ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດລາຍງານສະບັບນຶ່ງ ວ່າ ສຫລ ເຊື່ອວ່າ ຈີນເຜີຍແຜ່ຂໍ້ມູນ ທີ່ບໍ່ມີມູນຄວາມຈິງ ກ່ຽວກັບ ໄວຣັສໂຄໂຣນາ


ຖະໜົນເສັ້ນທີ 42 ຢູ່ໃຈກາງນະຄອນນິວຢອກ ແມ່ນເຫັນໄດ້ວ່າ ເປົ່າຫວ່າງ ໃນລະຫວ່າງ ໂຣກລະບາດຂອງໄວຣັສໂຄໂຣນາ. ຜູ້ປົກຄອງລັດ ທ່ານແອນດຣູ ຄົວໂມ ໄດ້ຕໍ່ເວລາ ມາດຕະການປິດນະຄອນນິວຢອກ ອອກໄປຕື່ມອີກ ຈົນຮອດວັນທີ 15 ພຶດສະພາ. 
ຖະໜົນເສັ້ນທີ 42 ຢູ່ໃຈກາງນະຄອນນິວຢອກ ແມ່ນເຫັນໄດ້ວ່າ ເປົ່າຫວ່າງ ໃນລະຫວ່າງ ໂຣກລະບາດຂອງໄວຣັສໂຄໂຣນາ. ຜູ້ປົກຄອງລັດ ທ່ານແອນດຣູ ຄົວໂມ ໄດ້ຕໍ່ເວລາ ມາດຕະການປິດນະຄອນນິວຢອກ ອອກໄປຕື່ມອີກ ຈົນຮອດວັນທີ 15 ພຶດສະພາ. 

ບັນດາອົງການສືບລັບຂອງສະຫະລັດ ໄດ້ສະຫລຸບວ່າ ໜ່ວຍປະຕິບັດງານຂອງຈີນໄດ້ຊ່ອຍເຜີຍແຜ່ຂໍ້ຄວາມທີ່ບໍ່ມີມູນຄວາມຈິງ ທີ່ອ້າງວ່າ ລັດຖະບານທ່ານທຣຳ ວາງແຜນທີ່ຈະອອກມາດຕະການປິດເມືຶອງທົ່ວປະເທດເພື່ອຕໍ່ຕ້ານການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ອີງຕາມລາຍງານຂອງໜັງສືພິມ ນິວຢອກໄທມສ໌.

ໜັງສືພິມສະບັບນີ້ ກ່າວວ່າ ຂໍ້ຄວາມຕ່າງໆ ໄດ້ປາກົດອອກມາ ເປັນຄັ້ງທຳອິດເມື່ອເດືອນແລ້ວນີ້ ທີ່ເປັນຂໍ້ຄວາມສົ່ງຜ່ານໂທລະສັບມືຖື ແລະທາງສື່ສັງຄົມ ຊຶ່ງໄດ້ອ້າງວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະປະກາດການປິດເມືອງ ໃນເວລາໃດທີ່ພວກທະຫານເຂົ້າປະຈຳການແລ້ວ “ເພື່ອຊ່ອຍປ້ອງກັນບໍ່ໃຫ້ເກີດ ການຈະ ລາຈົນ ແລະສະກັດກັ້ນພວກກໍ່ຄວາມວຸ້ນວາຍ.” ຂໍ້ຄວາມທັງຫຼາຍເຫຼົ່ານີ້ ໄດ້ຖືກສົ່ງຕໍ່ໆກັນຢ່າງແຜ່ຫຼາຍໃນໄລຍະສອງວັນຕໍ່ຈາກນັ້ນ ຊຶ່ງໄດ້ກະຕຸ້ນໃຫ້ຄະນະຮັບ ຜິດຊອບດ້ານຄວາມໝັ້ນຄົງແຫ່ງຊາດ ອອກຖະແຫລງການສະບັບນຶ່ງຜ່ານທາງ ທວີດເຕີ ທີ່ປະກາດວ່າ ຂໍ້ຄວາມເຫຼົ່ານັ້ນ ເປັນຂ່າວປອມ.

ໜັງສືພິມດັ່ງກ່າວ ອ້າງອີງເຖິງຂໍ້ມູນຂອງເຈົ້າໜ້າທີ່ອາເມຣິກັນ 6 ຄົນ ຈາກ 6 ອົງການທີ່ແຕກຕ່າງກັນ ໃນລາຍງານຂອງຕົນ ຊຶ່ງນັກຂ່າວໄດ້ລົມກັບເຈົ້າໜ້າທີ່ເຫຼົ່ານີ້ ໂດຍຂໍສະຫງວນຊື່…ຊຶ່ງເຈົ້າໜ້າທີ່ສອງທ່ານ ໄດ້ກ່າວວ່າ ພວກເພິ່ນເຊື່ອວ່າ ຂໍ້ຄວາມຕ່າງໆ ບໍ່ໄດ້ຖືກສ້າງຂຶ້ນໂດຍໜ່ວຍປະຕິບັດການຂອງຈີນ ຫາກແຕ່ໄດ້ຂະຫຍາຍຂໍ້ຄວາມທີ່ມີຢູ່ແລ້ວນັ້ນ ອອກໄປໃຫ້ຫຼາຍຂຶ້ນຕື່ມ…

ກະຊວງການຕ່າງປະເທດຂອງຈີນ ໄດ້ເອີ້ນຂໍ້ກ່າວຫາດັ່ງກ່າວວ່າ “ເປັນເລື້ອງບໍ່ມີເຫດຜົນຢ່າງສິ້ນເຊີງ ແລະບໍ່ມີປະໂຫຍດເລີຍທີ່ຈະພິສູດວ່າບໍ່ເປັນຄວາມຈິງ.”

ທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວໃນການໃຫ້ສຳພາດ ເມື່ອວັນພະຫັດວານນີ້ ກັບທ່ານຊອນ ແຮນນີຕີ ຂອງລາຍ ການ Fox News ວ່າ “ຈີນໄດ້ກໍ່ໃຫ້ເກີດຄວາມເຈັບແສບຢ່າງໃຫຍ່ຫຼວງຕໍ່ການ ສູນເສຍຊີວິດ ແລະດຽວນີ້ ເປັນເລື້ອງທ້າທາຍຂະໜາດໃຫຍ່ສຳລັບເສດຖະກິດໂລກ ແລະເສດຖະກິດຂອງອາເມຣິກາ ເຊັ່ນກັນ ຍ້ອນການບໍ່ແບ່ງປັນຂໍ້ມູນທີ່ພວກເຂົາເຈົ້າມີຢູ່ນັ້ນ.”

ທ່ານພອມພຽວ ໄດ້ກ່າວຕໍ່ໄປວ່າ “ຂ້າພະເຈົ້າໝັ້ນໃຈວ່າ ພັກຄອມມິວນິສຂອງຈີນ ຈະຕ້ອງຮັບຜິດຊອບໃນສິ່ງທີ່ພວກເຂົາເຈົ້າ ໄດ້ເຮັດໄປນີ້, ແນ່ນອນຈາກສະຫະລັດ…ຂ້າພະເຈົ້າລົມກັບພວກນັກທຸລະກິດໃນທົ່ວປະເທດ. ຂ້າພະເຈົ້າລົມກັບພວກພົນລະເມືອງທຳມະດາທົ່ວໄປ ຜູ້ຄົນຜູ້ທີ່ຊີວິດຂອງພວກເຂົາເຈົ້າກຳລັງຕົກຢູ່ໃນຄວາມສ່ຽງ ໃນໄລຍະສອງສາມອາທິດຜ່ານມານີ້…ພວກເຂົາເຈົ້າຮູ້ດີວ່າ ຜົນຂອງໄວຣັສອັນນີ້ ທີ່ໄດ້ເກີດຂຶ້ນ ຢູ່ໃນເມືອງຫວູຮານຂອງຈີນ ແລະພວກເຂົາເຈົ້າຮູ້ດີ ລັດຖະບານຂອງຈີນ ບໍ່ໄດ້ເຮັດສິ່ງຕ່າງໆທີ່ຕົນຕ້ອງເຮັດ. ແລະຈະຕ້ອງຊົດໃຊ້ຄ່າເສຍຫາຍທີ່ກ່ຽວຂ້ອງກັບອັນນັ້ນ.”

ສະຫະລັດ ແລະຈີນ ໄດ້ທຳສົງຄາມທາງຂໍ້ມູນຕອບໂຕກັນໄປມາໃນເລື້ອງທີ່ວ່າ ຈະໂທດຜູ້ໃດ ກ່ຽວກັບໂຣກລະບາດ ໂຄວິດ-19 …ທ່ານທຣຳ ໃນໄລຍະຜ່ານມາ ໄດ້ກ່າວກ່ຽວກັບພະຍາດດັ່ງກ່າວວ່າ “ໄວຣັສຂອງຈີນ” ໂດຍອ້າງເຖິງຄວາມຈິງທີ່ວ່າ ໄວຣັສ ໄດ້ຖືກກວດພົບຄັ້ງທຳອິດ ຢູ່ໃນເມືອງວູຮານຂອງຈີນ ເມື່ອປີກາຍນີ້ ໃນຂະນະທີ່ ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວຫາປັກກິ່ງ ວ່າ ຂາດຄວາມໂປ່ງໃສ ໃນໄລຍະການເລີ້ມຕົ້ນຂອງການລະບາດນັ້ນ. ສ່ວນໂຄສົກ ກະ ຊວງການຕ່າງປະເທດຂອງຈີນ ທ່ານນາງ ຊາວ ລີຈຽນ ໄດ້ກ່າວຫາກອງທັບບົກສະຫະລັດ ທີ່ໄດ້ນຳເອົາໄວຣັສເຂົ້າໄປໃນເມືອງວູຮານ ໃນຂໍ້ຄວາມທີ່ຂຽນລົງທວີດເຕີ ເມື່ອເດືອນແລ້ວນີ້…ຊຶ່ງບັນດາເຈົ້າໜ້າທີ່ສະຫະລັດ ໄດ້ປະຕິເສດຕໍ່ຂໍ້ກ່າວຫານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG