ 48 ຊົ່ວໂມງ ອີງຕາມ ອົງການຂ່າວ CNN.

ເຈົ້າໜ້າທີ່ສະຫະລັດ ທີ່ບໍ່ບອກຊື່ ໄດ້ບອກອົງການຂ່າວຣອຍເຕີຣ໌ ວ່າ ອີຣ່ານ ເທົ່າເຖິງ
ປັດຈຸບັນນີ້ ແມ່ນໄດ້ຮ່ວມກັນເປັນຝູງເຮືອ ຂອງຫຼາຍກວ່າ 100 ລຳ ເພື່ອການຝືກສ້ອມ
ຄັ້ງນີ້. ອົງການຂ່າວ CNN ລາຍງານວ່າ ມັນເປັນການຄາດຫວັງ ທີ່ວ່າ ກອງກຳລັງທາງ
ອາກາດແລະພາກພື້ນດິນ ຊຶ່ງຮວມທັງ ລູກສອນໄຟຕໍ່ຕ້ານ ທີ່ອາດຮວມຢູ່ໃນການຝືກ
ສ້ອມຄັ້ງນີ້.

ຄວາມຕຶງຄຽດລະຫວ່າງອີຣ່ານ ກັບສະຫະລັດ ໄດ້ຕຶງຄຽດ ນັບຕັ້ງແຕ່ ເດືອນພຶດສະພາ ຕອນທີ່ປະທານາທິບໍດີສະຫະລັດ ໄດ້ປະກາດການຖອນຕົນເອງອອກຈາກຂໍ້ຕົກລົງ ທີ່ລົງນາມໂດຍເຕຫະຣ່ານ ແລະບັນດາປະເທດມະຫາອຳນາດຂອງໂລກ ທີ່ຈະຫັນເຫ ການມີຄອບຄອງນິວເຄລຍ ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG