ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ກ່າວວ່າ ປ. ທຣຳ ພ້ອມແລ້ວ ທີ່ຈະ ເກັບພາສີ ສິນຄ້າຂາເຂົ້າ ຂອງຈີນຕື່ມ


ທຸງຊາດສະຫະລັດ ກຳລັງປິວສະບັດ ຢູ່ໃກ້ກັບ ກາເຄື່ອງໝາຍ ຂອງທຸງຊາດຈີນ ໃນລະຫວ່າງພິທີຕ້ອນຮັບ ປະທານາທິບໍດີ ດໍໂນລ ທຣຳ ຢູ່ນອກ ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ. (ວັນທີ 9 ພະຈິກ 2017)
ທຸງຊາດສະຫະລັດ ກຳລັງປິວສະບັດ ຢູ່ໃກ້ກັບ ກາເຄື່ອງໝາຍ ຂອງທຸງຊາດຈີນ ໃນລະຫວ່າງພິທີຕ້ອນຮັບ ປະທານາທິບໍດີ ດໍໂນລ ທຣຳ ຢູ່ນອກ ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ. (ວັນທີ 9 ພະຈິກ 2017)

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ພວມກະກຽມ ທີ່ຈະເພີ້ມທະວີ ສົງຄາມ
ການຄ້າກັບຈີນ ແລະໄດ້ກ່າວຕໍ່ພວກຜູ້ຊ່ອຍຂອງທ່ານວ່າ ທ່ານຈະເກັບພາສີຕໍ່ສິນຄ້າ
ຂາເຂົ້າຂອງຈີນຕື່ມອີກ 200 ພັນລ້ານໂດລາເວລາການໃຫ້ຄວາມເຫັນຂອງປະຊາຊົນ ກ່ຽວກັບແຜນການດັ່ງກ່າວ ສິ້ນສຸດລົງ ໃນອາທິດໜ້າ ອີງຕາມລາຍງານ ຂອງອົງການ
ຂ່າວບລູມເບີກ ໃນວັນພະຫັດວານນີ້.

ທ່ານທຣຳໄດ້ກ່າວຍົກຍ້ອງຄວາມສຳເລັດໃນການເລືອກຕັ້ງຂອງທ່ານ ຍ້ອນການເອົາ
ທ່າທີແບບແຂງຂັນທາງດ້ານການຄ້າ ທີ່ທ່ານຖົກຖຽງວ່າ ສ້າງຄວາມເສຍຫາຍໃຫ້ແກ່
ພວກຄົນງານອາເມຣິກັນ ແລະໃຫ້ໂອກາດຫຼາຍກວ່າ ແກ່ຄູ່ແຂ່ງ ທີ່ເປັນຕ່າງປະເທດ. ວໍຊິງຕັນໄດ້ທວງໃຫ້ປັກກິ່ງປັບປຸງການເຂົ້າເຖິງຕະຫຼາດແລະໃຫ້ການຄຸ້ມຄອງຊັບສິນ
ທາງດ້ານສະຕິປັນຍາຂອງບໍລິສັດສະຫະລັດ ຕັດການໃຫ້ເງິນອຸດໜຸນຕໍ່ອຸດສາຫະກຳ ແລະຫລຸດການຂາດດຸນການຄ້າ 375 ພັນລ້ານໂດລາ. ສອງປະເທດທີ່ມີເສດຖະກິດ
ໃຫຍ່ສຸດຂອງໂລກໄດ້ເກັບພາສີຕອບໂຕ້ກັນໄປມາໃນສົງຄາມການຄ້າທີ່ມີມູນຄ່າ 50 ພັນລ້ານໂດລາ. ການເຈລະຈາທີ່ແນໃສ່ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ໄດ້ສິ້ນສຸດລົງ
ໃນສັບປະດາແລ້ວ ໂດຍບໍ່ມີຄວາມກ້າວໜ້າໃດໆ.

ຂໍ້ສະເໜີທີ່ຈະເກັບພາສີໃໝ່ຕື່ມອີກ 25 ເປີເຊັນຈະມີຜົນກະທົບຕໍ່ຜະລິດຕະພັນສຳລັບ
ຜູ້ບໍລິໂພກຮວມທັງວັດສະດຸທີ່ໃຊ້ໃນການກໍ່ສ້າງເຮືອນຊານ ຜະລິດຕະພັນເທັກໂນໂລ
ຈີ ລົດຖີບ ແລະເຄື່ອງນຸ່ງຫົ່ມຕ່າງໆ.

ໄລຍະການໃຫ້ຄວາມເຫັນຂອງມະຫາຊົນ ຕໍ່ຂໍ້ສະເໜີດັ່ງກ່າວ ຈະສິ້ນສຸດລົງໃນວັນທີ
6 ກັນຍາ ແລະທ່ານທຣຳ ກໍຈະເລີ້ມເກັບພາສີຫຼັງຈາກນັ້ນ ອີງຕາມລາຍງານ ຂອງອົງ
ການຂ່າວບລູມເບີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG