ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຫດລະເບີດແຕກ 2 ຄັ້ງ ຢູ່ທີ່ຕະຫຼາດ ຂອງ ນະຄອນຫຼວງ ແບັກແດັດ ຕາຍ 25 ຄົນ


ກຳລັງຮັກສາຄວາມປອດໄພ ຂອງອີຣັກ ກຳລັງກວດກາເບິ່ງສະຖາທີ່ເກີດເຫດການໂຈມຕີດ້ວຍລະເບີດ ຢູ່ຕະຫຼາດແຫ່ງໜຶ່ງ ໃນພາກກາງຂອງນະຄອນຫຼວງ Baghdad, ປະເທດອີຣັກ, ວັນທີ 31 ທັນວາ 2016
ກຳລັງຮັກສາຄວາມປອດໄພ ຂອງອີຣັກ ກຳລັງກວດກາເບິ່ງສະຖາທີ່ເກີດເຫດການໂຈມຕີດ້ວຍລະເບີດ ຢູ່ຕະຫຼາດແຫ່ງໜຶ່ງ ໃນພາກກາງຂອງນະຄອນຫຼວງ Baghdad, ປະເທດອີຣັກ, ວັນທີ 31 ທັນວາ 2016

ບັນດາເຈົ້າໜ້າທີ່ ອີຣັກ ກ່າວວ່າ ເຫດລະເບີດແຕກສອງຄັ້ງ ຢູ່ໃນຕະຫຼາດແຫ່ງໜຶ່ງ ທີ່ແອອັດໄປດ້ວຍຜູ້ຄົນ ຢູ່ໃນພາກກາງຂອງນະຄອນຫຼວງ ແບກແດດ ໃນວັນເສົາມື້ນີ້ ໄດ້ສັງຫານຢ່າງນ້ອຍ 25 ຄົນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ຢ່າງນ້ອຍອີກ 50 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ ເມື່ອວັນເສົາມື້ນີ້ ຢູ່ໃນຄຸມ al-Sinaq. ພວກເຂົາເຈົ້າ ກ່າວວ່າ ຕົວເລກຂອງການ
ເສຍຊີວິດ ແມ່ນເປັນໄປໄດ້ສູງ ທີ່ຈະເພີ່ມຂຶ້ນອີກ.

ອົງການຂ່າວ Reuters ໄດ້ອ້າງເຖິງຄຳເວົ້າຂອງເຈົ້າໜ້າທີ່ ກະຊວງພາຍໃນ ທ່ານນຶ່ງ ທີ່ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງ ໄດ້ບີບຂະນວນລະເບີດ ໃນຂະນະທີ່ອີກຄົນໜຶ່ງ ໄດ້ວາງລະເບີດ ຢູ່ນັ້ນ.

ບໍ່ມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບ ໃນທັນທີທັນໃດເທື່ອ ສຳລັບ ການໂຈມຕີ ດັ່ງກ່າວນັ້ນ ແຕ່ກຸ່ມພວກຫົວຮຸນແຮງ ລັດອິສລາມ ມັກຈະອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີດ້ວຍລະເບີດເຊັ່ນນັ້ນ.

ແບກແດດ ໄດ້ຢູ່ໃນສະພາບທີ່ລະມັດລະວັງເປັນຢ່າງສູງ ນັບຕັ້ງແຕ່ເດືອນຕຸລາ ເປັນຕົ້ນ ມາ ໃນເວລາທີ່ກຳລັງທະຫານຂອງຕົນ ໄດ້ເລີ່ມຕົ້ນການບຸກໂຈມຕີ ເພື່ອຍຶດຄືນເມືອງ Mosul ຢູ່ທາງພາກເໜືອ ຂອງຊີເຣຍ ອັນເປັນທີ່ໝັ້ນ ຂອງພວກນັກລົບເພື່ອສາສະໜາ.

Iraqi officials say two bombs exploded in a busy marketplace in central Baghdad Saturday, killing at least 25 people.

Authorities say at least 50 people were wounded Saturday in the attack in the al-Sinaq neighborhood. They say the death toll is likely to rise.

The Reuters news agency quotes an Interior ministry official as saying a suicide bomber detonated one of the bombs, while the other was a planted explosive.

There was no immediate claim of responsibility for the attack, but Islamic State militants usually claim such bombings.

Baghdad has been on high alert since October when its military started an offensive to retake the northern jihadist stronghold of Mosul.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG