ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ​ໃນ​ ນະ​ຄອນເບ​ຣຸດ ຂອງ​ເລ​ບາ​ນອນ ປະ​ນາມ​ການ​ສໍ້​ລາດ ບັງ​ຫຼວງຂອງ​ລັດ​ຖະ​ບານ


ພວກ​ໄວ​ອາ​ໄລ ວາງ​ຂີດ​ໝາຍການ​ຕາຍ​ຂອງ ຜູ້​ປະ​ທ້ວງ​ຄົນ​ນຶ່ງ ທີ່​ໄດ້​ກາຍ​ມາ​ເປັນ​ສັນ​ຍາ​ລັກ​ຢ່າງ​ວ່ອງ​ໄວໃນ​ການ​ປະ​ທ້ວງຕ້ານ​ການສໍ້ລາດ​ບັງ​ຫຼວງ ມາ​ເປັນ​ເວລາ​ເກືອບ​ນຶ່ງ​ເດືອນ​ແລ້ວ ໃນ​ເບ​ຣຸດ.
ພວກ​ໄວ​ອາ​ໄລ ວາງ​ຂີດ​ໝາຍການ​ຕາຍ​ຂອງ ຜູ້​ປະ​ທ້ວງ​ຄົນ​ນຶ່ງ ທີ່​ໄດ້​ກາຍ​ມາ​ເປັນ​ສັນ​ຍາ​ລັກ​ຢ່າງ​ວ່ອງ​ໄວໃນ​ການ​ປະ​ທ້ວງຕ້ານ​ການສໍ້ລາດ​ບັງ​ຫຼວງ ມາ​ເປັນ​ເວລາ​ເກືອບ​ນຶ່ງ​ເດືອນ​ແລ້ວ ໃນ​ເບ​ຣຸດ.

“​ຍິນ​ດີ​ຕ້ອນ​ຮັບເຂົ້າ​ສູ່ການ​ປະ​ຕິ​ວັດ” ນັ້ນ​ຄື​ຄຳ​ເວົ້າ​ຂອງເພື່ອນ​ຮ່ວມ​ງານ​ຂອງ​ຂ້າ​ພະ​
ເຈົ້າ​ທີ່​ເວົ້າໃນ​ຂະ​ນະ​ທີ່​ພວກ​ເຮົາ​ຢູ່​ອ້ອມ​ແອ້ມ​ຈະ​ຕຸ​ລັດເມ​ເຕຍ​ຂອງ​ຮະ​ຄອນ​ຫລວງ
ເບ​ຣຸດໃນ​ຕອນ​ແລງວັນ​ພຸດ​ທີ່​ຜ່ານ​ມາ. ບັນ​ດາ​ຜ​າມເຕັ້ນ​ຕ່າງໆ​ແມ່ນເຕັມ​ໄປ​ດ້ວຍ​ກຸ່ມ
ຄົນ​ທີ່​ສົນ​ທະ​ນ​ກັນ​ກ່ຽວ​ກັບ​ກາ​ນ​ສໍ້​ລາດ​ບັງ​ຫຼວງ, ການ​ປົກ​ຄອງ ແລະ​ສິດ​ທິ​ພົນ​ລະ​ເມືອງ
ແລະ​ສຽງ​ນອງ​ນັນ​ທີ່ມາ​ຈ​າກ​ໄລ​ຍະ​ໄກທີ່ດັງ​ແຮງ​ຂຶ້ນເລື້ອຍ. ສິ່ງ​ເຫຼົ່າ​ນີ້​ແມ່ນ​ເປັນພາກ​
ສ່ວນນຶ່ງ​ຂອງ​ຂະ​ບວນການ​ເຄື່ອນ​ໄຫວຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ໃນ​ເ​ລບາ​ນອນ ທີ່
​ໄດ້​ຈັດໃຫ້​ມີ​ການ​ຊຸມ​ນຸມກັນ​ໃນ​ແຕ່​ລະ​ມື້​ມາເປັນ​ເວ​ລາເກືອບ​ນຶ່ງ​ເດືອນແລ້ວ.

ແຕ່​ໃນ​ເວ​ລາບໍ່​ພໍ​ເທົ່າໃດພວກ​ເຮົາກໍ​ໄດ້​ຍິນ​ຄວາມ​ໂກດ​ແຄ້ນ​ຢ່າງແຮງ​ອີ່​ຫລີເປັ່ງ​ອອກ
​ມາ​ຢູ່​ທີ່​ນີ້.

ພວກ​ເຮົາ​ພາ​ກັນ​ຢ່າງ​ໄປ​ສູ່​ບ່ອນ​ທີ່​ມີ​ສຽງນອງນັນນັ້ນ ແລະເຫັນ​ພວກ​ຜູ້​ຊາຍ ແລະ​ແມ່
​ຍິງຫຼາຍສິບ​ຄົນ​ ພາ​ກັນ​ຕີ​ຝາ​ທີ່​ເຕັມ​ໄປ​ດ້ວຍ​ການ​ຂຽນ​ຄຳ​ຂວັນ​ເພື່ອປະ​ນາມ​ຕ່າງ​ເຊັນ
​ວ່າ “ເບ​ຣຸດ​ໄດ້​ເວົ້າ​ອອກ​ມາ” ແລະ “ພວກເຂົາ​ເຈົ້າ​ໝົດ​ທຸກ​ຄົນ ໝາຍ​ເຖິງເຂົາ​ເຈົ້າ​ໜົດ
​ທຸກ​ຄົນ.” ສຽງດັງ​ຈາກ​ການຕີ​ກຳ​ປັ້ນໃສ່​ຝາ​ບັດ​ນີ້ໄດ້ດັງ​ກ້ອງຂຶ້ນ,​ ປະ​ກອບ​ໄປ​ດ້ວຍຜູ້​
ຄົນ​ພາ​ກັນ​ຕີ​ໝໍ້​ແຫກ​ແຕກ​ໂປະ ແລະ​ບາງ​ຄັ້ງບາງ​ກໍ​ມີຄົນ​ຕີ​ຝາ​ດ້ວຍ​ລົດ​ຖີບ ຫຼື​ເອົ
າຕີນທຳ.

ສຽງ​ຕີ ສຽງ​ທຳ​ຕ່າງໆ ໄດ້ຈືດ​ຫາຍ​ໄປໃນຂະ​ນະ​ທີ່ຫຼາຍ​ຕໍ່​ຫຼາຍ​ຄົນ​ເຂົ້າໄປ​ຮ່ວມ​ຂະ​ບວນ
ການ​ທີ່ຮ້ອ​ງ​ໂຮຢູ່ ຊຶ່ງການ​ສົງ​ສະ​ການທີ່​ເປັນ​ສັນ​ຍາ​ລັກແກ່ທ້າວ ອາ​ລາ ອາ​ບູ ຟາ​ຣ
(Alaa Abu Fakhr) ຜູ້​ຊາຍ​ທີ່​ເສຍ​ຊີ​ວິດ​ໃນ​ວັນ​ອັງ​ຄານທີ່​ຜ່ານ​ມາ ຫຼັງ​ຈາກ​ເຈົ້າ​ໜ້າ
​ທີ່​ຄົນ​ນຶ່ງ​ໄດ້​ຍິງ​ໃສ່​ພວກ​ປະ​ທ້ວງທີ່​ຕັນຫົນ​ທາງໄວ້​ນັ້ນ. ທ້າວ​ອາ​ບູ ຟາ​ຣ ໄດ້​ກາຍ​ມາ​
ເປັນ​ຄົນ​ສຳ​ຄັນ​ຢ່າງ​ໄວວາຂອງ​ຂະ​ບວນ​ການ​ປ​ະ​ທ້ວງນັ້ນ ດ້ວຍທີ່​ມີ​ປ້າຍ​ທີ່​ຮູບ​ໃບ​ໜ້າ
​ຂອງ​ລາວ ທີ່ໄດ້​ຍົກຂຶ້ນ​ໄປ​ຕິດ​ໄວ້​ບ່ອນສູງ​ໃນ​ຈະ​ຕຸ​ລັດ ມາ​ເຕຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນພາ​ສາອ​ັງ​ກິດ

XS
SM
MD
LG