ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ສະຫະລັດ ອາດໄດ້ ດັກຟັງໂທລະສັບຂອງ ທ່ານນາງ Merkel (ວີດີໂອ)


ທ່ານນາງ Angela Merkel ເດີນທາງໄປຮ່ວມ ກອງປະຊຸມສຸດຍອດ ຂອງ EU ທີ່ Brussels, ວັນທີ 25 ຕຸລາ 2013.
ອົງການ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ​ສະຫະລັດ ອາດ​ໄດ້​ດັກ​ຟັງ​ໂທ
ລະສັບ​ຂອງ ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ
​ເຢຍຣະມັນ ມາ​ໄດ້ດົນກ່ວາ 10 ປີ​ແລ້ວ ອິງ​ຕາມລາຍ​ງານ​ຂ່າວ​
ສະບັບ​ນຶ່ງ​ ເມື່ອ​ວັນ​ເສົາ​ວານ​ນີ້ ​ຂອງ​ໜັງສືພິມ​ລາຍ​ສັບປະດາ​
Der Spiegel ຂອງເຢຍຣະມັນ.

ໜັງສືພິມ Der Spiegel ຍັງ​ໄດ້​ອ້າງ​ເຖິງ​ແຫຼ່ງຂ່າວ​ນຶ່ງ​ຢູ່​ໃນ​
ຫ້ອງການ​ຂອງທ່ານ​ນາງ Merkel ທີ່​ເວົ້າ​ວ່າ ປະທານາທິບໍດີ
ບາຣັກ ​ໂອ​ບາ​ມາ ​ໄດ້ ກ່າວ​ຂໍ​ໂທດຕໍ່​ຜູ້​ນໍາ​ເຢຍຣະມັນ ​ເວລາ
​ທ່ານ​ນາງໂທລະສັບ​ຫາ​ທ່ານ ​ເມື່ອ​ວັນພຸດ​ຜ່ານ​ມາ ​ເພື່ອຂໍ
​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ເລື້ອງ​ນີ້.

NSA Spying Charges Shake US Alliances
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ

ທັງ​ໂຄສົກ​ຂອງ​ທ່ານນາງ Merkel ​ແລະ​ທໍານຽບຂາວ​ ປະຕິ​ເສດທີ່​ຈະ​ໃຫ້ ຄວາມເຫັນ.

​ເຢຍຣະມັນ ມີ​ແຜນ​ຈະ​ສົ່ງ​ຄະນະຫົວໜ້າ​ສືບ​ລັບ​ຂອງ​ຕົນ​ ມາຍັງ​ວໍ​ຊິງ​ຕັນ ​ໃນ​ບໍ່​ເທົ່າໃດ​ມື້​ຕໍ່ໜ້າ​ນີ້ ​ເພື່ອ​ຊອກຫາ​ຄໍາ​ຕອບ​ຕໍ່​ການ​ກ່າວ​ຫາເລື້ອງ​ການ​ສອດ​ແນວ​ດັ່ງ​ກ່າ​ວ.

​ເອກ​ກະສາ​ນຕ່າງໆ​ທີ່​ເປີດ​ເຜີ​ຍ​ໂດຍທ້າວ Edward Snowden ​ອະດີດ​ພະນັກງານ​ສັນຍາ
​ຈ້າງ​ອົງການຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ທີ່ສະ​ແດງວ່າ ສະຫະລັດທໍາການ​ສອດ​ແນມຢ່າງ​ກວ້າງຂວາງ ທັງທາງ​ອິນ​ເທີ​ເນັດ ​ແລະ​ບັນທຶກ​ໂທ​ລະ​ສັບ ຂອງ​ປະຊາຊົນ​ທໍາມະ​
ດາ​ສາມັນ​ແລະ​ບັນດາ​ຜູ້​ນໍາ​ໂລກນັ້ນ ​ໄດ້ກໍ່​ໃຫ້​ເກີດຄວາມ​ໂກດ​ແຄ້ນ​ຢ່າ​ງ​ໃຫຍ່​ໃນ​ທົ່ວໂລກ.

ວີດີໂອ: ການສອດແນມຜູ້ນໍາຢູໂຣບ ອາດສົ່ງຜົນກະທົບຕໍ່ການເຈລະຈາການຄ້າ:

NSA Spying Could Complicate US-Europe Trade Talks
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ

ຂະນະ​ນີ້​ ເຢຍຣະມັນ ຍັງກໍາລັງ​ປະຕິບັດ​ງານ​ກັບ Brazil ກ່ຽວ​ກັບ​ຮ່າງ​ມະຕິ​ຂອງ​ສະມັດ ຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ຮັບປະກັນຄວາມ​ເປັນ​ສ່ວນ​ຕົວ​ຂອງ​ປະຊາຊົນ ​ໃນ​ການ​ສື່ສານ​ທາງ​ອີ​ເລັກ​ໂທຣນິກ. ບັນດາ​ນັກ​ການ​ທູດ​ຢູ​ເອັນ​ເວົ້າ​ວ່າ ພວກຕົນ​ຈະ​ຮຽກ
ຮ້ອງ​ໃຫ້​ຂະຫຍາຍສັນຍາສາກົນ ກ່ຽວ​ກັບ​ສິດທິ​ພົນລະ​ເຮືອນ​ແລະ​ການ​ເມືອງ ອອກ​ໄປ​
ລວມເອົາ​ກິດຈະ​ກໍາ​ທາງ​ອິນ​ເທີ​ເນັດນໍາ ​ແຕ່ຈະ​ບໍ່​ເອີ່ຍ​ເຖິງ​ສະຫະລັດ.

​ເມື່ອ​ວັນ​ເສົາ​ວານ​ນີ້ ມີ​ຜູ້​ຄົນຫຼາຍ​ເຖິງ 1,000 ຄົນ ​ໄປໂຮມ​ຊຸມນຸມປະ​ທ້ວງ​ ​ຢູ່​ນອກ​ຕຶກ ລັດຖະສະພາ​ສະຫະລັດ ຕໍ່ຕ້ານການ​ສອດ​ແນມ​ຂອງອົງການ​ຄວາມ​ໝັ້ນຄົງແຫ່ງຊາດ​ສະຫະລັດ ຫຼື NSA ​ແລະ​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ສອດ​ແນມສ່ວນ​ບຸກຄົນ ​ຢ່າງຂະໜານ​ໃຫຍ່ນັ້ນ.

US NASA Protest
please wait
Embed

No media source currently available

0:00 0:01:12 0:00
XS
SM
MD
LG