ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ມີລາຍງານວ່າ ໄດ້ສັ່ງໃຫ້ທະນາຍຄວາມຂອງທ່ານໃຫ້ການເທັດຕໍ່ລັດຖະສະພາ ກ່ຽວກັບການດຳເນີນຄວາມພະຍາຍາມ ໃນການສ້າງຕຶກຂອງທ່ານຢູ່ທີ່ມົສກູ.
ໃນຕອນແລງວັນພະຫັດວານນີ້ ນັກຂ່າວຂອງໜັງສືພິມບັສຊ໌ຟີດ (BuzzFeed) ເວົ້າວ່າ ເຈົ້າໜ້າທີ່ປະຕິບັດກົດໝາຍທີ່ບໍ່ປະສົງບອກຊື່ສອງຄົນ ເປັນແຫລ່ງໃຫ້ຂໍ້ມູນ ແກ່ລາຍງານກ່ຽວກັບທ່ານປະທານາທິບໍດີ ແລະອະດີດທະນາຍຄວາມຂອງເພິ່ນ, ທ່ານ ໄມໂຄ ໂຄເຮັນ.
ແຫລ່ງຂ່າວດັ່ງກ່າວເວົ້າວ່າ ທ່ານ ໂຄເຮັນ ກ່າວຕໍ່ໄອຍະການພິເສດ ໂຣເບີດ ມອລເລີວ່າ ທ່ານປະທານາທິບໍດີ ໄດ້ບອກໃຫ້ທ່ານໃຫ້ການເທັດຕໍ່ລັດຖະສະພາ ກ່ຽວກັບການພົວພັນໃນການຄ້າຂອງທ່ານທຣຳ ກັບຣັດເຊຍ.
ໜັງສືພິມບັສຊ໌ຟີດ (BuzzFeed) ເວົ້າວ່າເຈົ້າໜ້າທີ່ ທີ່ບໍ່ປະສົງບອກຊື່ເຫລົ່ານັ້ນຍັງ "ມີການພົວພັນກັບການສືບສວນເລື້ອງນີ້” ອີກດ້ວຍ.
ອີງຕາມນັກຂ່າວຂອງໜັງສືພິມບັສຊ໌ຟີດ (BuzzFeed), ທ່ານ ທຣຳ ແລະລູກຂອງທ່ານ 2 ຄົນ ຄື ທ່ານນາງອີວັງກາ (Ivanka) ແລະທ່ານດໍໂນລ ຈູເນຍ (Donald, Jr.) "ໄດ້ຮັບລາຍງານຄວາມຄືບໜ້າຢ່າງເປັນປະຈຳ ແລະລະອຽດ ກ່ຽວກັບເລື້ອງພັດທະນາອະສັງຫາລິມະຊັບດັ່ງກ່າວ ຈາກທ່ານໂຄເຮັນຜູ້ທີ່ເຂົາເຈົ້າແຕ່ງຕັ້ງໃຫ້ຮັບຜິດຊອບໂຄງການນີ້."
ໃນຂະນະທີ່ທ່ານໂຄເຮັນ ໄດ້ສະໜອງຂ່າວກ່ຽວກັບການເຈລະຈາກັບຣັດເຊຍໃຫ້ທ່ານທຣຳຢູ່ນັ້ນ ທ່ານທຣຳກໍໄດ້ມີການເລືອກຕັ້ງທີ່ສຳເລັດຜົນ ແລະປະຕິເສດວ່າ ທ່ານບໍ່ໄດ້ມີການພົວພັນທຸລະກິດໃດໆ ກັບຣັດເຊຍເລີຍ.
"ຂໍ້ກ່າວຫາທີ່ວ່າ ປະທານາທິບໍດີ ສະຫະລັດອາດຈະໃຫ້ການເທັດຕໍ່ໜ້າຄະນະກຳມະການຂອງພວກເຮົາ ໃນຄວາມພະຍາຍາມທີ່ຈະກຳຈັດການສືບສວນໃຫ້ ສິ້ນສຸດລົງ ແລະປົກປິດການພົວພັນທາງທຸລະກິດຂອງທ່ານກັບຣັດເຊຍ ແມ່ນເປັນບັນຫາ ທີ່ຮ້າຍແຮງທີ່ສຸດອັນນຶ່ງ ເທົ່າທີ່ມີມາ ຈົນເຖິງທຸກມື້ນີ້,” ນັ້ນຄືຄຳເວົ້າຂອງສະມາຊິກສະພາຕ່ຳ ອາດາມ ຊິຟ (Adam Schiff) ຈາກລັດຄາລີຟໍເນຍ ທີ່ຂຽນລົງໃນທວີດເຕີ. ທ່ານກ່າວອີກວ່າ "ພວກເຮົາຈະເຮັດທຸກສິ່ງ ທຸກຢ່າງເພື່ອຊອກຮູ້ວ່າສິ່ງທີ່ເວົ້າມານີ້ເປັນຄວາມຈິງຫລືບໍ່.”
ສ່ວນສະມາຊິກສະພາຕ່ຳ ໂຮຄວີນ ແຄສໂຕຣ (Joaquin Castro) ຈາກລັດເທັກຊັສ ໄດ້ຂຽນລົງໃນທວີດເຕີວ່າ ຖ້າຫາກເລື້ອງທີ່ລາຍງານ ໃນໜັງສືພິມ BuzzFeed ເປັນຄວາມຈິງແລ້ວ ທ່ານເວົ້າວ່າ ທ່ານທຣຳ “ຕ້ອງລາອອກ ຫລືບໍ່ ກໍຖືກປົດ ອອກຈາກຕຳແໜ່ງ.”
ໜັງສືພິມບັສຊ໌ຟີດ (BuzzFeed) ເວົ້າວ່າ ຕົນຮູ້ກ່ຽວກັບເລື້ອງທີ່ທ່ານທຣຳພະຍາຍາມໃຫ້ທ່ານໂຄເຮັນ ໃຫ້ການເທັດຕໍ່ລັດຖະສະພາ “ຈາກການສຳພາດຜູ້ທີ່ເຫັນເຫດການຫລາຍຄົນໃນອົງການທຣຳ ແລະອີເມລທີ່ຄົນພາຍໃນສົ່ງຫາກັນ, ຂໍ້ຄວາມທີ່ສົ່ງທາງໂທລະສັບ, ແລະເອກະສານອັນອື່ນໆ ທີ່ເກັບເຊື່ອງໄວ້.”