ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພວກນັກຂ່າວພາກັນຕື່ນຕົກໃຈ ເມື່ອເຫັນເຮືອບິນລຳນຶ່ງ ບິນເຂົ້າມາໃກ້ ເຮືອບິນ Air Force One


ເຮືອບິນຂົນສົ່ງທະຫານ ບິນຕໍ່າກວ່າ ແລະ ປ່ຽນທິດທາງໄປ
ຈາກດ້ານຂ້າງຂອງເຮືອບິນ Air Force One. 9 ເມສາ, 2017.
ເຮືອບິນຂົນສົ່ງທະຫານ ບິນຕໍ່າກວ່າ ແລະ ປ່ຽນທິດທາງໄປ ຈາກດ້ານຂ້າງຂອງເຮືອບິນ Air Force One. 9 ເມສາ, 2017.

ເຮືອບິນກອງທັບ ສະຫະລັດ ລຳໜຶ່ງປາກົດວ່າໄດ້ບິນເຂົ້າໃກ້ເຮືອບິນ Air Force One ແບບບໍ່ເຄີຍມີມາກ່ອນ, ກ່ອນທີ່ເຮືອບິນທີ່ມີປະທາ ນາທິບໍດີ ດໍໂນລ ທຣຳ ຈະລົງຈອດຢູ່
ສະໜາມບິນຂອງຖານທັບຮ່ວມ Andrews ໃນວັນອາທິດວານນີ້.

ການພົບເຫັນເຮືອບິນ Air Force One ແລະ ເຮືອບິນ C-17 Globebuster ໄດ້ເກີດ
ຂຶ້ນໃນເວລາ 18:23 ນາທີໃນຂະນະທີ່ເຮືອບິນປະທານາທິບໍດີ ໄດ້ຫຼຸດລະດັບລົງເພື່ອ
ລົງຈອດໃນຖານທັບທີ່ຕັ້ງຢູ່ລັດ Maryland ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ.

ເຮືອບິນ Air Force One ບໍ່ໄດ້ທຳການຫຼີກລ່ຽງ ແລະ ກໍບໍ່ໄດ້ມີການລະບຸວ່າ ມີອັນຕະ
ລາຍໃດໆເກີດຂຶ້ນ. ເຮືອບິນປະທານາທິບໍດີໄດ້ລົງຈອດໂດຍບໍ່ມີບັນຫາຢູ່ຖານທັບ
Andrews 6 ໃນນາທີຕໍ່ມາ.

ບັນດານັກຂ່າວຫຼາຍຄົນ, ລວມທັງນັກຂ່າວຂອງວີໂອເອທີ່ຢູ່ໃນເຮືອບິນນັ້ນໄດ້ເປັນສັກ
ຂີພິຍານໃນເຫດການດັ່ງກ່າວ ຫຼັງຈາກໄດ້ຖືກແຈ້ງໃຫ້ຮູ້ໂດຍຊ່າງພາບຈາກອົງການ
ຂ່າວ AP ທ້າວ Alex Brandon ຜູ້ທີ່ສາມາດຖ່າຍຮູບຂອງເຮືອບິນອີກລຳໜຶ່ງໄວ້ໄດ້ ຫຼັງຈາກທີ່ມັນໄດ້ບິນລົງຕໍ່າກວ່າ ແລະ ບິນປ່ຽນທາງຈາກກໍ້າຂວາຂອງເຮືອບິນ Air
Force One.

ພວກນັກຂ່າວຜູ້ທີ່ໄດ້ເຫັນເຮືອບິນລຳນັ້ນ, ລວມມີຊ່າງສຽງຂອງໂທລະພາບແຫ່ງໜຶ່ງ ຜູ້
ທີ່ໄດ້ເດີນທາງໄປກັບເຮືອບິນ Air Force One ນັບຕັ້ງແຕ່ລັດຖະບານຂອງທ່ານ
Carter, ລາວໄດ້ເຫັນພ້ອມນຳກັນວ່າພວກເຂົາເຈົ້າບໍ່ເຄີຍເຫັນການບິນເຂົ້າໃກ້ເຮືອ
ບິນຂອງປະທານາທິບໍດີແບບນີ້ມາກ່ອນ.

ນາຍພົນກອງທັບອາກາດ ສະຫະລັດ ທີ່ອອກບຳນານແລ້ວ ໄດ້ໃຫ້ຄຳເຫັນ ກ່ຽວກັບ
ເຫດການດັ່ງກ່າວ, ຜູ້ທີ່ຖືກອ້າງໂດຍແນວມອງແຜນຍຸດທະສາດ ເຊິ່ງຊຳນານໃນການ
ສືບລັບ ກ່ຽວກັບ ກິດຈະກຳມະນຸດໄດ້ກ່າວວ່າ “ຂ້າພະເຈົ້າຢາກເວົ້າວ່າ ນອກເໜືອ
ຈາກທຸກໆຂໍ້ສົງໄສແລ້ວ ນັ້ນ ມັນແມ່ນເຫດການທີ່ແປກ.”

ຕາມປົກກະຕິເຮືອບິນ Air Force One ຈະຖືກແຈ້ງໃຫ້ແຍກຫ່າງຈາກເຮືອບິນລຳ
ອື່ນໆໂດຍຫໍຄວບຄຸມການສັນຈອນທາງອາກາດ 300 ແມັດລວງຕັ້ງ ຫຼື 4.8 ກິໂລ
ແມັດລວງຂະໜານ.

ໃນຕອນແລງຂອງວັນອາທິດວານນີ້ ບໍ່ມີໃຜໄດ້ຕອບນາຍຍາມຝ່າຍສາທາລະນະຂອງ
ກອງກຳລັງກຽມພ້ອມຕໍ່ສູ້ຢູ່ຖານທັບ Andrews. ກອງກຳລັງດັ່ງກ່າວ ລວມມີກຸ່ມໂດຍ
ສານປະທານາທິບໍດີ, ເຊິ່ງປະຕິບັດການສຳລັບເຮືອບິນທະຫານ VC-25, ເປັນເຮືອບິນ
ທະຫານໃນຮູບແບບຂອງເຮືອບິນໂບອິງ 747, ທີ່ມີຊື່ວ່າ Air Force One ໃນເວລາທີ່
ປະທານາທິບໍດີໂດຍສານຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG