ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ທ່ານ ໄບເດັນ ປະຕິເສດທາງການທູດ ຕໍ່ກິລາໂອລິມປິກລະດູໜາວ ປັກກິ່ງ 2022


ປະຊາຊົນຍ່າງຜ່ານໂລໂກກິລາໂອລິມປິກລະດູໜາວ ປັກກິ່ງ 2022 ຢູ່ສວນ ໂຊກາງ, ປັກກິ່ງ, 1 ທັນວາ, 2021.
ປະຊາຊົນຍ່າງຜ່ານໂລໂກກິລາໂອລິມປິກລະດູໜາວ ປັກກິ່ງ 2022 ຢູ່ສວນ ໂຊກາງ, ປັກກິ່ງ, 1 ທັນວາ, 2021.

ລັດຖະບານທ່ານ ໄບເດັນ ໄດ້ປະກາດການປະຕິເສດທາງການທູດ ກ່ຽວກັບ ກິລາໂອລິມປິກລະດູໜາວ ປັກກິ່ງ 2022 ທີ່ໃກ້ຈະມາເຖິງນີ້.

ໂຄສົກທຳນຽບຂາວທ່ານນາງ ເຈັນ ຊາກີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າລັດຖະບານດັ່ງກ່າວ “ຈະບໍ່ສົ່ງຜູ້ແທນທາງການທູດ ຫຼື ເຈົ້າໜ້າທີ່” ໄປກິລາລະດູໜາວ ຍ້ອນການຂ້າລ້າງເຜົ່າພັນ ແລະ ອາຊະຍະກຳຕໍ່ມວນມະນູດຂອງ ຈີນ ທີ່ກຳລັງດຳເນີນຢູ່ໃນແຂວງ ຊິນຈຽງ ແລະ ການລະເມີດສິດທິມະນຸດອື່ນໆ.”

ການປະຕິເສດທາງການທູດໝາຍຄວາມວ່າ ຈະບໍ່ມີເຈົ້າໜ້າທີ່ ສະຫະລັດ ເຂົ້າຮ່ວມງານກິລາໂອລິມປິກ ປັກກິ່ງ, ແຕ່ທີມນັກກິລາ ສະຫະລັດ ຍັງຈະຖືກອະນຸຍາດໃຫ້ເຂົ້າຮ່ວມຢູ່.

ທ່ານນາງ ຊາກີ ກ່າວວ່າ “ນັກກິລາໃນທີມ ສະຫະລັດ ອາເມຣິກາ ແມ່ນໄດ້ຮັບການສະໜັບສະໜູນຈາກພວກເຮົາຢ່າງເຕັມທີ່. ພວກເຮົາຈະໜູນຫຼັງເຂົາເຈົ້າ 100 ເປີເຊັນໃນຂະນະທີ່ພວກເຮົາເຊຍເຂົາເຈົ້າຈາກບ້ານ.”

ແນວໃດກໍຕາມ, ທ່ານນາງໄດ້ກ່າວວ່າ “ພວກເຮົາຈະບໍ່ປະກອບສ່ວນໃນການໂຄສະນາກິລາດັ່ງກ່າວນັ້ນ.”

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວໃນເດືອນແລ້ວນີ້ວ່າທ່ານແມ່ນໄດ້ພິຈາລະນາການປະຕິເສດທາງການທູດ ຍ້ອນການຕຳໜິຕິຕຽນ ກ່ຽວກັບ ການລະເມີດສິດທິມະນຸດຂອງ ຈີນ, ລວມທັງການກັກຂັງຊາວມຸສລິມ ວີເກີ ໃນແຂວງ ຊິນຈຽງ ແລະ ການປາບປາມກອງກຳລັງສະໜັບ ສະໜູນປະຊາທິປະໄຕໃນ ຮົງກົງ.

ກ່ອນການປະກາດຂອງທຳນຽບຂາວໃນວັນຈັນວານນີ້, ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ສາວ ລີຈຽນ (Zhao Lijian) ໄດ້ກ່າວຫາບັນດາສະມາຊິກສະພາສະຫະລັດ ຜູ້ທີ່ໄດ້ກົດດັນທ່ານ ໄບເດັນ ກ່ຽວກັບ ການປະຕິເສດທາງການທູດໃນການແຂ່ງຂັນນັ້ນວ່າ “ວາງມາດໃຫຍ່.” ທ່ານໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ປັກກິ່ງ ວ່າ ຈີນ ຈະເອົາ “ມາດຕະການຕອບໂຕ້” ຖ້າ ວໍຊິງຕັນ ຫາກດຳເນີນຕາມການປະຕິເສດນັ້ນ.

ກິລາໂອລິມປິກລະດູໜາວ ຈະດຳເນີນຈາກວັນທີ 4 ຫາ 20 ກຸມພາປີໜ້າ.

ການປະຕິເສດທາງການທູດຂອງ ສະຫະລັດ ຈະຫຼີກລ່ຽງການເຮັດຊໍ້າໃນປີ 1980, ເວລາທີ່ອະດີດປະທານາທິບໍດີ ຈິມມີ ຄາເຕີ ໄດ້ຫ້າມນັກກິລາ ສະຫະລັດ ບໍ່ໃຫ້ເຂົ້າຮ່ວມການແຂ່ງຂັນກິລາລະດູຮ້ອນ ມົສກູ ຍ້ອນການແຊກແຊງ ອັຟການິສຖານ ຂອງ ສະຫະພາບ ໂຊຫວຽດ ໃນທ້າຍປີ 1979.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG