ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີງຕາມເຈົ້າໜ້າທີ່ ສະຫະລັດ ຣັດເຊຍ ລະເມີດ ສົນທິສັນຍາ ທີ່ໄດ້ຕົກລົງກັນ


ທະຫານຣັດເຊຍ ກຳລັງຕິດຕັ້ງ ລະບົບລູກສອນໄຟ ຍຸດທະວິຖີ Iskander ຢູູ່ທີ່ຊານເມືອງ Kubinka ນອກນະຄອນຫຼວງມົສກູ ຂອງຣັດເຊຍ ເມື່ອວັນທີ 17 ມິຖຸນາ 2015.
ທະຫານຣັດເຊຍ ກຳລັງຕິດຕັ້ງ ລະບົບລູກສອນໄຟ ຍຸດທະວິຖີ Iskander ຢູູ່ທີ່ຊານເມືອງ Kubinka ນອກນະຄອນຫຼວງມົສກູ ຂອງຣັດເຊຍ ເມື່ອວັນທີ 17 ມິຖຸນາ 2015.

ເຈົ້າໜ້າທີ່ທຳນຽບຂາວ ທ່ານນຶ່ງ ກ່າວວ່າ ຣັດເຊຍ ໄດ້ລະເມີດສົນທິສັນຍາ ທີ່ໄດ້ຕົກລົງ
ກັນເມື່ອ 30 ປີກ່ອນ ດ້ວຍການຕິດຕັ້ງ ເຂົ້າປະຈຳການ ລູກສອນໄຟນຳວິຖີ ຫຼື cruise
missile.

ທັງສອງປະເທດ ໄດ້ຕົກລົງກັນໃນປີ 1987 ພາຍໃຕ້ສົນທິສັນຍາ ວ່າດ້ວຍກຳລັງອາວຸດ
ນິວເຄລຍ ທີ່​ມີລັດສະໝີ​ ໃນ​ໄລຍະປານກາງ ທີ່ບໍ່ໃຫ້ ຊອກ​ສະ​ແຫວ​ງຫາມາ​ຢູ່​ໃນ​ ຄວາມ
​ຄອບ​ຄອງ ທຳ​ການຜະລິດ ຫຼື ທົດລອງຍິງລູກສອນໄຟ ທີ່ຍິງຈາກພາກພື້ນດັ່ງກ່າວ ທີ່ຢູ່​
ໃນ​ລັດສະໝີ ລະຫວ່າງ 500 ຫາ 5,500 ກິໂລແມັດ.

ໃນປີ 2014 ກະຊວງການຕ່າງປະເທດ ສະຫະລັດ ໄດ້ຮ້ອງທຸກວ່າ ຣັດເຊຍ ລະເມີດ
ສົນທິສັນຍາ ເພາະວ່າ ຣັດເຊຍໄດ້ພັດທະນາ ແລະ ທົດລອງລູກສອນໄຟນີ້. ຣັດເຊຍ
ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.

ເຈົ້າໜ້າທີ່ທຳນຽບຂາວທ່ານນີ້ ໄດ້​ໃຫ້ການຢືນຢັນ ໃນວັນອັງຄານວ່າ ຣັດເຊຍ ໄດ້ທຳ
ຄວາມກ້າວໜ້າ ​ໃນ​ການ​ຕິດຕັ້ງລູກສອນໄຟ ທີ່​ວ່າ​ນີ້.

ໜັງສືພິມ New York Times ຊຶ່ງໄດ້ເປັນຜູ້ທຳອິດ ທີ່ລາຍງານ ກ່ຽວກັບການຕິດຕັ້ງ
ລູກສອນໄຟ​ເຂົ້າປະຈຳການນັ້ນ ໄດ້ກ່າວວ່າ ຣັດເຊຍ ມີນຶ່ງກອງພັນຂອງລູກສອນໄຟ
ຄຣູສ໌ ທີ່ຖືກຫ້າມ ຢູ່ໃນເຂດສະຖານທີ່ທົດລອງ Kapustin Yar ແລະ ອີກນຶ່ງກອງພັນ
ໄດ້ຖືກເຄືອນຍ້າຍ ໃນເດືອນທັນວາ ໄປຍັງສະຖານທີ່ປະຕິບັດການ ໃນ​ເຂດ​ອື່ນຂອງ
ປະເທດ.

ກະຊວງການຕ່າງປະເທດ ບໍ່ໄດ້​ໃຫ້ການຢືນຢັນ ກ່ຽວ​ກັບ ລາຍງານການຕິດຕັ້ງ
ປະຈຳການດັ່ງກ່າວ ແຕ່ໂຄສົກຂອງກະຊວງ ທ່ານ Mark Toner ໄດ້ກ່າວວ່າ ຣັດເຊຍ
ໄດ້ລະເມີດສົນທິສັນຍາ ໂດຍອ້າງ​ເຖິງການກ່າວຫາ ຂອງກະຊວງການຕ່າງປະ​ເທດ
​ກ່ອນໜ້ານີ້.

ທີ່​ນະຄອນຫລວງ​ມົສກູ ​ໂຄສົກ​ຂອງ​ປະທານາທິບໍດີຣັດ​ເຊຍ ທ່ານ Dmitry Peskov
ກ່າວ​ວ່າ ຣັດ​ເຊຍ “ຍັງ​ສືບ​ຕໍ່​ມີ​ຄວາ​ມໝັ້ນໝາຍ​ຕໍ່​ພັນທະ​ສາກົນ​ຂອງ ຕົນ​ ຮວມທັງ​
ສົນທິສັນຍາ​ທີ່​ຕົກ​ເປັນ​ຄຳ​ຖາມນັ້ນ.”

ສະມາຊິກສະພາສູງສະຫະລັດ ທ່ານ John McCain ຜູ້ທີ່ເປັນປະທານ ຄະນະກຳ
ມະການ ກອງທັບຂອງສະພາສູງ ໄດ້ກ່າວວ່າ ທ່ານ Vladimir Putin ປະທານາທິບໍດີ
ຂອງຣັດເຊຍ ແມ່ນກຳລັງທຳການ “ທົດສອບ” ຄະນະລັດຖະບານ ຂອງປະທານາ
ທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢູ່. ທ່ານຍັງໄດ້ກ່າວອີກວ່າ ລັດຖະສະພາ ໄດ້
ປະກາດຢ່າງຈະແຈ້ງແລ້ວວ່າ ການລະເມີດທັງຫຼາຍຕໍ່ສົນທິສັນຍາ ຂອງຣັດເຊຍ ຈະ
ຕ້ອງໄດ້ມີ “ການຕອບໂຕ້ຢ່າງມີຄວາມໝາຍ.”

“ພາຍໃຕ້ສະພາບການທີ່ເກີດຂຶ້ນເມື່ອບໍ່ດົນມານີ້ ມັນເຖິງເວລາແລ້ວ ທີ່ລັດຖະບານ
ຊຸດໃໝ່ ຈະເອົາມາດຕະການໃນທັນທີ ເພື່ອເສີມຂະຫຍາຍຄວາມ​ສາມາດ ​ໃນການ
ຢັບຢັ້ງ ຢູ່ໃນທະວີບຢູໂຣບ ແລະ ເພື່ອປົກປ້ອງບັນດາພັນທະມິດ ຂອງພວກເຮົາ”

ນັ້ນແມ່ນຄຳເວົ້າຂອງທ່ານ McCain ທີ່​ກ່າວໃນຖະແຫຼງການສະບັບນຶ່ງ. ທ່ານໄດ້ກ່າວ
ຕື່ມວ່າ “ຖ້າເບິ່ງ ກວ້າງໄກໄປຫຼາຍກວ່ານັ້ນ ພວກເຮົາຕ້ອງສືບຕໍ່ ເຮັດໃຫ້ກຳລັງ
ນິວເຄລຍ ຂອງສະຫະລັດ ທັນສະໄໝຂຶ້ນ ແລະ ຮັບປະກັນວ່າ ກຳລັງຕໍ່ຕ້ານຂອງ
ອົງການ NATO ຈະສາມາດຢູ່ລອດໄດ້ ຊ້ອມລົບໄດ້ເປັນຢ່າງດີ ແລະ ມີຄວາມພ້ອມ
ຫຼາຍຂຶ້ນ ເພື່ອຕອບໂຕ້ຕໍ່ທິສດີນິວເຄລຍ ຂອງຣັດເຊຍ ຊຶ່ງຮຽກຮ້ອງໃຫ້ເປັນຜູ້ທຳອິດ
ທີ່ນຳໃຊ້ອາວຸດນິວເຄລຍນັ້ນ.”

US Russia Missile
please wait
Embed

No media source currently available

0:00 0:01:38 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG