ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະຫະລັດ ໃຊ້ພະລັງງານຫຼາຍຂຶ້ນ ແຕ່ປ່ອຍແກ​ສຄວັນ​ພິດ ຫຼຸດລົງ


ຄວັນຖືກປ່ອຍ ອອກຈາກໂຮງງານຜະລິດ ໄຟຟ້າອາຍນ້້ຳ Colstrip, ໃນລັດ Montana.
ຄວັນຖືກປ່ອຍ ອອກຈາກໂຮງງານຜະລິດ ໄຟຟ້າອາຍນ້້ຳ Colstrip, ໃນລັດ Montana.

ການ​ຄົ້ນຄວ້າ​ໄດ້​ຊີ້​ວ່າ ສະຫະລັດ ​ໄດ້​ນຳ​ໃຊ້​ພະລັງງານ​ເພີ່ມ​ຂື້ນ ​ແຕ່​ ​ປ່ອຍ​ແກ​ສ​ຄວັ​ນພິດ Carbon ໜ້ອຍ​ລົງ ໃນ​ປີ 2014 ​ທຽບໃສ່​ປີ 2010.

ການ​ວິ​ເຄາະ​ໄດ້​ເປີດ​ເຜີຍເມື່ອ​ບໍ່​ດົນ​ມາ​ນີ້ ​ໂດ​ຍຫ້ອງ​ວິ​ໃຈ​ແຫ່ງ​ຊາດ Lawrence Livermore ​ໃນ​ລັດ California ​ແລະ ກະຊວງ​ພະລັງ​ງານ​ຂອງ​ສະຫະລັດ ​ໄດ້ລະບຸ​ວ່າ ການ​ນຳ​ໃຊ້​ລົມ ​ແລະ ອາຍແກ​ສທຳ​ມະ​ຊາດ​ ເປັນ​ແຫຼ່ງພະລັງງານ ໄດ້​ອະທິບາຍ​ເຖິງ​ສ່ວນ​ໜຶ່ງ​ຂອງ​ການ​ປັບປຸງ​ທີ່​ດີ​ຂຶ້ນ.

ການ​ຫຼຸ​ດຜ່ອນໃນການປ່ອຍແກ​ສຄວັນ​ພິດ ​ທີ່ໄດ້ຖືກວັດ​ແທກ​ໃນ​ການ​ຄົ້ນຄວ້າ​ ​ແມ່ນ ຜົນ​ຂອງການ​ພັດທະນາ​ພະລັງງານລົມ ແລະ​ແສງ​ອາທິດ​ ​ ​ພ້ອມທັງການ​ຍອມຮັບ​ຫຼາຍ​ຂຶ້ນໃນການນຳໃຊ້​ອາຍ​ແກ​ສທຳ​ມະ​ຊາດ ເພື່ອ​ຜະລິດ​ໄຟ​ຟ້າແລະໃຊ້​ໃນ​ອຸ​ດສາ
ຫະ​ກຳຕ່າງໆ.

ອາຍ​ແກ​ສ ທຳ​ມະ​ຊາດ​ເຊິ່ງມີ​ລາຄາ​ຕ່ຳ​ ໄດ້​ຊຸກຍູ້ໃຫ້ບັນ​ດາ​ຜູ້​ຜະລິດ​ພະ​ລັງ​ງານ​ຫຼາຍ​ແຫ່ງ ​ເພິ່ງພາອາໄສຫຼາຍຂຶ້ນ​ ​ແທນ​ການ​ຜະລິດ​ໄຟຟ້າ​ຈາກ​ຖ່ານ​ຫີ​ນ. ອາຍແກ​ສທຳ​ມະ​ຊາດ​ປ່ອຍຄວັນພິດ carbon dioxide ​ເຄິ່ງໜຶ່ງ​ຫຼືໜ້ອຍ​ກວ່າ​ຖ່ານ​ຫີນ ​ເມື່ອ​ນຳ​ມາ​ໃຊ້​ເພື່ອ​ຜະລິດໄຟ​ໄຟ້າ.

ການ​ຄົ້ນຄວ້າ​ໄດ້​ພົບ​ວ່າ ​ໃນ​ລະຫວ່າງ​ປີ 2010 ​ຫາ 2014, ພະລັງ ງານ​ທີ່​ໃຊ້​ຖ່ານ​ຫີນ​ຜະລິດ​ໄດ້​ຫຼຸດ​ລົງ ​ແລະ ພະລັງງາ​ນທີ່​ໃຊ້​ອາຍແກ​ສທຳ​ມະ​ຊາດ ຜະລິດ​ແມ່ນ​ເພີ່ມ​ຂຶ້ນ.

ການ​ຊົມ​ໃຊ້​ພະ​ລັງ​ງານ​ປະເພດນ້ຳມັນຕ່າງໆ, ສ່ວນ​ໃຫຍ່​ແມ່ນໃຊ້​ສຳລັບ​ການ​ຂົນ​ສົ່ງ ​ແລະ
ອຸດ​ສະຫະ​ກຳນັ້ນ ກໍ​ໄດ້​ຫຼຸດ​ລົງ​ເຊັ່ນ​ດຽວ​ກັນ​ໃນ​ລະຫວ່າງປີ 2010 ​ຫາ 2014.

XS
SM
MD
LG