ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ເຊັນສັນຍາ ກັບບໍລິສັດ ZTE ເພື່ອໃຫ້ສາມາດ ປະຕິບັດວຽກງານ ໄດ້ຄືນ


ຜູ້ຊາຍຍ່າງຜ່ານຕຶກ ບໍລິສັດເທັກໂນໂລຈີຍັກໃຫຍ່ ZTE ຂອງ ຈີນ, ນະຄອນຫຼວງ ປັກກິ່ງ, ຈີນ. 8 ພຶດສະພາ, 2018.
ຜູ້ຊາຍຍ່າງຜ່ານຕຶກ ບໍລິສັດເທັກໂນໂລຈີຍັກໃຫຍ່ ZTE ຂອງ ຈີນ, ນະຄອນຫຼວງ ປັກກິ່ງ, ຈີນ. 8 ພຶດສະພາ, 2018.

ບໍລິສັດໂທລະຄົມມະນາຄົມຂອງ ຈີນ ຊື່ວ່າ ZTE ໄດ້ເຊັນຂໍ້ຕົກລົງກັບ ສະຫະລັດ ທີ່
ອະນຸຍາດໃຫ້ບໍລິສັດທີ່ໄດ້ຮັບຄວາມເສຍຫາຍນັ້ນ ກັບຄືນມາເຮັດທຸລະກິດໄດ້ອີກ,
ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີ້.

ບໍລິສັດ ZTE ເກືອບປິດບໍລິສັດທັງໝົດ ຫຼັງຈາກລັດຖະບານຂອງທ່ານ ທຣຳ ໄດ້ຕັດ
ການສົ່ງອອກ ກ່ຽວກັບ ອາໄຫຼ່ທີ່ເຮັດຈາກ ສະຫະລັດ ໄປໃຫ້ບໍລິສັດດັ່ງກ່າວ. ມັນແມ່ນ
ຄວາມເວົ້າຕ່າງໆຂອງຜູ້ຊ່ຽວຊານຄົນນຶ່ງ, ທີ່ຈັບໄດ້ຄາໜັງຄາເຂົາ” ໃນການເຮັດເທັກ
ໂນໂລຈີ ສະຫະລັດ ເປັນສິນຄ້າ ແລະ ຂາຍໃຫ້ບັນດາປະເທດທີ່ຢູ່ພາຍໃຕ້ການຫ້າມ
ສົ່ງສິນຄ້າ, ລວມທັງ ອີຣ່ານ ແລະ ເກົາຫຼີເໜືອ.

ບໍລິສັດ ZTE ອາໄສອາໄຫຼ່ທີ່ເຮັດຈາກ ສະຫະລັດ ສຳລັບສະຖານີສັນຍານໄຮ້ສາຍ,
ເຄືອຂ່າຍເສັ້ນໃຍແກ້ວ ແລະ ໂທລະສັບສະຫຼາດ.

ອີງຕາມອົງການຂ່າວ ຣອຍເຕີ້, ຂໍ້ຕົກລົງທີ່ຈະເຮັດໃຫ້ບໍລິສັດ ZTE ກັບມາປະຕິບັດ
ການໄດ້ອີກຄັ້ງນຶ່ງລວມມີຄ່າປັບໃໝ 1 ພັນລ້ານໂດລາ, ການກວດກາໂຮງງານຂອງ
ເຂົາເຈົ້າຢ່າງເປັນປະຈຳ, ແລະ ການສັບປ່ຽນບັນດາຜູ້ບໍລິຫານໃຫຍ່ໃນກຸ່ມຂອງເຂົາ
ເຈົ້າ.

ບໍ່ມີຜູ້ໃດຈາກບໍລິສັດ ZTE ຫຼື ກະຊວງການຄ້າ ສະຫະລັດ ຢືນຢັນວ່າມີຂໍ້ຕົກລົງຂັ້ນ
ສຸດທ້າຍໃດໆຖືກລົງນາມ.

ແຕ່ລາຍງານຕ່າງໆໄດ້ເຮັດໃຫ້ບັນດາສະມາຊິກສະພາ ສະຫະລັດ ບໍ່ພໍໃຈທີ່ລັດຖະ
ບານຂອງທ່ານ ທຣຳ ມີຄວາມຍິນທີ່ຈະອະນຸຍາດໃຫ້ບໍລິສັດ ZTE ສືບຕໍ່ໃຊ້ສ່ວນປະ
ກອບຕ່າງໆທີ່ເຮັດຈາກ ສະຫະລັດ.

ທ່ານ ມາກ ວອລເນີ ສັງກັດພັກເດໂມແຄຣັດ ຈາກຄະນະກຳມະການສືບລັບສະພາສູງ
ໄດ້ກ່າວວ່າ “ຖ້າລາຍງານພວກນີ້ ແມ່ນມີຄວາມຖືກ ຕ້ອງແນ່ນອນ, ນີ້ກໍຈະແມ່ນ
ຄວາມຜິດພາດຄັ້ງໃຫຍ່. ທ່ານໄດ້ເວົ້າວ່າ “ບໍລິສັດ ZTE ເປັນໄພຂົ່ມຂູ່ຕໍ່ຄວາມປອດ
ໄພແຫ່ງຊາດຂອງພວກເຮົາ. ນັ້ນບໍ່ແມ່ນພຽງຄວາມຄິດເຫັນຂອງຂ້າພະເຈົ້າເທົ່ານັ້ນ,
ມັນແມ່ນບົດສະຫຼຸບຢ່າງເປັນເອກະສັນຂອງປະຊາຄົມສືບລັບຂອງພວກເຮົາ.”

ຜູ້ນຳສຽງສ່ວນນ້ອຍຂອງພັກເດໂມແຄຣັດ ທ່ານ ຈັກ ຊູເມີ ໄດ້ເອີ້ນປະທານາທິບໍດີ
ດໍໂນລ ທຣຳ ວ່າແມ່ນບຸກຄົນທີ່ “ເປັ່ງສຽງຄືສິງ ແຕ່ ທຳການປົກຄອງຄືແບບແກະ”
ເມື່ອເວົ້າເຖິງ ຈີນ ແລະ ອະນຸຍາດໃຫ້ບໍລິສັດ ZTE” ຫຼຸດພົ້ນຈາກຄວາມຫຍຸ້ງຍາກ.

ສະມາຊິກສະພາສູງຈາກພັກຣີພັບບລີກັນ ທ່ານ ມາໂກ ຣູບີໂອ ຍັງໄດ້ເອີ້ນບໍລິສັດ
ZTE ວ່າແມ່ນຄວາມສ່ຽງດ້ານຄວາມປອດໄພ ແລະ ໄດ້ເວົ້າວ່າ ຮ່າງກົດໝາຍທີ່ຈະ
ກີດກັ້ນ ສະຫະລັດ ຈາກການເຮັດທຸລະກິດກັບບໍລິສັດດັ່ງກ່າວ ຈະໄດ້ຮັບການສະ
ໜັບສະໜູນຢ່າງໃຫຍ່ ໃນສະພາສູງ.

ໃນເດືອນແລ້ວນີ້ ທ່ານ ທຣຳ ໄດ້ພະຍາຍາມທີ່ຈະຫາທາງເຮັດໃຫ້ບໍລິສັດ ZTE “ກັບ
ຄືນມາເຮັດທຸລະກິດໄດ້ໄວຂຶ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG