ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານວ່າ ລັດຖະບານ ປະທານາທິບໍດີໄບເດັນ ຈະຮຽກຮ້ອງໃຫ້ຊາວອາເມຣິກັນ ສັກຢາວັກຊີນເພີ້ມ ເຂັມທີ 3


ຜູ້ຊາຍຄົນນຶ່ງ ໄດ້ຮັບການສັກຢາວັກຊີນ ໃນວັນທີ 24 ກຸມພາ 2021 ຢູ່ເມືອງນາຕິກ (Natick) ລັດແມັສຊາຈູແຊັດ.
ຜູ້ຊາຍຄົນນຶ່ງ ໄດ້ຮັບການສັກຢາວັກຊີນ ໃນວັນທີ 24 ກຸມພາ 2021 ຢູ່ເມືອງນາຕິກ (Natick) ລັດແມັສຊາຈູແຊັດ.

ອົງການຂ່່າວຕ່າງໆຂອງສະຫະລັດ ກ່າວວ່າ ລັດຖະບານປະທານາທິບໍດີໄບເດັນ ຈະ
ຮຽກຮ້ອງໃຫ້ຊາວອາເມຣິກັນ ຜູ້ທີ່ໄດ້ສັກຢາວັກຊີນຕ້ານໂຄວິດ-19 ຢ່າງເຕັມ ທີ່ແລ້ວ
ນັ້ນ ໄປຮັບການສັກຢາເພີ້ມ. ການໄປສັກຢາເພີ້ມດັ່ງກ່າວນີ້ ມີຈຸດປະສົງແນໃສ່ເພື່ອ
ໃຫ້ການປ້ອງກັນເພີ້ມຕື່ມ ຕ້ານການຕິດແປດຂອງຄື້ນຟອງໃໝ່ຈາກເຊື້ອໄວຣັສ
ສາຍພັນແດລຕ້າ.

ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງລັດຖະບານກາງ ຄາດວ່າ ການປະກາດຈະມີ
ຂຶ້ນໃນອາທິດນີ້ ຊຶ່ງຊາວອາເມຣິກັນ ຄວນຈະສັກຢາເພີ້ມ ເປັນພິເສດອີກໂດສນຶ່ງ
ແປດເດືອນຫຼັງຈາກການສັກຢາໃນຂັ້ນຕົ້ນຂອງເຂົາເຈົ້າ. ຊາວອາເມ ຣິກັນສ່ວນໃຫຍ່
ທີ່ໄດ້ຮັບການສັກຢາວັນຊີນສອງໂດສ ຂອງຟາຍເຊີ (Pfizer) ຫຼືໂມເດີນາ
(Moderna) ໃນຂະນະທີ່ຈຳນວນນຶ່ງໄດ້ຮັບການສັກຢາວັກຊີນເຂັມດຽວ ຂອງຈອນ
ສັນ ແລະຈອນສັນ (Johnson & Johnson.)

ພວກເຈົ້າໜ້າທີ່ໄດ້ປະຕິເສດ ຕໍ່ການຮ້ອງຂໍອະນຸຍາດໃຫ້ສັກຢາວັກຊີນເພີ້ມຕ້ານ
ໂຄວິດ-19 ໂດຍກ່າວວ່າຂໍ້ມູນໄດ້ສະເໜີແນະວ່າຜູ້ຄົນຍັງໄດ້ຮັບການປ້ອງກັນ
ຈາກເຊື້ອໄວຣັສຢູ່ ຮວມທັງສາຍພັນໃໝ່ແດລຕ້າ.ແຕ່ວ່າການຄົ້ນຄວ້າໃໝ່ຈາກ
ອິສຣາແອລສະແດງໃຫ້ເຫັນວ່າ ການສັກຢາວັກຊີນຟາຍເຊີໄດ້ຮັບຜົນແລະຫລຸດ
ຜ່ອນລົງຢ່າງສຳຄັນ ລະຫວ່າງພວກຜູ້ເຖົ້າ ຜູ້ທີ່ໄດ້ສັກຢາມາແຕ່ຂັ້ນເລີ້ມຕົ້ນຂອງ
ປີນີ້. ຂໍ້ມູນໄດ້ເຮັດໃຫ້ອິສຣາແອລ ເລີ້ມສັກຢາພິເສດໃຫ້ແກ່ຄົນທີ່ມີອາຍຸ 50 ປີ
ຂຶ້ນໄປ.

ການສັກຢາວັກຊີນເຂັມພິເສດ ຈະເລີ້ມຂຶ້ນໃນເດືອນກັນຍາຈະມາເຖິງນີ້ ຫຼັງຈາກ
ອົງການອາຫານແລະຢາ ອະນຸມັດຄຳຮ້ອງຂໍເພື່ອການສັກຢາວັກຊີນຂອງຟາຍ
ເຊີ ສຳລັບເຂັມທີສາມ. ຜູ້ທີ່ຈະໄດ້ຮັບການສັກຢາເຂັມພິເສດທຳອິດ ຈະແມ່ນ
ພະນັກ ງານປິ່ນບົວສຸຂະພາບ ບັນດາຜູ້ທີ່ຢູ່ເຮືອນຄົນຊະລາ ແລະຜູ້ຄົນທີ່ມີອາຍຸ
ສູງອື່ນໆ ຊຶ່ງເປັນກຸ່ມດຽວກັນ ທີ່ໄດ້ຮັບການສັກຢາວັກຊີນເທື່ອທຳອິດ ຢູ່ໃນ
ສະຫະລັດ.

ໂທລະພາບ CNN ກ່າວວ່າ ບັນດາຜູ້ຊ່ຽວຊານຄາດວ່ານະໂຍບາຍຈະກວມເອົາ
ບັນດາຜູ້ທີ່ໄດ້ຮັບການສັກຢາວັກຊີນຊະນິດໂດສດຽວຂອງຈອນສັນແລະຈອນ
ສັນ ເວລາໃດທີ່ເຂົາເຈົ້າໄດ້ຮັບຂໍ້ມູນເພີ້ມເຕີມແລ້ວ.

ທັງອົງການອາຫານ ແລະຢາ ແລະສູນກາງປ້ອງກັນພະຍາດຂອງສະຫະລັດ ໃນ
ອາທິດແລ້ວນີ້ ໄດ້ສະເໜີການສັກຢາວັກຊີນເຂັມທີສາມຂອງຟາຍເຊີ ຫຼືໂມເດີນາ
ໃຫ້ແກ່ຄົນຈຳນວນນື່ງທີ່ມີລະບົບພູມຕ້ານທານບໍ່ແຂງແຮງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG