ທ່ານແອນດຣູ ແມັກເຄບ ເຈົ້າໜ້າທີ່ໝາຍເລກ 2 ຂອງ ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດຜູ້ທີ່ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຕຳໜິຕິຕຽນ
ຢ່າງເປີດເຜີຍ ໂດຍກ່າວຫາວ່າມີຄວາມລຳອຽງທາງການເມືອງແລະມີລາຍງານວ່າ
ຢາກໃຫ້ປົດອອກ ຈາກຕຳແໜ່ງນັ້ນ ໄດ້ລາອອກຈາກອົງການດັ່ງກ່າວ ໃນວັນຈັນ
ວານນີ້ ຫຼາຍສັບປະດາກ່ອນ ທີ່ທ່ານຈະອອກກິນເບ້ຍບຳນານ.
ການເຄື່ອນໄຫວດັ່ງກ່າວ ໄດ້ມີຂຶ້ນຫຼາຍເດືອນຫຼັງຈາກຖືກຕຳໜິຕິຕຽນໂດຍທ່ານທຣຳ
ແລະພັນທະມິດ ໃນພັກຣີພັບບຣີກັນ ທີ່ວ່າ ທ່ານ ແມັກເຄບ ແມ່ນເປັນຜູ້ຕໍ່ຕ້ານທ່ານທຣຳ.
ໃນລາຍງານຫວ່າງມໍ່ໆມານີ້ ແມ່ນກ່າວວ່າ ທ່ານແມັກເຄບ ໄດ້ຖືກກົດດັນໃຫ້ລາອອກ
ຈາກອົງ ການດັ່ງກ່າວ.
ສະມາຊິກສະພາຕ່ຳ ຈາກລັດເວີຈີເນຍ ທ່ານ ບອບ ກູເລຕ, ປະທານຄະນະກຳມະການ
ຕຸລາການຂອງສະພາຕ່ຳ ໄດ້ກ່າວວ່າ “ຂ່າວໃນມື້ນີ້ ທີ່ວ່າ ທ່ານແອນດຣູ ແມັກເຄບ
ຮອງຜູ້ ອຳນວຍການອົງການ FBI ໄດ້ລາອອກຈາກຕຳແໜ່ງນັ້ນແມ່ນກາຍຍາມແລ້ວ,”
ແລະທ່ານ ຍັງໄດ້ກ່າວຕື່ມວ່າ “ວິທີທາງດຽວທີ່ຈະເຮັດໃຫ້ເປັນທີ່ແນ່ນອນວ່າ ອົງການ
FBI ຍັງຈະເປັນອົງການຄຸ້ມຄອງກົດໝາຍຊັ້ນນຶ່ງໃນໂລກນີ້ ກໍແມ່ນຄ້ຳປະກັນວ່າ
ຜູ້ນຳຂອງອົງການດັ່ງກ່າວ ເປັນທີ່ໄວ້ໃຈຂອງປະຊາຊົນຊາວອາເມຣິກັນ. ການປ່ຽນແປງຜູ້ນຳຂອງອົງການ FBI ແມ່ນເປັນບາດກ້າວທີ່ດີອັນທຳອິດ ໃນການປົວແປງຊື່ສຽງທີ່ຖືກທຳລາຍໄປຂອງພວກເຂົາເຈົ້າ.”
ໂຄສົກປະຈຳທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີຣສ໌ ໄດ້ກ່າວວ່າ ທ່ານທຣຳ
“ຍັງຢືນຢັດຕໍ່ການໃຫ້ຄຳເຫັນຂອງຄັ້ງກ່ອນ” ກ່ຽວກັບທ່ານແມັກເຄບ ແຕ່ວ່າ ໄດ້ບອກກັບ
ພວກນັກຂ່າວວ່າ ປະທານາທິບໍດີ “ບໍ່ແມ່ນສ່ວນນຶ່ງຂອງຂັ້ນຕອນການຕັດສິນ” ທີ່ນຳໄປ
ສູ່ການອອກກິນເບ້ຍບຳນານ ກ່ອນກຳນົດຂອງທ່ານແມັກເຄບ.
“ຂ້າພະເຈົ້າສາມາດບອກທ່ານ ໄດ້ວ່າ ການຕັດສິນໃຈໃດໆກ່ຽວກັບເລື່ອງນີ້ ບໍ່ໄດ້ມາ
ຈາກທຳນຽບຂາວ,” ນັ້ນຄືຄຳເວົ້າຂອງທ່ານນາງແຊນເດີຣສ໌ ທີ່ໄດ້ກ່າວໄວ້.
ທ່ານ ແມັກເຄບ ແມ່ນໄດ້ຕົກເປັນຂ່າວຂອງການຖົກຖຽງ ບໍ່ເທົ່າໃດມື້ ກ່ອນທີ່ມີການ
ເລືອກຕັ້ງປະທານາທິບໍດີ ໃນປີ 2016 ເວລາມີການພົບເຫັນວ່າ ພັນລະຍາຂອງທ່ານ
ທ່ານນາງ ຈິລ ແມັກເຄບ ຜູ້ລົງສະໝັກທີ່ສັງກັດພັດເດໂມແຄຣັດ ເພື່ອຍາດເອົາຕຳແໜ່ງ
ໃນສະພາສູງຂອງລັດເວີຈີເນຍ ໃນປີ 2015, ໄດ້ຮັບເງິນບໍລິຈາກຈຳນວນຫຼາຍຮ້ອຍພັນ
ໂດລາເພື່ອການໂຄສະນາຈາກຄະນະກຳມະການທາງການເມືອງທີ່ຄວບຄຸມໂດຍເພື່ອນ
ຂອງທ່ານນາງຮິລລາຣີ ຄລິນຕັນ. ທ່ານແທຣີ ແມັກໂອລິຟ ຊຶ່ງເປັນຜູ້ປົກຄອງລັດເວີຈີເນຍໃນເວລານັ້ນນັ້ນ.