ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີລາຍງານວ່າ ທະຫານ ສຫລ ທີ່ເສຍຊີວິດ ຢູ່ ໄນເຈີ ພົບວ່າ ບາດເຈັບທີ່ຫົວ ແລະຖືກມັດມື


ລົດຫຸ້ມເກາະທະຫານຝຣັ່ງ ພວມມຸ່ງໜ້າໄປສູ່ຊາຍແດນໄນເຈີ
ລົດຫຸ້ມເກາະທະຫານຝຣັ່ງ ພວມມຸ່ງໜ້າໄປສູ່ຊາຍແດນໄນເຈີ

ໜັງສືພິມ Washington Post ລາຍງານວ່າ ສົບຂອງສິບເອກ La David Johnson
ອາຍຸ 25​ ປີນຶ່ງໃນທະຫານອາເມຣິກັນ 4 ຄົນທີ່ຖືກຍິງຕາຍໂດຍພວກຫົວຮຸນແຮງຢູ່ປະ ເທດໄນເຈີ ເມື່ອເດືອນແລ້ວນີ້ ໄດ້ຖືກພົບເຫັນ ມັດແຂນຕິດກັນຢູ່ ໃນອັນທີ່ປາກົດວ່າ ເປັນການປະຫານຊີວິດ ອີງຕາມພວກຊາວບ້ານ.

ໜັງສືພິມ Washington Post ລາຍງານໃນວັນສຸກວານນີ້ວ່າ ຊາວບ້ານ​ 2 ຄົນຈາກ
ບ້ານ Tongo Tongo ທີ່ສອກຫລີກຫ່າງໄກ ບອກພວກນັກຂ່າວວ່າ ພວກເດັກນ້ອຍ ໄດ້ພົບສົບຂອງສິບເອກ Johnson ເມື່ອວັນທີ 6 ຕຸລາ 2 ມື້ ຫລັງຈາກໄດ້ມີການໂຈມ ຕີທີ່ໄດ້ສັງຫານ ບໍ່ພຽງແຕ່ທະຫານອາເມຣິກັນ 4 ເທົ່ານັ້ນ ແຕ່ຍັງໄດ້ສັງຫານທະຫານ
ໄນເຈີອີກ 5 ຄົນນຳດ້ວຍ.

ເວລາມີການພົບສົບສິບເອກ Johnson ນັ້ນ ສົບໄດ້ຂວ້ຳໜ້າຢູ່ ແລະກໍມີບາດແຜຢູ່ທີ່
ຫົວ ພ້ອມກັບແຂນຂອງຜູ້ກ່ຽວກໍຖືກມັດຕິດກັນ ຊຶ່ງພາໃຫ້ມີຄວາມເປັນໄປໄດ້ວ່າ ສິບ
ເອກ Johnson ໄດ້ຖືກຈັບໂຕໄປ ໂດຍພວກໂຈມຕີ ອີງຕາມຄຳບອກເລົ່າຂອງພວກ
ຊາວບ້ານຕໍ່ໜັງສື ພິມ Washington Post.

ທະຫານ ສຫລ 4 ທ່ານ ທີ່ເສຍຊີວິດ ໃນລະຫວ່າງການໂຈມຕີ ຢູ່ປະເທດໄນເຈີ
ທະຫານ ສຫລ 4 ທ່ານ ທີ່ເສຍຊີວິດ ໃນລະຫວ່າງການໂຈມຕີ ຢູ່ປະເທດໄນເຈີ

ທຳນຽບຫ້າແຈກ່າວວ່າ ພວກໂຈມຕີແມ່ນສົງໄສວ່າ ມີສ່ວນພົວພັນກັບກຸ່ມລັດອິສລາມ.

ພໍ່ບ້ານ Mounkaila Alassane ໃຫ້ການຢືນຢັນ ຕໍ່ໜັງສືພິມ Washington Post ໃນການໂທລະສັບໄປສຳພາດວ່າ ສົບຂອງສິບເອກ Johnson ພົບວ່າ ບໍ່ໄດ້ໃສ່ເກີບ ແລະມີການຄາດກັນວ່າ ທາງຫຼັງຫົວຂອງສິບເອກ ອາດຖືກທຸບຕີດ້ວຍວັດຖຸທີ່ແຂງໆ
ເຊັ່ນວ່າຄ້ອນຕີເປັນຕົ້ນ.

ເຈົ້າໜ້າທີ່ສະຫະລັດຄົນນຶ່ງທີ່ກ່າວຕໍ່ໜັງສືພິມ Washington Post ໂດຍຂໍສະຫງວນ
ຊື່ເວົ້າວ່າ ຫົວຂອງສິບເອກ Johnson ໄດ້ຖືກທຸບຕີແທ້ ແຕ່ກໍປະຕິເສດວ່າມືຂອງລາວ
ບໍ່ໄດ້ຖືກມັດ. ເຈົ້າໜ້າທີ່ທ່ານນີ້ໄດ້ເຕືອນ ບໍ່ໃຫ້ດ່ວນສະຫຼຸບເທື່ອຈົນກວ່າການສືບສວນ ຈະເສັດສິ້ນລົງ.

ເຫດການດັ່ງກ່າວ ຖ້າເປັນຄວາມຈິງ ອາດຊ່ອຍໃຫ້ການອະທິບາຍວ່າ ເປັນຫຍັງສົບ ຂອງສິບເອກ Johnson ຈຶ່ງຖືກພົບເຫັນ 2 ມື້ ນຳຫລັງທະຫານຄົນອື່ນໆ ອີກ​ 3 ຄົນ ທີ່ໄດ້ຖືກຄົ້ນພົບບໍ່ເທົ່າໃດຊົ່ວໂມງຫຼັງຈາກມີການໂຈມຕີ ຄືຜູ້ນຶ່ງຢູ່ໃນລົດກະບະແລະ
ອີກ 2 ຄົນນອນຢູ່ກັບພື້ນດິນ ຜູ້ນຶ່ງກຳລັງຄວ້າມືໄປຈັບເຄື່ອງລົມໂທລະສັບຢູ່.

ແຕ່ແນວໃດກໍຕາມ ເມື່ອຕົ້ນເດືອນນີ້ ເຈົ້າໜ້າທີ່ສະຫະລັດ ກ່າວຕໍ່ຜູ້ສື່ຂ່າວວີໂອເອ
ປະຈຳທຳນຽບຫ້າແຈ ທ່ານນາງ Carla Babb ວ່າ ບໍ່ມີຮ່ອງຮອຍໃດໆ ທີ່ສະແດງ
ໃຫ້ເຫັນວ່າ ສິບເອກ Johnson ໄດ້ຖືກສັດຕູຈັບໂຕໄປເລີຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG