ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານໃໝ່ ເປີດເຜີຍວ່າ ສະພາບການ ຂອງສື່ມວນຊົນ ໃນທົ່ວໂລກ ແມ່ນຫຼຸດລົງ ຢ່າງຫຼວງຫຼາຍ


Report: Worldwide Conditions for Media Fall Sharply
please wait

No media source currently available

0:00 0:02:59 0:00

ເບິ່ງວີດີໂອ ລາຍງານນີ້

ໃນຫຼາຍໆ​ທົດ​ສະ​ວັດຜ່ານ​ມາ​ ຄວາມ​ເສລີ​ດ້ານການຂ່າວ ໃນ
​ທົ່ວ​ໂລກ ແມ່ນໄດ້​ຫລຸດ​ນ້ອຍ​ຖອຍ​ລົງ ​ຈົນເຖິງ​ຂັ້ນຕ່ຳ​ທີ່​ສຸດ ​
ເມື່ອ​ປີ​ກາຍ​ນີ້ ອີງ​ຕາມ​ບົດ​ລາຍ​ງານ​ສະບັບ​ນຶ່ງ ທີ່​ໄດ້​ນຳອອກ
​ເຜີຍ​ແຜ່ ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ກຸ່ມປົກປ້ອງສິດທິ​ມະນຸດ​ສາກົນ
ກຸ່ມນຶ່ງ.

ການ​ສຳ​ຫລວດ​ປະຈຳ​ປີ ຂອງອົງການ Freedom House
ກ່າວ​ວ່າ ບັນດານັກ​ຂ່າວໃນ​ທົ່ວ​ໂລກ ພວມ​ປະ​ເຊີນ​ກັບ ການ
ຈຳກັດຫັດ​ແຄບ​ຕ່າງໆ ທີ່​ໄດ້​ວາງ​ອອກ​ມາ ​ຕໍ່​ພວກ​ເຂົາ​ເຈົ້າ
​ໂດຍ​ອຳນາດ​ ທີ່​ລວມທັງ ລັດຖະບານ​ຜະ​ເດັດ​ການ​ຕ່າງໆ
ພວກ​ກໍ່​ການ​ຮ້າຍ ​ແລະ ພວກ​ເຈົ້າຂອງ​ສື່​ຕ່າງໆ ທີ່​ປະສົງ​ຜົນ
​ປະ​ໂຫຍ​ດ ທາງ​ດ້ານ​ເສດຖະກິດ.

ພວກລະເມີດ ທີ່ຮ້າຍແຮງທີ່ສຸດ ຈາກການຈັດອັດດັບ 199 ປະເທດ ຫຼື ດິນແດນຕ່າງໆ
ຂອງອົງການດັ່ງກ່າວ ແມ່ນມີ ເກົາຫຼີເໜືອ ອຸສເບັກກິສຖານ ເທີກເມນິສຖານ ເບລາຣຸສ
ຄິວບາ ຊີເຣຍ ອີຣ່ານ ແລະ ຄຣາເມຍ. ສ່ວນປະເທດ ນໍເວ ສະວີເດັນ ແລະ ແບລຈຽມ
ແມ່ນຢູ່ອັນດັບເທິງສຸດ ຂອງບັນຊີລາຍຊື່ນັ້ນ.

ກຣາຟ ທີ່ສະແດງໃຫ້ເຫັນ ການຂະຫຍ້າຍຂຶ້ນ ຢ່າງວ່ອງໄວທີ່ສຸດ ຂອງສາສະໜາ ມຸດລິມ ໃນໄລຍະ ປີ 2010-2050.
ກຣາຟ ທີ່ສະແດງໃຫ້ເຫັນ ການຂະຫຍ້າຍຂຶ້ນ ຢ່າງວ່ອງໄວທີ່ສຸດ ຂອງສາສະໜາ ມຸດລິມ ໃນໄລຍະ ປີ 2010-2050.

ລວມທັງໝົດແລ້ວ ອົງການ Freedom House ກ່າວ​ວ່າ ມີ
ພຽງ 14 ​ເປີ​ເຊັນ ​ຂອງ​ປະຊາ ກອນໃນ​ທົ່ວ​ໂລກ ອາ​ໄສ​ຢູ່​ໃນ
ບັນດາ​ປະ​ເທດ ​ທີ່ເສລີນັ້ນ “ບ່ອນ​ທີ່​ມີ​ການ​ລາຍ​ງານ​ຂ່າວ
​ດ້ານ​ການ​ເມືອງ ຢ່າງເຂັ້ມ​ແຂງ ຮັບປະກັນ​ຄວາມ​ປອດ​ໄພ
​ຂອງ​ບັນດາ​ນັກ​ຂ່າວ ການ​ແຊກ​ແຊງເຂົ້າໃນ​ ກິດຈະກຳ​
ຕ່າງໆ​ ຂອງ​ສື່ມວນຊົນ ​ແມ່ນ​ມີ​ໜ້ອຍ​ດຽວ ​ແລະການລາຍ
ງານ​ຂ່າວ ບໍ່ເປັນ​ເລື້ອງ​ ທີ່​ລຳບາກ ດ້ວຍ​ການຖືກ​ກົດ​ດັນ​
ດ້ານ​ກົດໝາຍ ຫຼື ດ້ານ​ເສດຖະກິດ.”

ບົດ​ລາຍງານ​ດັ່ງກ່າວ ​ໄດ້​ໃຫ້​ເຫດຜົນ​ ຂອງ​ການ​ຫລຸດ​ນ້ອຍ​
ຖອຍ​ລົງ ໃນເສລີພາບ​ດ້ານ​ການຂ່າວນັ້ນ ຍ້ອນການ​ເພີ້​ມຂຶ້ນ ຂອງ​ກົດໝາຍຕ່າງ​ໆ ທີ່ຈຳກັດ ​ຫັດ​ແຄບ ຕໍ່ສື່ຂ່າວ​ນັ້ນເອງ. ບົດ​ລາຍງານ​ກ່າວ​ອີກ​ວ່າ ກົດໝາຍ​ເຫຼົ່ານັ້ນ ສ່ວນຫຼາຍ​ແລ້ວ​ ແມ່ນ​ໄດ້​ຖືກ​ຮັບ​ຜ່ານ​ ທີ່ເຫັນ​ໄດ້​ຢ່າງ​ຈະແຈ້ງ ວ່າ ​ແມ່ນ​ເພື່ອເຫດຜົນ ​ຄວາມໝັ້ນຄົງ​ແຫ່ງ​ຊາດ.

Global press freedom declined last year to its lowest level in more than a decade, according to a report issued Wednesday by an international human rights monitoring organization.

Freedom House's annual survey said journalists across the world face restrictions placed on them by forces including authoritarian governments, terrorists and media owners with business interests.

The worst offenders on the organization's ranking of 199 nations or territories were North Korea, Uzbekistan, Turkmenistan, Belarus, Cuba, Syria, Iran and Crimea.Norway, Sweden and Belgium topped the list.

Overall, Freedom House says just 14 percent of the world's population lives in free countries "where coverage of political news is robust, the safety of journalists is guaranteed, state intrusion in media affairs is minimal, and the press is not subject to onerous legal or economic pressures."

The report attributed the decline in press freedom to an increase in restrictive laws against the press. It said these laws were often passed ostensibly for national security reasons.

XS
SM
MD
LG