ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຊາວເຄີດ ຊີເຣຍ ປະຕິຍານວ່າ ຈະເຮັດໃຫ້ ກຳລັງເທີກີ 'ຝັນຮ້າຍຢູ່ສະເໝີ' ໃນເມືອງອາຟຣິນ


Syria
please wait
Embed

No media source currently available

0:00 0:00:59 0:00

ພວກຊາວເຄີດຊີເຣຍ ກຳລັງຂົ່ມຂູ່ວ່າ ຈະເສີມຂະຫຍາຍສົງຄາມກອງໂຈນ
ຄັ້ງ
ໃໝ່ ຫຼັງຈາກທີ່ກຳລັງຂອງເທີກີ ແລະ ພັນທະມິດຈາກຊີເຣຍ ຂອງພວກ
ເຂົາ ໄດ້ເຂົ້າຄວບຄຸມ ເມືອງອາຟຣິນ ຢູ່ທາງພາກເໜືອຂອງຊີເຣຍ ທີ່ເປັນ
ຖິ່ນຖານຂອງຊາວເຄີດ.

“ກຳລັງຂອງພວກເຮົາ ຢູ່ທົ່ວເມືອງອາຟຣິນ ຈະສ້າງຄວາມຢ້ານກົວໃຫ້
ແກ່ ພວກເຂົາເຈົ້າ ຢູ່ຕະຫຼອດ”
ນັ້ນແມ່ນຄຳເວົ້າຂອງ ທ່ານ ໂອບຕ໌ມານ
ເຊັກ ອູສຊາ ເຈົ້າໜ້າທີ່ລະດັບສູງຂອງຊາວເຄີດ. ທ່ານໄດ້ເຕືອນອີກ ວ່າ
“ກຳລັງເຫຼົ່ານີ້ ຈະຈູ່ໂຈມ ທີ່ໝັ້ນຂອງພວກສັດຕູຊາວເທີກີ ແລະ ພວກ
ທະຫານຮັບຈ້າງ ໃນທຸກໆໂອກາດທີ່ມີ.”

ພົນລະເຮືອນຊາວຊີເຣຍ ກຳລັງພາກັນຍົກຍ້າຍໜີຈາກເຂດປົກຄອງໂດຍພວກກະບົດ ໃນເມືອງ ກູຕາ ຕາເວັນອອກ, ໄດ້ເຕົ້າໂຮມກັນ ຢູ່ທີ່ໂຮງຮຽນແຫ່ງນຶ່ງ ໃນເຂດຄວບຄຸ້ມ ໂດຍລະບອບການປົກຄອງນີ້ ໃນເມືອງໂຮສ໌ ນາສຣີ (Hosh Nasri) ຕັ້ງຢູ່ຊານເມືອງ ທາງພາກຕາເວັນອອກສຽງເໜືອ ຂອງນະຄອນຫຼວງ ດາມາກັສ.
ພົນລະເຮືອນຊາວຊີເຣຍ ກຳລັງພາກັນຍົກຍ້າຍໜີຈາກເຂດປົກຄອງໂດຍພວກກະບົດ ໃນເມືອງ ກູຕາ ຕາເວັນອອກ, ໄດ້ເຕົ້າໂຮມກັນ ຢູ່ທີ່ໂຮງຮຽນແຫ່ງນຶ່ງ ໃນເຂດຄວບຄຸ້ມ ໂດຍລະບອບການປົກຄອງນີ້ ໃນເມືອງໂຮສ໌ ນາສຣີ (Hosh Nasri) ຕັ້ງຢູ່ຊານເມືອງ ທາງພາກຕາເວັນອອກສຽງເໜືອ ຂອງນະຄອນຫຼວງ ດາມາກັສ.

ເທີກີ ແລະ ພັນທະມິດຊາວຊີເຣຍ ຂອງພວກເຂົາເຈົ້າ ໄດ້ປັກທຸງຂອງພວກ
ເຂົາ ຢູ່ໃນໃຈກາງເມືອງ ອາຟຣິນ ເມື່ອຕອນເຊົ້າວັນອາທິດວານນີ້ ໂດຍ
ປະກາດວ່າ ພວກເຂົາຄວບຄຸມເມືອງນີ້ໄດ້ຢ່າງຄົບຖ້ວນ ຫຼັງຈາກ ບໍ່ໄດ້ພົບ
ກັບການຕໍ່ຕ້ານ ຈາກໜ່ວຍປ້ອງກັນຂອງປະຊາຊົນ ທີ່ເປັນກຸ່ມທະຫານ
ບ້ານຂອງຊາວເຄີດ.

ທ່ານປະທານາທິບໍດີ ຣີເຊັບ ໄຕຢິບ ເອີດູອານ ຂອງເທີກີ ທີ່ກຳລັງດີໃຈ
ໄດ້ກ່າວ ໃນວັນອາທິດວານນີ້ວ່າ “ພວກກໍ່ການຮ້າຍສ່ວນຫຼາຍ ໄດ້ພາກັນ
ຫລົບໜີອອກໄປແລ້ວ ພ້ອມກັບຫາງຢູ່ລະຫວ່າງຂາຂອງພວກເຂົາ, ຢູ່ໃນ
ໃຈກາງເມືອງ ອາຟຣິນ ອັນເປັນສັນຍາລັກ ຂອງຄວາມເຊື່ອໝັ້ນ ແລະ ສະຖຽນລະພາບ ທີ່ເປັນກຳໂບກໄມ້ໂບກມືກັນ ແທນທີ່ຈະເປັນຜ້າຮ້າຍ
ຂອງພວກກໍ່ການຮ້າຍ.”

ເທີກີ ຖືວ່າ ກຸ່ມກອງກຳລັງຊາວ ເຄີດ YPG ເປັນສ່ວນນຶ່ງ ຂອງພັກກຳມະ
ກອນຊາວເຄີດ ຫຼື PKK ເຊິ່ງເປັນກຸ່ມກອງໂຈນ ທີ່ໄດ້ຕໍ່ສູ້ເພື່ອໃຫ້ແບ່ງແຍກ
ລັດນຶ່ງເປັນຂອງຊາວເຄີດ ທີ່ລວມທັງພາກສ່ວນນຶ່ງຂອງເທີກີ.

ເທີກີ ໄດ້ປະກາດໃຫ້ PKK ເປັນກຸ່ມນອກກົດໝາຍ ທີ່ຕົນເຫັນວ່າ ເປັນກຸ່ມ
ກໍ່ການຮ້າຍ.

ທ່ານ ເອີດູອານ ໄດ້ປະຕິຍານວ່າ ຈະຍຸຕິ ພວກຊາວເຄີດ ບໍ່ໃຫ້ກໍ່ຕັ້ງຂຶ້ນ ອັນ
ທີ່ທ່ານເອີ້ນວ່າ “ແລວທາງຂອງການກໍ່ການຮ້າຍ” ຢູ່ຕາມຊາຍແດນ ລະ
ຫວ່າງ ເທີກີ ກັບ ຊີເຣຍ. ທ່ານໄດ້ຂົ່ມຂູ່ວ່າ ຈະດຳເນີນການຕໍ່ສູ້ ເລີກເຂົ້າໄປ
ໃນພາກຕາເວັນອອກຂອງຊີເຣຍ ບ່ອນທີ່ກຳລັງຂອງສະຫະລັດ ພວມໃຫ້
ການຊ່ອຍເຫຼືອ ແກ່ພວກຊາວເຄີດ ທີ່ເປັນພັນທະມິດຂອງພວກເຂົານັ້ນ --
ສ້າງຕັ້ງສິ່ງທີ່ອາດເປັນໄປໄດ້ວ່າ ຈະເຮັດໃຫ້ຄວາມເຄັ່ງຕຶງ ເພີ່ມຂຶ້ນຕື່ມອີກ
ລະຫວ່າງ ສະຫະລັດ ກັບ ເທີກີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG