ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເລື່ອນເວລາ ໃນການລົງໂທດ ຕໍ່ໂຄງການ ລູກສອນໄຟ ອີຣ່ານ


ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ສັ່ງໃຫ້ ລັດຖະມົນຕີປ້ອງກັນປະເທດ ຂະຫຍາຍໂຄງການລູກສອນໄຟ.
ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ສັ່ງໃຫ້ ລັດຖະມົນຕີປ້ອງກັນປະເທດ ຂະຫຍາຍໂຄງການລູກສອນໄຟ.

ທຳນຽບຂາວ ​ໄດ້ເລື່ອນ​ເວລາແຜນ​ລົງ​ໂທດ​ ທີ່​ແນ​ໃສ່​ໂຄງການ
ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ອີ​ຣ່ານ ​ອີງ​ຕາມລາຍ​ງານຂ່າວ​
ຂອງ​ສື່​ມວນ​ຊົນສະຫະລັດ.

ບັນດາເຈົ້າ​ໜ້າ​ທີ່ ສະຫະລັດ ​ໄດ້​ວາງ​ແຜນ​ທີ່​ຈະ​ປະກາດກ່ຽວ​
ກັບ​ການ​ລົງ​ໂທດ ໃນ​ຕົ້​ນອາທິດ​ນີ້ ຕໍ່ 12 ສ່ວນ​ບຸກຄົນ ​ແລະ​
ບັນດາ​ບໍລິສັດ ​ຢູ່​ໃນອີຣ່ານ ຮົງ​ກົງ ​ແລະ​ສະຫະລັດ​ອາຣັບເອ
ເມີ​ເຣັສ.

​ແຕ່່​ວ່າ ໜັງສື​ພິມ The Wall Street Journal ລາຍ​ງານ​ໃນ​
ຕອນ​ແລງ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ຕັດສິນໃຈໄດ້​ມີ​ການ​
ເລື່ອນ​ເວລາ​ອອກ​ໄປ. ກາ​ນລົງ​ໂທດ “ຍັງຢູ່​ເທິງ​ໂຕະ” ອີງ​ຕາມ​ເຈົ້າໜ້າ​ທີ່ ​ແຕ່​ໜັງສືພິມ​
ນີ້ລາຍ​ງານ​ວ່າ ປັດ​ຈຸ​ບັນ​ນີ້ຍັງບໍ່ແຈ່ມ​ແຈ້ງວ່າ​ເວລາ​ໃດຫລື​ຖ້າ​ຫາກ​ວ່າ​ມີ​ການ​ເລື່ອນ
​ເວລາໄປຂ້າງ​ໜ້າ.

ນອກ​ນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້ເນັ້ນ​ໜັກ​ວ່າ ການ​ລົງ​ໂທດເຊັ່ນ​ດ້ານ​ການ​ເງິນ ຈະ​ບໍ່​ເປັນ
​ການລະ​ເມີດ​ຕໍ່​ຂໍ້​ຕົກລົງ ທີ່​ໄດ້​ບັນລຸກັນໃນ​ປີ​ແລ້ວ​ນີ້ ​ເພື່ອ​ຫລຸດ​ຜ່ອນ ໂຄງ ການ​ນິວ​ເຄລຍ
ຂອງອີຣ່ານລົງ. ​ເຕຫະຣ່ານ ບໍ່​ເຫັນ​ພ້ອມ ​ໂດຍ​ກ່າວ​ວ່າ ການ​ລົງ​ໂທດ​ໃໝ່ນີ້ ​ຈະເຮັດ​ໃຫ້
​ຂໍ້​ຕົກລົງ​ນິວ​ເຄລຍ​ເປັນ​ໂມຄະ.

​ໃນ​ວັນ​ພະຫັດ​ວານ​ນີ້ ປະ​ທາ​ນາ​ທິບໍດີ ອີຣ່ານ ທ່ານ Hassan Rouhani ​ໄດ້​ສັ່ງ​ໃຫ້
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຂອງ​ທ່ານ ​ຂະຫຍາຍ​ໂຄງການລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
”ເພື່ອ​ເປັນການ​ຕອບ​ໂຕ້​ຕໍ່​ການຂົ່ມຂູ່ ກ່ຽວ​ກັບ​ການລົງ​ໂທດຈາກສະ ຫະລັດ.

ກຳປັ່ນລົບ ສະຫະລັດ ຕິດລູກສອນໄຟ USS Bulkeley ຢູ່ທີ່ອ່າວ Oman.
ກຳປັ່ນລົບ ສະຫະລັດ ຕິດລູກສອນໄຟ USS Bulkeley ຢູ່ທີ່ອ່າວ Oman.

ຢູ່ຂໍ້​ຄວາມ​ທີ່​ສົ່ງ​ຜ່ານ​ທາງ​ Tweeter ​ຫຼາຍຄັ້ງນັ້ນ ທ່ານ Rouhani ກ່າວ​ວ່າ “ຖ້າ​ສະຫະລັດ
ຍັງ​ສືບ​ຕໍ່​ການ​ແຊກ​ແຊງ​ທີ່​ຜິດ​ກົດໝາຍຂອງ​ຕົນ ຕໍ່ສິດທິ​ຂອງ​ອີ ຣ່ານ ​ເພື່ອ​ປ້ອງ​ກັນ​ຕົນ​ເອງ​
ແລ້ວ ​ໂຄງການ​ໃໝ່ນີ້​ຈະມີ​ການ​ປ່ຽນ​ແປງ​ເພື່ອ​ເສີມ ຂະຫຍາຍສະມັດ​ຖະພາບ​ລູກ​ສອນ​
ໄຟ.”

ທ່ານ​ກ່າວ​ເພີ້​ມອີກ​ວ່າ “ພ​ວກ​ເຮົາ​ບໍ່​ເຄີຍເຈລະຈາກ່ຽວ​ກັບ ສະມັດ​ຖະພາບ​ໃນ ການ​ປ້ອງ
​ກັນປະ​ເທດ​ຂອງພວກ​ເຮົາ ຮວມທັງ​ໂຄງການ​ລູກ​ສອນ​ໄຟ ​ແລະ​ຈະ​ບໍ່​ຮັບ​ເອົາ​ການ​ຈຳກັດ​
ໃດໆ​ກ່ຽວ​ກັບ​ເລື້ອງ​ນີ້.”

ຮູບພາບເຜີແຜ່ໂດຍ ກະຊວງປ້ອງກັນປະເທດ ອີຣ່ານ ທີອ້າງວ່າ ລູກສອນໄຟຂີປະນາວຸດ Emad.
ຮູບພາບເຜີແຜ່ໂດຍ ກະຊວງປ້ອງກັນປະເທດ ອີຣ່ານ ທີອ້າງວ່າ ລູກສອນໄຟຂີປະນາວຸດ Emad.

ໃນ​ການ​ຕອບ​ໂຕ້​ຕໍ່ ການ​ໃຫ້​ຄວາ​ມ​ເຫັນຂອງ ທ່ານ Rouhani ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ສະຫະ
ລັດຄົນ​ໜຶ່ງກ່າວ​ຕໍ່ວີ​ໂອ​ເອ ວ່າ ສະຫະລັດ ​ໄດ້ເອົາ​ມາດ​ຕະການມາ​ດົນ​ນານ​ແລ້ວ ​ເພື່ອ​ຮັບ​
ມື​ກັບ​ການ​ຂົ່ມຂູ່​ຈາກໂຄງການ​ລູກ​ສອນ​ໄຟ​ອີຣ່ານ ​ແລະ​ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ​ອີກ. ທ່ານ​ກ່າວ​
ວ່າ ນັ້ນ​ແມ່ນ​ຮວມທັງ​ການ​ປະຕິບັດ​ງານ​ຢ່າງ​ໃກ້ ຊິດ​ກັບບັນດາ​ພັນທະ​ມິດ​ສະຫະລັດ ຢູ່​ໃນ
​ຂົງ​ເຂດ​ເພື່ອເສີມ​ຂະຫຍາຍ​ການ​ປ້ອງ​ກັນປະ​ເທດ​ຂອງເຂົາ​ເຈົ້າ ​ເພື່ອ​ຮັບ​ມື​ກັບ​ການ​ຂົ່ມຂູ່
​ດັ່ງກ່າວ.

US Iran Sanction
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG