ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດແຕກສອງຄັ້ງ ໃນຕະຫຼາດຂອງນະ ຄອນຫຼວງ ແບກແດັດ,ເຮັດໃຫ້ ເສຍຊີວິດ 25 ຄົນ


ກອງກຳລັງຮັກສາຄວາມປອດໄພ ອີຣັກ ກວດກາສະຖານ
ທີ່ລະເບີດແຕກໃນຕະຫຼາດໃຈກາງນະຄອນຫຼວງ ແບກແດັດ, ອີຣັກ. 31 ທັນວາ, 2016
ກອງກຳລັງຮັກສາຄວາມປອດໄພ ອີຣັກ ກວດກາສະຖານ ທີ່ລະເບີດແຕກໃນຕະຫຼາດໃຈກາງນະຄອນຫຼວງ ແບກແດັດ, ອີຣັກ. 31 ທັນວາ, 2016

ບັນດາເຈົ້າໜ້າທີ່ ອີຣັກ ກ່າວວ່າ ເຫດລະເບີດແຕກສອງຄັ້ງ ຢູ່ໃນຕະຫຼາດແຫ່ງໜຶ່ງ ທີ່ແອ ອັດໄປດ້ວຍຜູ້ຄົນ ຢູ່ໃນພາກກາງຂອງນະຄອນຫຼວງ ແບກແດດ ໃນວັນເສົາມື້ນີ້ໄດ້ສັງຫານ ຢ່າງນ້ອຍ 25 ຄົນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ຢ່າງນ້ອຍອີກ 50 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ ເມື່ອວັນ ເສົາມື້ນີ້ ຢູ່ໃນຄຸມ al-Sinaq. ພວກເຂົາເຈົ້າ ກ່າວວ່າ ຕົວເລກຂອງການເສຍຊີວິດ ແມ່ນ ເປັນໄປໄດ້ສູງ ທີ່ຈະເພີ່ມຂຶ້ນອີກ.

ອົງການຂ່າວ Reuters ໄດ້ອ້າງເຖິງຄຳເວົ້າຂອງເຈົ້າໜ້າທີ່ ກະຊວງພາຍໃນ ທ່ານນຶ່ງທີ່ ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງໄດ້ບີບຂະນວນລະເບີດໜ່ວຍໜຶ່ງ ໃນຂະນະທີ່ອີກ ຄົນໜຶ່ງ ໄດ້ວາງລະເບີດຢູ່ທີ່ນັ້ນ.

ບໍ່ມີການອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດເທື່ອ ສຳລັບການໂຈມຕີດັ່ງ ກ່າວນັ້ນ ແຕ່ກຸ່ມພວກຫົວຮຸນແຮງ ລັດອິສລາມ ມັກຈະອ້າງເອົາຄວາມຮັບຜິດຊອບສຳລັບ ການໂຈມຕີດ້ວຍລະເບີດເຊັ່ນນັ້ນ.

ແບກແດດ ໄດ້ຢູ່ໃນສະພາບທີ່ລະມັດລະວັງເປັນຢ່າງສູງ ນັບຕັ້ງແຕ່ເດືອນຕຸລາ ເປັນຕົ້ນ ມາໃນເວລາທີ່ກຳລັງທະຫານຂອງຕົນ ໄດ້ເລີ່ມຕົ້ນການບຸກໂຈມຕີ ເພື່ອຍຶດເອົາຄືນເມືອງ Mosul ຢູ່ທາງພາກເໜືອຂອງຊີເຣຍ ອັນເປັນທີ່ໝັ້ນຂອງພວກນັກລົບເພື່ອສາສະໜາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG