ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ກຳລັງ ພິຈາລະນາຄືນໃໝ່ ການຊ່ອຍເຫຼືອດ້ານ ອາວຸດປ້ອງກັນ ແກ່ຢູເຄຣນ


ໜ່ວບລົບພິເສດ ຂອງກອງທັບຢູເຄຣນ ຢືນລຽນແຖວກັນ ກ່ອນອອກໄປປະຕິບັດງານທາງທະຫານ ໃນລະຫວ່າງການ
ທຳພິທີສັ່ງລາ ທີ່ນະຄອນ Kharkiv, ວັນທີ 30 ມັງກອນ 2015.
ໜ່ວບລົບພິເສດ ຂອງກອງທັບຢູເຄຣນ ຢືນລຽນແຖວກັນ ກ່ອນອອກໄປປະຕິບັດງານທາງທະຫານ ໃນລະຫວ່າງການ ທຳພິທີສັ່ງລາ ທີ່ນະຄອນ Kharkiv, ວັນທີ 30 ມັງກອນ 2015.

ໜັງສືພິມ​ຊັ້ນ​ນຳ​ຂອງ​ສະຫະລັດ​ສະບັບ​ນຶ່ງ ກ່າວ​ວ່າ ​ວໍ​ຊິງ​ຕັນ​
ກຳລັງ​ພິຈາລະນາ​ທ່າ​ທີ​ຂອງ​ຕົນ​ຄືນ ​ໃນ​ການສະໜອງ​ພວກ​
ອາວຸດ​ປ້ອງ​ກັນ ​ແລະ​ອຸບປະກອນ​ຕ່າງໆ ​ໃຫ້​ແກ່​ລັດຖະບານ
​Kyiv ນັ້ນ.

ໜັງສືພິມ New York Times ​ລາຍ​ງານ​ຂ່າວ​ໃນ​ວັນ​ອາທິດ
​ວານ​ນີ້​ວ່າ ​ໃນ​ຂະນະ​ທີ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ຍັງ​ບໍ່
​ທັນ​ໄດ້​ຕັດສິນ​ໃຈ​ກ່ຽວ​ກັບ​ການ​ສະໜອງ​ການ​ຊ່ອຍ​ເຫຼືອ​ດ້ານ​
ຍຸດ​ໂທ​ປະກອນ​ແກ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຢູ​ເຄຣນ
ນັ້ນ ​ລັດຖະບານ​ຂອງ​ທ່ານ​ກໍກຳລັງ​ທົບ​ທວນເບິ່ງ​ຄືນ​ໃໝ່ ກ່ຽວ
​ກັບເລື້ອງການ​ຊ່ອຍ​ເຫຼືອ​ທາງ​ທະຫານ​ນີ້.

ໜັງ​ສື​ພິມ​ສະບັບ​ນີ້ ລາຍ​ງານ​ວ່າ ​ເຈົ້າ​ໜ້າ​ທີ່​ ທີ່​ບໍ່​ບອກ​ຊື່​ໃຫ້​ຮູ້ຈຳນວນ​ນຶ່ງ ກ່າວ​ວ່າ ລັດຖະ
ມົນຕີ​ການ​ຕ່າງປະ​ເທດ​ John Kerry ພ້ອມ​ດ້ວຍ​ປະທານ​ຮ່ວມ​ເສນາ​ທິການ​ສູງ​ສຸດ ນາຍ​ພົນ Martin Dempsey ​ແລະ​ທ່ານ​ນາງ Susan Rice ທີ່​ປຶກສາ​ດ້ານ​ຄວາມປອດ​ໄພ​
ແຫ່ງ​ຊາດ​ຂອງ ປະທານາທິບໍດີ​ໂອ​ບາ​ມາແມ່ນ​ເປີດ​ກວ້າງ ຕໍ່ການ​ໂອ້​ລົມ​ສົນທະນາກັນ​ ກ່ຽວ​ກັບ​ການ​ໃຫ້ການ​ຊ່ອຍ​ເຫຼືອ​ດ້ານ​ຍຸດ​ໂທ​ປະກອນ​ ແກ່​ພວກ​ກຳລັງ​ຂອງ​ຢູ​ເຄຣນນັ້ນ.

ໜັງສືພິມ New York Times ກ່າວ​ຕື່ມ​ວ່າ ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ Chuck Hagel
​ສະໜັບສະໜຸນ​ເລື້ອງໃຫ້ການ​ຊ່ອຍ​ເຫຼືອ​ດ້ານ ອາວຸດ​ປ້ອງ​ກັນ​ ແກ່​ພວກ​ກຳລັງ​ຂອງ​ລັດຖະ
ບານຢູ​ເຄຣນ ທີ່ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ໄດ້​ຂໍ​ຮ້ອງ​ມາ​ ໃນ​ເດືອນ​ພະຈິກ​ປີຜ່ານມາ​ນີ້.

ໜັງສືພິມ New York Times ກ່າວ​ຕື່ມ​ວ່າ ນາຍ​ພົນ Philip Breedlove ຜູ້​ບັນຊາ​ການ​ກອງທະຫານ​ເນ​ໂຕ້ ກໍ​ໃຫ້ການ​ສະໜັບ ສະໜຸນ​ເຊັ່ນ​ກັນ​ ​ແລະ​ວ່າ ລາຍ​ງານ​ທີ່​ເປັນ​ອິດ​ສະ
ລະ​ສະ​ບັບນຶ່ງ​ ທີ່ນຳ​ອອກເປີ​ດ​ເຜີຍ​ ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ອະດີດ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ອາ​ເມຣິກັນ 8 ທ່ານ ​ແລະຮຽກຮ້ອງ​ໃຫ້​ສະຫະລັດ​ສົ່ງ​ພວກ​ອາວຸດ​ປ້ອງ​ກັນ​ແລະ​ອຸບປະກອນ​ຕ່າງໆ ​ມູນ​ຄ່າ 3 ຕື້​ດອນ​ລາ​ໃຫ້ແກ່​ຢູ​ເຄຣນນັ້ນ “ກຳລັງ​ຕື່ມ​ເຊື້ອ​ໄຟ ​ໃຫ້​ມີ​ການ​ໂຕ້​ວາ
ທີ​ກັນກ່ຽວ​ກັບ​ເລື້ອງ​ນີ້​ ​ຢ່າງ​ກວ້າ​ງຂວາງ ຂຶ້ນ”
​ ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ.

​ໃນ​ເດືອນ​ທັນວາ​ປີຜ່ານມາ​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍສະບັບ​ນຶ່ງ ​ອະນຸ
ມັດ​ເງິນ​ຈຳນວນ 350 ລ້ານ​ດອນ​ລາ​ ສຳຫ​ລັບ​ການ​ຊ່ອຍ​ເຫຼືອ​ດ້ານ​ຍຸດ​ໂທ​ປະກອນ ​ທີ່​ຮ້າຍ​ແຮງແລະ​ບໍ່​ຮ້າຍ​ແຮງ​ໃຫ້​ແກ່​ລັດຖະບານ Kyiv. ​ແຕ່​ໂຄສົກທຳນຽບຂາວ​ ກ່າວໃນ​ເວລາ
ນັ້ນ​ວ່າ ປະທານາທິບໍດີ ​ໄດ້​ມີຄວາມ​ສົງ​ໄສ​ບໍ່​ແນ່​ໃຈ ກ່ຽວ​ກັບ​ການ​ສົ່ງ​ອຸປະກອນ​ດັ່ງກ່າວ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ທີ່​ພວກ​ນັກວິ​ເຄາະ​ເຫດການ​ຫຼາຍ​ຄົນ ກ່າວ​ວ່າ ຈະ​ຖືກຣັດ​ເຊຍ​ມອງ​ເຫັນ​ວ່າ ​ເປັນ​ການ​ເກາະ​ຜິດ​ທາງ​ທະຫານ​ທີ່​ສຳຄັນ​ອັນ​ນຶ່ງ​ ຂອງ​ຝ່າຍ​ຕາ​ເວັນ​ຕົກ.

​ໃນ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ບໍ່​ໄດ້​ມີ​ການ​ຮັບ​ຮູ້​ໂດຍ​ຝ່າຍ​ວັງ​ Kremlin ທີ່​ວ່າ​ ມັນ​ນອນຢູ່​ໃນ​ຜົນ​ປະ​ໂຫຍ​ດ ຂອງຣັດ​ເຊຍ ​ທີ່​ຈະ​ຫາ​ທາງ​ແກ້​ໄຂ​ເລື້ອງ​ນີ້
​ໃນ​ລ​ະຍະ​ຍາວ.

ukraine2february15
please wait
Embed

No media source currently available

0:00 0:02:17 0:00

XS
SM
MD
LG