ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີລາຍງານວ່າ ສູນກາງຄວບຄຸມແລະ ປ້ອງກັນໂຣກ ສຫລ ບອກໃຫ້ລັດຕ່າງໆ ກຽມພ້ອມ ສໍາລັບຢາວັກຊິນ ໂຄວິດ-19 ທີ່ຈະອອກມາ ໃນວັນທີ 1 ພະຈິກ


ທ່ານນາງ Mikki Laugier ຄູອະນຸບານສອນ ນັກຮຽນຢູ່ບ່ອນຮຽນໜັງສື ກາງແຈ້ງເພື່ອສະແດງໃຫ້ເບິ່ງເຖິງວິທີທີ່ໂຮງຮຽນຈະເຮັດ ໃນເວລາໃຫ້ນັກຮຽນມາເຂົ້າຮຽນໃນໄລຍະທີ່ມີການລະບາດ ຢ່າງໜັກຂອງໄວຣັສໂຄໂຣນາໃນວັນທີ 2 ກັນຍາ, 2020
ທ່ານນາງ Mikki Laugier ຄູອະນຸບານສອນ ນັກຮຽນຢູ່ບ່ອນຮຽນໜັງສື ກາງແຈ້ງເພື່ອສະແດງໃຫ້ເບິ່ງເຖິງວິທີທີ່ໂຮງຮຽນຈະເຮັດ ໃນເວລາໃຫ້ນັກຮຽນມາເຂົ້າຮຽນໃນໄລຍະທີ່ມີການລະບາດ ຢ່າງໜັກຂອງໄວຣັສໂຄໂຣນາໃນວັນທີ 2 ກັນຍາ, 2020

ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ສະຫະລັດ ໄດ້ສົ່ງຄູ່ມືຂໍ້ແນະນຳໄປໃຫ້ທັງໝົດ 50 ລັດ, ເຂດແດນຂອງ ສະຫະລັດ ແລະ ຫຼາຍເມືອງໃຫຍ່ອື່ນໆໃນວັນທີ​ 27 ສິງຫາ ທີ່ຜ່ານມາ, ເພື່ອບອກເຂົາເຈົ້າໃຫ້ກຽມຕົວເພື່ອແຈກຢາຍຢາວັກຊີນພາຍໃນວັນທີ 1 ພະຈິກ, ສອງວັນກ່ອນການເລືອກຕັ້ງປະທານາທິບໍດີ, ອີງຕາມລາຍງານຂອງສື່ມວນຊົນຫຼາຍແຫ່ງໃນວັນພຸດວານນີ້.

ໃນບັນທຶກຍາວ 4 ໜ້າທີ່ຖືກສົ່ງໃຫ້ບັນດາຜູ້ປົກຄອງລັດໃນເດືອນສິງຫາທີ່ຜ່ານມາ, ອົງການ CDC ໄດ້ບອກບັນດາພະແນກສາທາລະນະສຸກ ໃຫ້ຮ່າງແຜນການສັກຢາພາຍໃນວັນທີ 1 ຕຸລາ “ເພື່ອໃຫ້ສອດຄ່ອງກັບການເປີດໃຊ້ຢາວັກຊີນ COVID-19 ໄວເທົ່າທີ່ຈະໄວໄດ້.”

ບໍລິສັດ McClatchy ແມ່ນຜູ້ທຳອິດທີ່ໄດ້ລາຍງານຂ່າວ ກ່ຽວກັບ ຈົດໝາຍທີ່ວ່ານັ້ນ, ເຊິ່ງສື່ມວນຊົນອື່ນໆກໍໄດ້ລາຍງານຕໍ່ໄປ.

ອົງການ CDC ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວກັບ ຈົດໝາຍດັ່ງກ່າວ, ອີງຕາມການລາຍງານຂອງອົງການຂ່າວ Bloomberg.

ອີງຕາມສື່ມວນຊົນ, ຜູ້ອຳນວຍການຂອງອົງການ CDC ທ່ານ ໂຣເບີດ ເຮດຟີລດ໌ ໄດ້ຂຽນໃນຈົດ ໝາຍສະບັບວັນທີ 27 ສິງຫາວ່າ “ໃນອະນາຄົດ, ລັດຕ່າງໆຈະໄດ້ຮັບໃບອະນຸຍາດຈາກບໍລິສັດ ແມັກເຄັສຊັນ (McKesson Corp.,) ເຊິ່ງແມ່ນ ບໍລິສັດທີ່ໄດ້ເຮັດສັນຍາກັບອົງການ CDC ເພື່ອແຈກຢາຍຢາວັກຊີນໃຫ້ສະຖານທີ່ ຕ່າງໆລວມມີ ລັດ ແລະ ພະແນກສາທາລະນະສຸກໃນທ້ອງຖິ່ນ ແລະ ໂຮງໝໍ.”

ທ່ານ ເຣດຟີລດ໌ ໄດ້ຂຽນວ່າ “ອົງການ CDC ຂໍຄວາມຊ່ວຍເຫຼືອຈາກທ່ານຢ່າງ ຮີບດ່ວນໃນການເລັ່ງອອກໃບອະນຸຍາດ ສຳລັບສະຖານທີ່ຈຳໜ່າຍຢາພວກນີ້ ແລະ ຖ້າມີຄວາມເປັນໄປໄດ້, ພວກເຮົາຢາກຂໍໃຫ້ທ່ານພິຈາລະນາຍົກເວັ້ນຂໍ້ກຳນົດຕ່າງໆ ທີ່ຈະປ້ອງກັນສະຖານທີ່ພວກນີ້ຈາກການປະຕິບັດງານຢ່າງເຕັມທີ່ພາຍໃນວັນທີ 1 ກັນຍາ.”

ພະແນກສາທາລະນະສຸກໄດ້ກ່າວວ່າ ເຂົາເຈົ້າຂາດພະນັກງານ, ເງິນ ແລະ ອຸປະກອນຕ່າງໆທີ່ຈະສອນປະຊາຊົນ ກ່ຽວກັບ ຢາວັກຊີນ ແລະ ທຳການແຈກຢາຍ, ຄວບຄຸມດູແລ ແລະ ຕິດຕາມ ຢາວັກຊີນຫຼາຍລ້ານໂດສນັ້ນ, ອີງຕາມອົງການຂ່າວ AP.

ການສຳຫຼວດຄວາມຄິດເຫັນຈາກສູນກາງ AP-NOR ສຳລັບການຄົ້ນຄວ້າ ກ່ຽວກັບ ວຽກງານສາທາລະນະໄດ້ພົບວ່າ ມີຊາວ ອາເມຣິກັນ ພຽງປະມານເຄິ່ງນຶ່ງເທົ່ານັ້ນທີ່ເວົ້າວ່າເຂົາເຈົ້າຈະສັກຢາດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG