ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະ​ຫະ​ລັດ ຈະ​ເລີ້ມ​ສືບ​ສວນ ບໍ​ລິ​ສັດ Google


ຜູ້​ບໍ​ລິ​ຫານ Google ທ່ານ​ຊັນ​ດາ​ຣ ປີ​ໃຈ (ຂວາ) ແລະ​ທ່ານ​ຟິ​ລິບ ເຈິ​ສ​ເຕີ​ສ ຮອງ​ຜູ້​ບໍ​ລິ​ຫານ Google ທີ່​ນະ​ຄອ​ນ​ເບີ​ລິນ ວັນ​ທີ 22 ມັງ​ກອນ 2019.
ຜູ້​ບໍ​ລິ​ຫານ Google ທ່ານ​ຊັນ​ດາ​ຣ ປີ​ໃຈ (ຂວາ) ແລະ​ທ່ານ​ຟິ​ລິບ ເຈິ​ສ​ເຕີ​ສ ຮອງ​ຜູ້​ບໍ​ລິ​ຫານ Google ທີ່​ນະ​ຄອ​ນ​ເບີ​ລິນ ວັນ​ທີ 22 ມັງ​ກອນ 2019.

ບັນ​ດາ​ຜູ້​ວາງ​ກົດ​ລະ​ບຽບຕ້ານ​ການ​ຜູກ​ຂາດ​ດ້​ານທຸ​ລະ​ກິດ ສະ​ຫະ​ລັດ ໄດ້​ຂັດ​ແຍ້ງ​ກັນ
​ກ່ຽວ​ກັບ ​ການຄວບ​ຄຸມບໍ​ລິ​ສັດ Amazon.com Inc ແລະ Alphabet Inc’s Google,
ເຮັດ​ໃຫ້ບໍ​ລິ​ສັດ Amazon ຢູ່​ພາຍ​ໃຕ້​ການຕິດ​ຕາມຂອງ ຄະ​ນະ​ກຳ​ມາ​ທິ​ການ​ການ​ຄ້າ
​ລັດ​ຖະ​ບານ​ກາງ (FTC) ແລະ ບໍ​ລິ​ສັດ Google ຢູ່​ພາຍ​ໃຕ້​ກະ​ຊວງ​ຍຸ​ຕິ​ທຳ, ອີງ​ຕາມ​
ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສ​ທ໌ ໃນ​ວັນ​ເສົາ​ວາ​ນ​ນີ້.

ບໍ​ລິ​ສັດ Amazon ອາດ​ປະ​ເຊີນ​ໜ້າ​ກັບ​ກວດ​ກາ​ຢ່າງ​ຖີ່​ຖ້ວນ​ ກ່ຽວ​ກັບ ການຕ້ານ​ການ​
ຜູກ​ຂາດ​ດ້ານທຸ​ລະ​ກິດຫຼາຍ​ຂຶ້ນກວ່າ​ເກົ່າ ພາຍ​ໃຕ້​ຂໍ້​ຕົກ​ລົງ​ໃໝ່​ລະ​ຫວ່າງຜູ້​ວາງ​ກົດ​ລະ​
ບຽບ​ ສະ​ຫະ​ລັດ ທີ່ຈະ​ເຮັດ​ໃຫ້​ຍັກໃຫຍ່ດ້ານ​ການ​ຄ້າ ຢູ່​ພ​າຍ​ໃຕ້​ການ​ສິ້ງ​ຊອມຂອງ​ຄະ​
ນະກຳ​ມາ​ທິ​ການ ດ້ານ​ການ​ຄ້າ, ໜັງ​ສື​ພິມ​ດັ່ງ​ກ່າງ​ໄດ້ລາຍ​ງານ, ໂດຍ​ອ້າງ​ເຖິງ​ຄົນ​ຜູ້​ທີ່​
ຄຸ້ນ​ເຄີຍ​ກັບ ບັນ​ຫ​າ​ທີ່​ວ່າ​ນັ້ນ.

ຄວບ​ຄືບ​ໜ້າ​ດັ່ງ​ກ່າວ ແມ່ນ​ຜົນ​ຂອງ FTC ​ແລະ​ກະ​ຊວງ​ຍຸ​ຕິ​ທຳ ​ທີ່ໄດ້​ແບ່ງ​ປັນ​ການ​ແຂ່ງ
​ຂັນກວດ​ກາຢ່າງ​ງຽບໆ ກ່ຽວ​ກັບ ​ສອງເທັກ​ໂນ​ໂລ​ຈີ​ທີ່​ສຳ​ຄັນ​ຂອງ ອາ​ເມ​ຣິ​ກາ, ຄື​ບໍ​ລິ​ສັດ​ Amazon ແລະ Google, ໜັ​ງ​ສື​ພິມໄດ້​ກ່າວ​ເພີ່ມ​ເຕີມ​ວ່າ ແຜນ​ການ​ຂອງ FTC ສຳ​ລັບ​
ບໍ​ລິ​ສັດ Amazon ແລະ ​ຄວາມ​ສົນ​ໃຈ​ຂອງກະ​ຊວງ​ຍຸ​ຕິ​ທຳ ​ໃນບໍ​ລິ​ສັດ Google ນັ້ນບໍ່
ເປັນທີ່​ແຈ່​ມ​ແຈ້ງ​ໃນ​ທັນທີ​ທັນ​ໃດ.

ຮູບ​ພາບ​ສັນ​ຍາ​ລັກ ບໍ​ລິ​ສັດ Google.
ຮູບ​ພາບ​ສັນ​ຍາ​ລັກ ບໍ​ລິ​ສັດ Google.

ຂ່າວ​ທີ່​ວ່າ​ນັ້ນ​ໄດ້​ມີ​ຂຶ້ນ ​ຫຼັງ​ຈາກ​ອົງ​ການ​ຂ່າວ ​ຣອຍ​ເຕີ ແລະ ​ແຫຼ່ງ​ຂ່າວ​ອື່ນ​ໆ​ໄດ້​ລາຍ​ງານ
​ໃນ​ວັນ​ສຸກ​ທີ່​ຜ່າ​ນ​ມາ​ວ່າ ກະ​ຊວງ​ຍຸ​ຕິ​ທຳ​ກຳ​ລັງ​ກະ​ກຽມ​ການ​ສຶບ​ສວນ​ບໍ​ລິ​ສັດ Google
ເພື່ອ​ຈະສືບ​ໃຫ້​ຮູ້​ຢ່າງແນ່​ໃຈ​ວ່າ ບໍ​ລິ​ສັດ​ໄດ້​ດັ່ງ​ກ່າວ ໄດ້ລ​ະເມີດ ກົດ​ໝາຍຕ້ານ​ການ​ຜູກ​
ຂາດ​ ໃນ​ການ​ປະ​ຕິ​ບັດ​ ​ທຸ​ລະ​ກິດອອນ​ໄລ​ນ໌​ຂອງ​ເຂົາ​ເຈົ້າຫຼືບໍ່.

ບໍ​ລິ​ສັດ Google ໄດ້ກ່າວ​ວ່າ​ ຕົນ​ບໍ່​ມີ​ຄຳ​ເຫັນ​ໃດໆ​ ກ່ຽວ​ກັບ ​ລາຍ​ງານນັ້ນ ໃນ​ຂະ​ນະ​ທີ່
ບໍ​ລິ​ສັດ Amazon, FTC ແລະ ​ກະ​ຊວງ​ຍຸ​ຕິ​ທຳ ແມ່ນບໍ່​ໄດ້​ຕອບຕໍ່​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​
ທີ ກ່ຽວ​ກັບ ລາຍ​ງານ​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG