ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກສິ້ງຊອມເວົ້າວ່າ ການຕໍ່ສູ້ໃນເມືອງ ອາຟຣິນ ຍັງດຳເນີນຢູ່ຕໍ່ໄປ


ນັກຮົບທະຫານບົກ ຊີເຣຍ ເສລີ ທີ່ ເທີກີ ເປັນຜູ້ໜູນຫຼັງ ຍ່າງພ້ອມກັນ ຫຼັງຈາກໄດ້ເຄື່ອນເຂົ້າພາກເໜືອຂອງເມືອງ ອາຟຣິນ. 17 ມີນາ, 2018.
ນັກຮົບທະຫານບົກ ຊີເຣຍ ເສລີ ທີ່ ເທີກີ ເປັນຜູ້ໜູນຫຼັງ ຍ່າງພ້ອມກັນ ຫຼັງຈາກໄດ້ເຄື່ອນເຂົ້າພາກເໜືອຂອງເມືອງ ອາຟຣິນ. 17 ມີນາ, 2018.

ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ "Recep Tayyip Erdogan"
ກ່າວວ່າ ກາງເມືອງ ອາຟຣິນ ແມ່ນຢູ່ພາຍໃຕ້ການຄວບຄຸມທັງໝົດຂອງ ເທີກີ ແລະ
ກອງກຳລັງພັນທະມິດ ຊີເຣຍ ແລະວ່າທຸງຊາດ ເທີກີ ແມ່ນໄດ້ຖືກຊັກຂຶ້ນໃນເມືອງດັ່ງ
ກ່າວແລ້ວ.

ອົງການຂ່າວ ຣອຍເຕີ "Reuters" ລາຍງານວ່າ ໂຄສົກຄົນນຶ່ງຂອງພວກນັກຮົບຕໍ່
ຕ້ານລັດຖະບານ ຊີເຣຍ ທີ່ໄດ້ຮັບການໜູນຫຼັງຈາກ ເທີກີ ໄດ້ເວົ້າກ່ອນໜ້ານີ້ວ່າ ກຸ່ມ
ຕໍ່ຕ້ານລັດຖະບານ ໄດ້ບຸກເຂົ້າໃນເມືອງ ອາຟຣິນ ກ່ອນເຊົ້າມືດວັນອາທິດມື້ນີ້, ແລະ
ວ່າ ພວກກອງກຳລັງຊາວ ເຄີດ YPG ໄດ້ຖອນຕົວອອກໄປ.

ອົງການສິ້ງຊອມສິດທິມະນຸດທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ ໄດ້ກ່າວໃນວັນເສົາ
ວານນີ້ວ່າ ປະຊາຊົນຫຼາຍກວ່າ 150,000 ຄົນ ບໍ່ມີທີ່ຢູ່ອາໄສ ໃນເມືອງ ອາຟຣິນ ນັບ
ຕັ້ງແຕ່ວັນພຸດທີ່ຜ່ານມາ. ເຮືອບິນຮົບ ເທີກີ ແລະ ທະຫານປືນໃຫຍ່ ຖືກລາຍງານວ່າ
ໄດ້ໂຈມຕີເມືອງ ອາຟຣິນ ໃນຂ້າມຄືນທີ່ຜ່ານມາ.

ໃນຂະນະດຽວກັນ ໃນພາກພື້ນ ກູຕາ ຕາເວັນອອກ ນັ້ນ, ສື່ມວນຊົນ ຣັດເຊຍ ໄດ້ລາຍ
ວ່າ ປະຊາຊົນຢ່າງໜ້ອຍ 200,000 ຄົນ ໄດ້ຫຼົບໜີອອກຈາກພາກພື້ນທີ່ອ້ອມນະຄອນ
ຫຼວງ ດາມາສກັສ ໃນວັນອາທິດມື້ນີ້.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໄດ້ກ່າວໃນວັນສຸກທີ່ຜ່ານມາວ່າ “ທ່ານ
ມີຄວາມເປັນຮ່ວງຢ່າງຍິ່ງ” ກ່ຽວກັບ ປະຊາຊົນ ຊີເຣຍ ທີ່ກຳລັງຫຼົບໜີໃນການອົບພະ
ຍົບຄັ້ງໃຫຍ່ ຈາກພາກພື້ນ ກູຕາຕາເວັນອອກ ແລະ ເມືອງ ອາຟຣິນ ທີ່ຖືກປິດລ້ອມນັ້ນ.

ທ່ານ ແອນໂຕນີໂອ ກູເຕເຣັສ "Antonio Guterres" ໄດ້ກ່າວກ່ຽວກັບ ການຕັດສິນ
ໃຈຢ່າງເປັນເອກະສັນຂອງສະພາຄວາມໝັ້ນຄົງເມື່ອວັນທີ 4 ມີນາທີ່ຜ່ານມາ ເຊິ່ງບໍ່
ສາມາດທີ່ຈະຫຼຸດຜ່ອນຄວາມຮຸນແຮງລົງໄດ້ນັ້ນວ່າ “ຂ້າພະເຈົ້າເສຍໃຈຢ່າງຍິ່ງທີ່ມະຕິ
2401, ກ່ຽວກັບການສິ້ນສຸດພາວະສົງຄາມ ໃນທົ່ວປະເທດ ຊີເຣຍ ນັ້ນ, ຍັງບໍ່ໄດ້ຖືກ
ປະຕິບັດໃຊ້ເທື່ອ.”

ທ່ານ ກູເຕເຣັສ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ອົງການສະຫະປະຊາຊາດ
ແລະ ບັນດາຄູ່ຮ່ວມງານ ໄດ້ລະດົມກຳລັງຢ່າງເຕັມທີ່ເພື່ອນຳເອົາຄວາມຊ່ວຍເຫຼືອ
ກອບກູ້ຊີວິດຢ່າງກະທັນຫັນ ໄປສູ່ທຸກຄົນຜູ້ທີ່ຂາດແຄນ. ຂ້າພະເຈົ້າຂໍຮຽກຮ້ອງໃນ
ທຸກຝ່າຍຈົ່ງຮັບປະກັນການເຂົ້າເຖິງດ້ານມະນຸດສະທຳ ທີ່ມີຄວາມປອດໄພ ແລະ ບໍ່ມີ
ຂໍ້ຈຳກັດໃດໆໃນທົ່ວທຸກຂົງເຂດ.”

ອົງການກອງທຶນເດັກ ສະຫະປະຊາຊາດ ຫຼື UNICEF ກ່າວວ່າ ເຂົາເຈົ້າໄດ້ສຳເລັດ
ແຜນການຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນຫຼາຍເຖິງ 500,000 ຄົນຜູ້ທີ່ໄດ້ຫຼົບໜີໄປ
ເມືອງທີ່ຢູ່ກົງກັນຂ້າມກັບພາກພື້ນ ກູຕາຕາເວັນອອກ, ເຊິ່ງລັດຖະບານ ຊີເຣຍ ໄດ້ຕໍ່
ສູ້ເພື່ອຍຶດຄືນນັບຕັ້ງແຕ່ເດືອນແລ້ວນີ້ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG