ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີ​ລາຍ​ງານ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ປະ​ທານ​ປະ​ເທດຈີນ ທ່ານ​ສີ ຈິ້ີ້ນ​ຜິງ ຈະ​ປະ​ຊຸມ​ສຸດຍອດ ​ທາງ​ອອນ​ໄລ​ນ໌ ໃນ​ອາ​ທິດ​ໜ້າ


ຮູບ​ປະ​ສົມ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ (ຊ້າຍ) ແລະ​ປະ​ທານ​ປະ​ເທດ​ສີ ຈິ້ນ​ຜິງ (ຂວາ).
ຮູບ​ປະ​ສົມ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ (ຊ້າຍ) ແລະ​ປະ​ທານ​ປະ​ເທດ​ສີ ຈິ້ນ​ຜິງ (ຂວາ).

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະຜູ້​ນຳ​ຂອງ​ຈີນ ທ່ານສີ ຈິ້ນຜິງຄາດ​ວ່າ​ຈະ​ທຳ​ການພົບປະສຸດຍອດທາງອອນໄລນ໌ ໃນອາທິດໜ້າ ອີງ​ຕາມ​ລາຍງານ​ຂອງສື່ມວນ​ຊົນ​ຫຼາຍໆ​ສະ​ບັບ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ມະ​ຫາ​ອຳ​ນາດ​ນິວ​ເຄ​ລຍ​ທັງ​ສອງ ​ຍັງ​ມີ​ຢູ່​ຕໍ່​ມາ.

ການ​ພົບ​ປະ​ກັນ​ທາງ​ອອນ​ໄລ​ນ໌ ໄດ້​ມີ​ການ​ຕົກ​ລົງ​ກັນ​ໃນ​ທາງ​ຫຼັກ​ການ​ເມື່ອ​ເດືອນ​ຕຸ​ລາ ໃນ​ການ​ເຈ​ລະ​ຈາ​ທີ່​ນະ​ຄອນ​ຊູ​ຣິກ ປະ​ເທດ​ສະ​ວິດ​ເຊີ​ແລນ ລະ​ຫວ່າງ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ທ່ານ​ເຈັກ ຊູ​ລ​ລີ​ວານ ແລະ​ນັກ​ການ​ທູດ​ອະ​ວຸ​ໂສ​ສຸດ​ຂອງ​ຈີນ ທ່ານ​ຢັງ ເຈຍ​ຈີ.

ທຳ​ນຽບ​ຂາວ​ໄດ້​ປະ​ຕິ​ເສດ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວກັບ​ການ​ພົບ​ປະ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ແຄ​ຣີນ ຊັງ-ປີ​ແອ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້​ວ່າ ການ​ຕົກ​ລົງກັນ “ໃນ​ທາງ​ຫຼັກ​ການ” ​ໄດ້​ມີ​ການ​ບັນ​ລຸ ສຳ​ລັບ​ການ​ພົບ​ປະ​ສຸດຍອດ​ທາງ​ອອນ​ໄລ​ນ໌ ຊຶ່ງ​ຈະ​ມີ​ຂຶ້ນ “ກ່ອນ​ທ້າຍ​ປີນີ້.”

ທູດ​ພິ​ເສດ​ທາງ​ດ້ານ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ລັດ ທ່ານ​ຈອນ ແຄ​ຣີ ກ່າວ​ໃນ​ມື້​ວັນ​ພຸດ​ທີ່​ຜ່ານ​ມານີ້​ວ່າ ພວກ​ຜູ້​ນຳ​ທັງ​ສອງ​ຈະ​ພົບ​ປະ​ກັນ ​ໃນ​ໄວໆ​ນີ້ ໃນ​ກອງ​ປະ​ຊຸມ​ສຸດຍອດທາງ​ອອນ​ໄລ​ນ໌ແລະ​ຄະ​ນະ​ທີມ​ງານ​ຂອງ​ທ່ານ​ກຳ​ລັງ​ວາງ​ແຜນ​ສຳ​ລັບ​ເລື້ອງນີ້ ອີງ​ຕາມ​ລາຍ​ງານ​ຂອງ​ CNN.

ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ຕາມ​ປົກ​ກະ​ຕິ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ມື້​ວັນ​ພຸດ​ທີ່​ຜ່ານ​ມານີ້ ທ່ານ​ຫວັງ ເວັນ​ບິນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອ​ງ​ຈີນ​ກ່າວວ່າ “ທັງ​ສອງ​ຝ່າຍ ​ຍັງ​ຮັກ​ສາ​ການ​ຕິດ​ຕໍ່​ຢ່າງ​ໃກ້​ຊິດ ກ່ຽວ​ກັບ​ການ​ຈັດ​ແຈງ​ທີ່​ສ​ະ​ເພາະ​ເຈາະ​ຈົງ ໃນ​ການ​ປະ​ຊຸມ​ປະ​ມຸກ​ຂອງ​ປະ​ເທດ” ອີງ​ຕາມອົງການ​ຂ່າວບ​ລູມ​ເບີກ ຊຶ່ງ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ລາຍ​ງານ​ ກ່ຽວ​ກັບ​ການ​ພົບ​ປະ​ສຸດຍອດ​ທີ່​ອາດ​ມີ​ຂຶ້ນ ນັ້ນ.

ບ​ລູມ​ເບີກ ໂດຍ​ອ້າງ​ເຖິງ​ສອງ​ບຸກ​ຄົນ​ທີ່​ຮູ້​ເລື້ອງ​ນີ້ດີ​ ລາຍ​ງານ​ວ່າ ວັນ​ເວ​ລາ​ໃນ​ການ​ພົບ​ປະ​ດັ່ງ​ກ່າວ ຍັງ​ມີ​ການ​ເຈ​ລະ​ຈາ​ຫາ​ລື​ກັນ​ຢູ່.

ອົງ​ການ​ຂ່າວ​ໂປ​ລີ​ຕິ​ໂກລາຍ​ງານ​ໃນ​ມື້​ວັນ​ພຸດ​ຜ່ານ​ມານີ້​ວ່າ ການ​ພົບ​ປະ​ສຸດຍອດໄດ້​ມີ​ການ​ກຳ​ນົດ​ເປັນ​ການ​ຊົ່ວ​ຄາວ​ແລ້ວ ໃສ່​ວັນ​ທີ 15 ພະ​ຈິກ ໂດຍ​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສ​ະ​ຫະ​ລັດ ແລະ “ແຫຼ່ງ​ຂ່າວ​ທີ່ບໍ່​ເປີດ​ເຜີຍ.”

ພວກ​ຜູ້​ນຳ​ທັງ​ສອງ​ໄດ້​ກ່າວ​ຄຳ​ປາ​ໄສ​ເທື່ອ​ຫຼ້າ​ສຸດ​ໃນ​ວັນ​ທີ 9 ກັນ​ຍາແລະ​ໄດ້​ເວົ້າ​ເຖິງ​ບັນ​ຫາ​ເສດ​ຖະ​ກິດ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ​ໂຄວິດ-19 ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂອງ​ສະ​ຫະ​ລັດ. ໃນ​ຕົ້ນ​ອາ​ທິດນີ້ ປະ​ເທດ​ທັງ​ສອງ​ກໍ​ໄດ້​ປະ​ກາດ​ກ່ຽວ​ກັບ​ຂອບ​ຂອງ​ຂໍ້​ຕົກ​ລົງ ທີ່ກອງ​ປະ​ຊຸມ​ວ່າ​ດ້ວຍ​ດິນ​ຟ້າ​ອາ​ກາດ​ຂອງ​ສ​ະ​ຫະ​ປະຊາ​ຊາດ​ທີ່​ສະ​ກັອດ​ແລນໂດຍ​ແນ​ໃສ່​ເພື່ອ​ໃຫ້​ມີ​ການ​ເພີ້ມທະ​ວີການ​ຮ່ວມ​ມືເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG