ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລະເບີດຜະລິດ ໃນ ສຫລ ຖືກນຳໃຊ້ ໃນການສັງຫານ ພວກເດັກນ້ອຍ ຢູ່ໃນ ເຢເມນ


ພາບຖ່າຍຈາກວີດີໂອ ໃນວັນທີ 9 ສິງຫາ 2018 ທີ່ເຫັນພວກ ເດັກນ້ອຍໄດ້ຮັບບາດເຈັບ.
ພາບຖ່າຍຈາກວີດີໂອ ໃນວັນທີ 9 ສິງຫາ 2018 ທີ່ເຫັນພວກ ເດັກນ້ອຍໄດ້ຮັບບາດເຈັບ.

ອີງ​ຕາມ​ລາຍ​ງານ​ຂອງ​ອົງການຂ່າວ CNN ແລ້ວ ບັ​ນດາ​ຊ່ຽວຊານ​ດ້ານອາວຸດ ກ່າວ​ວ່າ
ລະ​ເບີດ​ທີ່ຜະລິດ ຢູ່​ໃນ​ສະຫະລັດ​ ໄດ້ຖືກນຳ​ໃຊ້​ ໂດ​ຍກຳລັງ​ປະສົມ​ທີ່ນຳພາ​ໂດຍຊາ​ອຸ​ດີ
​ອາຣາ​ເບຍ ໃນ​ການ​ໂຈມ​ຕີທາງ​ອາກາດ​ ເມື່ອມໍ່ໆ​ມາ​ນີ້ ​ຢູ່ໃນ​ເຢ​ເມນ ທີ່ຖືກລົດ​ເມ​ເຕັມ​ໄປ
ດ້ວຍ​ເດັກນ້ອຍ ໃນ​ຕະຫຼາດແຫ່ງນຶ່ງ ​ເຮັດ​ໃຫ້ 51 ຄົນ​ເສຍ​ຊີວິດ ຮວມທັງ​ເດັກ​ນ້ອຍ
40 ຄົນ.

​ອັງການຂ່າວ CNN ກ່າວໃນ​ວັນ​ສຸກ​ວານ​ນີ້ວ່າ ບັນ​ດາ​ຊ່ຽວຊານດັ່ງກ່າວ ​ໄດ້​ລະບຸ​ລະ​ເບີດລູກນັ້ນ ​ທີ່​ໃຊ້​ໃນ​ການ​ໂຈມ​ຕີ ຈາກ​ບັນດາພາບຖ່າຍຂອງ​ສະເກັດລະເບີດ​ ບໍ່ດົນ​ຫຼັງ
​ຈາກ ​ການ​ໂຈມ​ຕີທາງອາກາດທີ່​ຮ້າຍ​ແຮງດັ່ງກ່າວ.

ອີງ​ຕາມ​ CNN ຈຳນວນຂອງ ຊິ້ນສ່ວນສະເກັດລະເບີດ​ ບົ່ງບອກ​ວ່າ ເປັນ​ລະ​ເບີດ ນ້ຳ
ໜັກ 227 ກິ​ໂລກຣາມ ທີ່ນຳພາ​ດ້ວຍ​ແສງ​ເຣ​ເຊີ ລຸ້ນ MK 82 ​ຜະລິດ​ໂດຍ​ ລັອກຮີດ
ມາຣຕິນ ທີ່ເປັນບໍລິສັດ​ສັນຊັ້ນນຳ ໃນດ້ານການປ້ອງກັນປະເທດ ຂອງສະຫະລັດ ແລະເປັນບໍລິສັດສັນຍາຈ້າງ.

​ຍັງມີ ເຈັດ​ສິບ​ເກົ້າ​ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນ​ການ​ໂຈມ​ຕີ ຮວມທັງ​ເດັກນ້ອຍ 59 ຄົນ ນຳ
ດ້ວຍ.

​ໂຄສົກ​ກຳລັງ​ປະສົມ​ນຳພາ​ໂດຍ​ຊາ​ອຸ​ດີ​ອາຣາ​ເບຍ​ກ່າວ​ວ່າ ​ໃນ​ຕົ້ນ​ເດືອນ​ນີ້ ການ​ໂຈມ​
ຕີ​ໄດ້​ແນເປົ້າ​ໝາຍ​ໃສ່​ ພວກ​ກະບົດ​ຮູ​ທີ ຢູ່​ໃນ​ຕະຫຼາດ ​ແລະ ສອດຄ້ອງກັບກົດໝາຍ​
ສາກົນ ​ແລະ​ກົດໝາຍ​ດ້ານມະນຸດສະທຳ.

ປະທານາທິບໍດີ​ ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ ​ໄດ້​ຫ້າມ​ການ​ຂາຍ​ອາວຸດນຳວິຖີ​ທີ່
​ແມ່ນ​ຢໍາ ​ໃຫ້​ແກ່​ຊາ​ອຸ​ດີ​ອາຣາເບຍ​ ໃນ​ປີ 2016 ຫຼັງ​ຈາກ​
ຊາ​ອຸດີອາ​ຣາ​ເບຍ ໄດ້​ໃຊ້ ລະ​ເບີດ​ທີ່​ຄ້າຍຄື​ກັນນີ້ ຢູ່ໃນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງຜ່ານມາ.

ລັດຖະບານ​ປະທານາທິບໍດີ​ທຣໍາ ​ເຖິງ​ຢ່າງ​ໃດ​ກໍ​ດີີ ​ໄດ້​ຕ່າວ​ປີ້ນການ​ຫ້າມດັ່ງກ່າວໃນ​ປີ
​ກາຍນີ້.

ທ່ານ​ນາງ​ ລິ​ສ ​ໂທຣໂຊ​ລ (Liz Throssel) ​ໂຄສົກຂ້າ​ຫຼວງ​ໃຫຍ່ ​ສະຫະ​ປະຊາ​ຊາດ
ເພື່ອ​ສິດທິ​ມະນຸດ ໄດ້ກ່າວ​ ຫຼັງ​ຈາກ​ການ​ໂຈມ​ຕີທາງ​ອາກາດ ເມື່ອວັນ​ທີ 9 ​ສິງຫາ ທີ່
ຖືກ​ລົດ​ເມ ທີ່ວ່າ “ການ​ໂຈມ​ຕີ​ໃດໆ​ຊຶ່ງ​ເຈາະຈົງແນ​ເປົ້າ​ໝາຍ​ໃສ່​ພົນລະ​ເຮືອນ ທີ່​ບໍ່​ມີ​ສ່ວນກ່ຽວຂ້ອງ​ໃນ​ການ​ລົບ​ເລວ ຫຼື ວັດຖຸຂອງພົນລະ​ເຮືອນ ຖືວ່າເປັນການກໍ່ອາຊາ
ຍາກຳສົງຄາມ.”

ທ່ານ​ນາງ​ ກ່າວ​ວ່າ ບັນດາ​ຜູ້ກະທຳ​ຜິດ​ຕ້ອງ​ໄດ້ຖືກລະບຸໂຕ​ ນຳ​ມາລົງໂທດ ແລະ​ນຳມາ​ຮັບຜິດຊອບ ບໍ່ວ່າຈັ່ງໃດກໍຕາມ ​ຜູ້ກ່ຽວຈະຢູ່່​ໃສ ​ໃນເວລາ​ໃດ ຫຼື​ໂດຍ​ຜູ້​ໃດ​ທີ່ຜູ້ກ່ຽວໄດ້
ກະທຳຜິດຕໍ່ ຫຼື ລະເມີດ​ຕໍ່ ທີ່ຕົນໄດ້​ກະທຳລົງ​ໄປ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG