ຄະນະຜູ້ແທນການຄ້າ ສະຫະລັດ ຈະໄປປະເທດຈີນ ໃນວັນອາທິດ ທີ 7 ເດືອນມັງກອນ ອີງຕາມລາຍງານຂອງອົງການຂ່າວບລູມເບີກ ໂດຍ ອ້າງ 2 ແຫຼ່ງຂ່າວ ທີ່ມີຄວາມຄຸ້ນເຄີຍ ດີກັບເລື້ອງນີ້.
ເທື່ອນີ້ຈະເປັນເທື່ອທຳອິດທີ່ທັງສອງຝ່າຍ ຈະໄດ້ພົບພໍ້ກັນໜ້າຕໍ່ໜ້ານັບ ຕັ້ງແຕ່ປະທານາ
ທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ຕົກລົງ ທີ່ຈະຜ່ອນຄາຍ ສົງຄາມການຄ້າຕໍ່ ກັນ ໃນລະຫວ່າງກອງປະຊຸມທີ່ ອາເຈັນຕີນາ ໃນວັນ
ທີ 1 ທັນວາຜ່ານມາ.
ຄະນະຜູ້ແທນຂອງສະຫະລັດ ຈະນຳພາໂດຍທ່ານ Jeffrey Gerrish ຮອງຜູ້ຕາງໜ້າ
ທາງດ້ານການຄ້າແລະຈະປະກອບດ້ວຍທ່ານ David Malpass ຮອງລັດຖະມົນຕີກະ
ຊວງການເງິນ ຮັບຜິດຊອບ ກິດຈະ ການລະຫວ່າງຊາດ ອີງຕາມຄຳເວົ້າຂອງ ອົງການ
ຂ່າວບລູມເບີກ.
ນັບເປັນເວລາຫຼາຍເດືອນມາແລ້ວ ທີ່ສະຫະລັດກັບຈີນໄດ້ມີເລື້ອງກັນ ກ່ຽວກັບການຂຶ້ນ
ພາສີ ສິນຄ້າ ເປັນເງິນຫຼາຍຮ້ອຍພັນລ້ານໂດລາ ສຳ ລັບສິນຄ້າຂາອອກ ທີ່ເປັນບັນຫາ
ສຳລັບທັງສອງ ປະເທດນີ້.
ທີ່ກອງປະຊຸມຢູ່ນະຄອນ Buenos Aires ນັ້ນພວກຜູ້ນຳທັງສອງ ໄດ້ ເຫັນດີນຳກັນວ່າ
ໃຫ້ມີສັນ ຍາສະຫງົບເສິກ ການຄ້າ ເປັນເວລາ 90 ວັນ ລະຫວ່າງພວກເສດຖະກິດ ທີ່
ໃຫຍ່ທີ່ສຸດ ທັງສອງ ຂອງໂລກນີ້.
ນອກຈາກນັ້ນແລ້ວ ທ່ານທຣຳຍັງໄດ້ເຫັນດີວ່າ ຈະໃຫ້ສິນຄ້າຂອງຈີນ ມູນຄ່າ 200 ພັນ
ລ້ານ ໂດລາ ຈ່າຍພາສີໃນອັດຕາ 10 ເປີເຊັນ ແລະ ຈະບໍ່ໃຫ້ຂຶ້ນເປັນ 25 ເປີເຊັນ ດັ່ງທີ່
ທ່ານໄດ້ຂົ່ມ ຂູ່ໄປ ສຳລັບວັນທີ 1 ມັງກອນນັ້ນ.
ທ່ານທຣຳກ່າວວ່າ ການຕົກລົງຂອງທ່ານ ກັບທ່ານສີ ຈະເປັນອັນນຶ່ງ ໃນຈຳນວນຂໍ້ຕົກ
ລົງທີ່ໃຫຍ່ ທີ່ສຸດທີ່ບໍ່ເຄີຍມີມາກ່ອນ ທັງຈະເປັນຜົນດີທີ່ສຸດ ແກ່ການກະສິກຳ ໝາຍເຖິງ
ການກະເສດ ການອຸດສາຫະຫຳ ເຄື່ອງຄອມພິວເຕີ ແລະສິນຄ້າທຸກໆປະເພດ.
ທັງທ່ານ ທຣຳແລະທ່ານສີ ຍັງໄດ້ຕົກລົງເຫັນດີ ທີ່ຈະເລີ້ມເຈລະຈາ ກັນທັນທີ ເພື່ອການ
ປ່ຽນ ແປງໂຄງລ່າງ ໃນການໂອນ ເທັກໂນໂລຈີ ເລື້ອງການປ້ອງກັນ ຊັບສິນດ້ານສະຕິ
ປັນຍາ ພວກສິ່ງກີດຂວາງຕ່າງໆ ທີ່ບໍ່ມີພາສີ ການແຊກແຊງລ່ວງລ້ຳທາງທາງດ້ານຄິວ
ພິວເຕີ ຫຼືໄຊເບີ ແລະການຮັບໃຊ້ບໍລິການແລະການກະເສດນຳດ້ວຍ.