ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ລ​າຍ​ງານ​ວ່າ ສ​ຫລ ບັງຄັບໃຊ້ກົດ​ໝາຍ ຕ້ານການໃຫ້ສິນບົນ ຕ່າງ​ປະ​ເທດ ເພີ່ມຂຶ້ນ ໃນ​ປີ 2022


(ພາບ​ໃນ​ແຟ​ມ) ຕຶກ​ສຳ​ນັກ​ງານ​ຂອງຄະນະກຳມາທິການຕະຫຼາດຫຼັກຊັບ ຫລື SEC ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 5 ສິງ​ຫາ, 2017
(ພາບ​ໃນ​ແຟ​ມ) ຕຶກ​ສຳ​ນັກ​ງານ​ຂອງຄະນະກຳມາທິການຕະຫຼາດຫຼັກຊັບ ຫລື SEC ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 5 ສິງ​ຫາ, 2017

ການເຄື່ອນໄຫວບັງຄັບໃຊ້ກົດ​ໝາຍຕ້ານການໃຫ້ສິນບົນຂອງສະຫະລັດ ໄດ້ເພີ່ມຂຶ້ນໃນປີກາຍນີ້ ຫຼັງຈາກມີທ່າອ່ຽງຫຼຸດລົງເປັນເວລາ 3 ປີຕິດຕໍ່ກັນ, ອີງຕາມລາຍງານໃໝ່ຈາກອົງ​ການເທ​ຣ​ສສາ​ກົນ ຫລື​ TRACE International.

ບົດ​ລາຍ​ງານ​ກ່າວ​ວ່າ ກະຊວງ​ຍຸຕິ​ທຳ​ຂອງ​ສະ​ຫະ​ລັດ ​ແລະ​ຄະນະ​ກຳມາ​ທິການ​ຕະຫຼາດ​ຫຼັກ​ຊັບ ຫລື SEC, ສອງ​ອົງການ​ທີ່​ຮັບຜິດຊອບ​ການ​ປະຕິບັດ​ກົດໝາຍ​ຕ້ານ​ການ​ໃຫ້​ສິນ​ບົນ​ຕ່າງປະ​ເທດໄດ້​ປະ​ຕິ​ບັດງານ​ບັງຄັບ​ໃຊ້ກົດ​ໝາຍ​ທັງ​ໝົດ 11 ຄັ້ງ​ໃນ​ປີ 2022, ​ເພີ່ມ​ຂຶ້ນ​ຈາກ 8 ຄັ້ງ​ໃນ​ປີ 2021.

ອົງ​ການ TRACE International ເຊິ່ງຊ່ວຍໃຫ້ທຸລະກິດ ປະຕິບັດຕາມກົດໝາຍຕ້ານການສໍ້ລາດບັງຫຼວງນັ້ນ ນິ​ຍາມ​ວ່າ ການເອົາ​ບາດ​ກ້າວບັງຄັບໃຊ້ກົດ​ໝາຍເປັນ “ການແກ້ໄຂຂັ້ນສຸດທ້າຍ” ຂອງການກ່າວຫາກ່ຽວກັບການໃຫ້ສິນບົນຂອງຕ່າງປະເທດ. ການໃຫ້ສິນບົນຕ່າງປະເທດ ແມ່ນການໃຫ້ສິນບົນແກ່ເຈົ້າໜ້າທີ່ລັດຖະບານໃນປະເທດໃດກໍ​ຕາມ ໂດຍບໍລິສັດ ຫຼື ບຸກຄົນໃນປະເທດອື່ນ.

ນັກຄົ້ນຄວ້າອື່ນໆ ໂດຍໃຊ້ຄໍານິຍາມທີ່ກວ້າງກວ່າ ຂອງການບັງຄັບໃຊ້ກົດ​ໝາຍ ສະແດງໃຫ້ເຫັນຈໍານວນການເອົາ​ບາດ​ກ້າວ ທີ່ສູງຂຶ້ນ ໂດຍອົງການຈັດ​ຕັ້ງ​ຂອງ ສະຫະລັດໃນປີກາຍນີ້.

ກະ​ຊວງຍຸຕິທໍາ ແລະ SEC ສືບສວນການກ່າວຫາກ່ຽວກັບການໃຫ້ສິນບົນ ຂອງຕ່າງປະເທດພາຍໃຕ້ກົດໝາຍວ່າດ້ວຍການສໍ້ລາດບັງຫຼວງຂອງຕ່າງປະ ເທດປີ 1977.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG