ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ມັ​ລ​ເລີ ຈະ​ໄປໃຫ້​ການ ຢ່າງ​ເປີດ​ເຜີຍ ​ຕໍ່​ສະ​ພາ​ຕ່ຳ


ໄອ​ຍະ​ການ​ພິ​ເສດ ທ່ານ ໂຣ​ເບີດ ມັ​ລ​ເລີ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ສືບ​ສວນ​ສອບ​ສວນ ເລື່ອງ​ ຣັດ​ເຊຍ ແຊກ​ແຊ​ງ​ເຂົ້າ​ໃນ​ການ​ເລືອກປະ​ທາ​ນາ​ທິ​ບໍ​ດີ ປີ 2016, ກະ​ຊວງ​ຍຸ​ຕິ​ທຳ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, ສະ​ຫະ​ລັດ. 29 ພຶດ​ສະ​ພາ, 2019.
ໄອ​ຍະ​ການ​ພິ​ເສດ ທ່ານ ໂຣ​ເບີດ ມັ​ລ​ເລີ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ສືບ​ສວນ​ສອບ​ສວນ ເລື່ອງ​ ຣັດ​ເຊຍ ແຊກ​ແຊ​ງ​ເຂົ້າ​ໃນ​ການ​ເລືອກປະ​ທາ​ນາ​ທິ​ບໍ​ດີ ປີ 2016, ກະ​ຊວງ​ຍຸ​ຕິ​ທຳ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, ສະ​ຫະ​ລັດ. 29 ພຶດ​ສະ​ພາ, 2019.

ໄອ​ຍະ​ການ​ພິ​ເສດ ທ່ານ ໂຣ​ເບີດ ມັ​ລ​ເລີ ໄດ້​ຕົກລົງ​ທີ່​ຈະໄປ​ໃຫ້​ການແບບ​ເປີດ​ເຜີຍ​ຕໍ່
ຄະນະກຳມະການຕຸລາການ ແລະ ຄະນະກຳມະການສືບລັບ ສະພາຕ່ຳໃນເດືອນໜ້າ.

ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ທັງສອງ​ດັ່ງ​ກ່າວ, ສະ​ມາ​ຊິກ​ສະ​ພາ​ຕ່ຳ ເຈີ​ໂຣ​ລ ແນດ​
ເລີ ແລະ ສະມາຊິກສະພາຕ່ຳ ອາດຳ ຊິຟ, ໄດ້ປະກາດ ໃນຈົດໝາຍສະບັບນຶ່ງເມື່ອ
ຕອນແລງວັນອັງຄານວານນີ້ວ່າ ທ່ານ ມັລເລີ ຈະປາກົດຕົວໃນວັນທີ 17 ກໍລະກົດ,
ແລະ ວ່າເຂົາເຈົ້າ ແລະ ຊາວອາເມຣິກັນທຸກຄົນ ຫວັງທີ່ຈະໄດ້ຍິນຈາກທ່ານ.

ທ່ານ ມັ​ລ​ເລີ ໄດ້​ນຳ​ພາ​ການ​ສືບ​ສວນ​ສອບ​ສວນ​ດົນ​ເກືອບ​ສອງ​ປີ ກ່ຽວ​ກັບ ການ​ແຊກ
ແຊງຂອງ ຣັດເຊຍ ໃນການເລືອກຕັ້ງ ປະທານາທິບໍດີ ປີ 2016 ແລະ ການກ່າວຫາ
ວ່າ ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂັດຂວາງຂະບວນການຍຸຕິທຳ ດ້ວຍການພະຍາ
ຍາມ ທີ່ຈະປິດການສືບສວນທີ່ວ່ານັ້ນຫຼືບໍ່.

ທ່ານ​ໄດ້​ອ​ອກ​ລາຍ​ງານ​ສະ​ບັບ​ນຶ່ງ, ເປັນ​ສະ​ບັບ​ຄັດ​ຈ້ອນ ເຊິ່ງ​ທ່ານ​ໄດ້​ເປີດເຜີຍ​ຕໍ່​ສະ​
ທາລະນະ ໃນເດືອນເມສາທີ່ຜ່ານມາ, ທີ່ໄດ້ສະຫຼຸບວ່າ ຄະນະໂຄສະນາຫາສຽງຂອງ
ທ່ານ ທຣຳ ບໍ່ໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ ໃນລະຫວ່າງການເລືອກຕັ້ງ, ແຕ່ບໍ່ໄດ້ສະ
ຫຼຸບ ກ່ຽວກັບ ການຂັດຂວາງຂະບວນການຍຸຕິທຳທີ່ຖືກສົງໄສນັ້ນ.

ທ່ານ ທ​ຣຳ ໄດ້​ຕຳ​ໜິ​ວິ​ຈານ ກ່ຽວ​ກັບ ຂະ​ບວນ​ການ​ດັ່ງ​ກ່າວ​ຢ່າງ​ແຮງ, ໄດ້​ເອີ້ນ​ການ​ສືບ​
ສວນສອບສວນທີ່ວ່ານັ້ນຢ່າງຊ້ຳແລ້ວຊ້ຳອີກວ່າ “ເປັນການຫາຈັບຜິດ.” ປະຕິກິລິຍາ
ຂອງທ່ານບໍ່ດົນ ຫລັງຈາກການປະກາດຂອງວັນອັງຄານວານນີ້ ໄດ້ມາໃນຮູບແບບ
ການຂຽນຂໍ້ຄວາມໃນທວິດເຕີທີ່ວ່າ “ການຮາວີລົບກວນປະທານາທິບໍດີ.”

ຄຳ​ເຫັນ​ຕໍ່​ສາ​ທາ​ລະ​ນະ​ພຽງ​ຄັ້ງ​ດຽວ​ຂອງ​ທ່ານ ມັ​ລ​ເລີ ເຖິງ​ຈຸດນີ້ ແມ່ນ​ໄດ້​ມີ​ຂຶ້ນ​ຢູ່ກອງ​
ປະຊຸມຖະແຫຼງຂ່າວໃນເດືອນພຶດສະພາທີ່ຜ່ານມາ ເຊິ່ງທ່ານໄດ້ອ່ານຖະແຫຼງການທີ່
ໄດ້ກຽມມາ, ແຕ່ບໍ່ໃຫ້ຖາມຄຳຖາມ.

ທ່ານ ແນດ​ເລີ ແລະ ທ່ານ ຊິ​ຟ ໄດ້​ອອກ​ໝາຍ​ຮຽກ ທີ່​ພະ​ຍາ​ຍາມ​ບັງ​ຄັບ​ໃຫ້​ທ່ານ ມັ​ລ​ເລີ
ມາໃຫ້ການ, ອະທິບາຍມັນ ໃນຂະນະທີ່ພວກເພິ່ນໄດ້ກ່າວເນັ້ນເຖິງຄວາມຕ້ອງການ
ຂອງທ່ານໄອຍະການພິເສດ ທີ່ຢາກໃຫ້ລາຍງານຂອງທ່ານ ບໍ່ຖືກລົບກວນນັ້ນວ່າ, ສາ
ທາລະນະສົມຄວນທີ່ຈະໄດ້ຍິນໂດຍກົງ ກ່ຽວກັບ ບໍ່ພຽງແຕ່ການສະຫຼຸບຂອງທ່ານເທົ່າ
ນັ້ນ ແຕ່ລວມທັງການສືບສວນສອບສວນຂອງທ່ານເອງດ້ວຍ.

ທ່ານ ແນດ​ເລີ ແລະ ທ່ານ ຊິ​ຟ ໄດ້​ກ່າວ​ໃນ​ຈົ​ດ​ໝາຍ​ຂ​ອງເພິ່ນ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ
“ປະຊາຊົນ ອາເມຣິກັນ ໄດ້ຮຽກຮ້ອງວ່າຢາກໄດ້ຍິນໂດຍກົງຈາກທ່ານໄອຍະການພິເສດ
ສະນັ້ນເຂົາເຈົ້າຈຶ່ງສາມາດເຂົ້າໃຈໃນສິ່ງທີ່ທ່ານ ແລະ ທີມຂອງທ່ານໄດ້ກວດກາ, ຄົ້ນ
ພົບ, ແລະ ພິຈາລະນາ ກ່ຽວກັບ ການໂຈມຕີຂອງ ຣັດເຊຍ ຕໍ່ປະຊາທິປະໄຕຂອງພວກ
ເຮົາ, ການຍອມຮັບຂອງຄະນະໂຄສະນາຫາສຽງຂອງທ່ານ ທຣຳ ແລະ ການໃຊ້ການ
ຊ່ວຍເຫຼືອນັ້ນ, ແລະ ການຂັດຂວາງການສືບສວນສອບສວນ ໃນການໂຈມຕີທີ່ວ່ານັ້ນ
ໂດຍປະທານາທິບໍດີ ທຣຳ ກັບ ຄົນຂອງທ່ານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG