ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານ ສະພາຕ່ຳ ສຫລ ທ່ານພອລ ໄຣແອນ ຈະບໍ່ລົງແຂ່ງຂັນ ໃນການເລືອກຕັ້ງ ປີນີ້


US House Speaker Ryan Says He Won't Run for Re-Election
please wait

No media source currently available

0:00 0:01:19 0:00

ປະທານສະພາຕ່ຳ ທ່ານ ພອລ ໄຣແອນ ຈະບໍ່ລົງສະໝັກແຂ່ງຂັນ ໃນການເລືອກຕັ້ງອີກ
ໃນເດືອນພະຈິກ ຈະມາເຖິງນີ້ ໂດຍໄດ້ຕັ້ງຄຳຖາມຫຼາຍຢ່າງ ກ່ຽວກັບຄວາມອາດສາມາດ
ຂອງພັກຣີພັບບລີກັນ ທີ່ຈະຮັກສາການຄວບຄຸມສະພາຕ່ຳໄດ້ຢູ່ຄືເກົ່າ ໃນລະຫວ່າງ ການ
ເລືອກຕັ້ງກາງສະໄໝ.

ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ເມື່ອວັນພຸດວານນີ້ ທ່ານ ໄຣແອນ ໄດ້ປະກາດ
ວ່າ ທ່ານຈະອອກກິນເບ້ຍບຳນານ ຫຼັງຈາກ ລັດຖະສະພາຊຸດນີ້ ສິ້ນສຸດລົງໃນເດືອນ
ມັງກອນ ປີໜ້າ ຍ້ອນວ່າ ທ່ານຢາກຈະໃຊ້ເວລາຫຼາຍຂຶ້ນ ກັບຄອບຄົວຂອງທ່ານ.

ທ່ານ ໄຣແອນ ໄດ້ກ່າວບອກບັນດານັກຂ່າວ ວ່າ “ຂ້າພະເຈົ້າໄດ້ໃຫ້ທຸກສິ່ງທຸກຢ່າງທີ່ມີ
ກັບວຽກນີ້ ແລະ ຂ້າພະເຈົ້າບໍ່ມີຄວາມຜິດຫວັງໃດໆເລີຍ ສຳລັບການທີ່ໄດ້ຮັບເອົາ
ຄວາມຮັບຜິດຊອບນີ້.”
ທ່ານກ່າວຕໍ່ໄປວ່າ “ແຕ່ຄວາມຈິງກໍແມ່ນວ່າ ມັນເປັນທີ່ງ່າຍດາຍ
ທີ່ມັນນະກວມເອົາທຸກສິ່ງທຸກຢ່າງໃນຊີວິດຂອງເຈົ້າ.”

ຫຼັງຈາກ 20 ປີທີ່ໄດ້ຢູ່ໃນລັດຖະສະພາ ທ່ານໄຣແອນ ໄດ້ໃຫ້ຂໍ້ສັງເກດ ວ່າ ທ່ານຢາກຈະ
ໃຊ້ເວລາຫຼາຍຂຶ້ນ ກັບພັນລະຍາຂອງທ່ານ ແລະ ລູກ 3 ຄົນ ທີ່ຍັງໜຸ່ມນ້ອຍ.

ທ່ານອະທິບາຍວ່າ “ຖ້າຂ້າພະເຈົ້າ ຢູ່ທີ່ແຫ່ງນີ້ ອີກສະໄໝນຶ່ງ ລູກຂອງຂ້າພະເຈົ້າ ພຽງ
ະຮູ້ຈັກຂ້າພະເຈົ້າ ຄືເປັນພໍ່ໃນວັນຢຸດສັບປະດາເທົ່ານັ້ນ. ຂ້າພະເຈົ້າ ບໍ່ສາມາດປ່ອຍ
ໃຫ້ອັນນັ້ນ ເກີດຂຶ້ນໄດ້.”

ການລາອອກຂອງທ່ານໄຣແອນ ນັ້ນ ເປັນໄປໄດ້ສູງວ່າ ຈະນຳໄປສູ່ການແຍ່ງຊີງເພື່ອ
ຍາດຕຳແໜ່ງ ປະທານສະພາຕ່ຳ ຂອງທ່ານ. ໂດຍມີລາຍງານວ່າ ບັນດາຜູ້ທີ່ຢາກໄດ້
ຕຳແໜ່ງ ທີ່ສຳຄັນ ກໍແມ່ນ ຜູ້ນຳສຽງສ່ວນຫຼາຍ ສະພາຕຳ ທ່ານ ເຄວິນ ເມັກຄາຕີ ຈາກ
ລັດຄາລີຟໍເນຍ ແລະ ຮອງຜູ້ນຳສຽງສ່ວນຫຼາຍໃນສະພາຕ່ຳ ທ່ານສຕີບ ສກາລີສ ຈາກ
ລັດຫລຸຍຊີອານາ.

ທ່ານໄຣແອນ ໄດ້ປະຕິເສດຕໍ່ຄວາມເປັນຫ່ວງ ທີ່ວ່າ ການລາອອກກິນເບ້ຍບຳນານຂອງ
ທ່ານນັ້ນ ອາດຈະສົ່ງຜົນກະທົບຕໍ່ຄວາມພະຍາຍາມຂອງພັກຣີພັບບລີກັນ ທີ່ຈະຮັກສາ
ໄວ້ ການມີສຽງສ່ວນຫຼາຍ ໃນສະພາຕ່ຳ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ເຊື່ອເລີຍວ່າ ຖ້າຂ້າພະເຈົ້າຢູ່ຕໍ່ ຫຼື ຈະໄປ ໃນປີ 2019
ແມ່ນຈະສົ່ງຜົນກະທົບ ຕໍ່ບຸກຄົນຜູ້ໃດ ທີ່ລົງແຂ່ງຂັນ ສຳລັບລັດຖະສະພາ.”

ທ່ານປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ທ່ານໄຣແອນ ໄດ້ມີສາຍສຳພັນທີ່ເຄັ່ງຕຶງ ໃນບາງ
ຄັ້ງບາງຄາວນັ້ນ ກໍໄດ້ຍົກຍ້ອງ ທ່ານໄຣແອນ ຢູ່ໃນທວີດເຕີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG