ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍ​ງານວ່າ ປ ທ​ຣຳ ອອກ​ຄຳ​ສັ່ງ​ ໃຫ້​ເນ​ລະ​ເທດ​ ພວກ​ຄົນ​ເຂົ້າ​ເມືອງ ຜິດ​ກົດ​ໝາຍ


​ພາບ​ຂອງວັນ​ທີ 22 ຕຸ​ລາ 2018 ສະ​ແດງ​ໃຫ້​ເຫັນເຈົ້າ​ໜ້າ​ທີ່​ກວດ
ຄົນ​ເຂົ້າ​ເມືອງ ອ້ອມ​​ແລະ​ຈັບ​ກຸມ ພວກຄົນເຂົ້າ​ເມືອງ ​ຜິດ​ກົດ​ໝາຍ ທີ່ນ​ເມືອງຣິ​ຈມອນ ລັດເວີ​ຈີ​ເນຍ.
​ພາບ​ຂອງວັນ​ທີ 22 ຕຸ​ລາ 2018 ສະ​ແດງ​ໃຫ້​ເຫັນເຈົ້າ​ໜ້າ​ທີ່​ກວດ ຄົນ​ເຂົ້າ​ເມືອງ ອ້ອມ​​ແລະ​ຈັບ​ກຸມ ພວກຄົນເຂົ້າ​ເມືອງ ​ຜິດ​ກົດ​ໝາຍ ທີ່ນ​ເມືອງຣິ​ຈມອນ ລັດເວີ​ຈີ​ເນຍ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້ອອກ​ຄຳ​ສັ່ງ​ໃຫ້​ເຈົ້າ​ໜ້າ​ທີ່ກວດ​ ​ຄົນ​ເຂົ້າ​ເມືອງ​ ​ຈັບ​ກຸມພວກຄົນ​ເຂົ້າ​ເມືອງ ທີ່​ໄດ້ຮັບ​ຄຳ​ສັ່ງ​ໃຫ້​ຖືກ​ເນ​ລະ​ເທດ ໃນ ​ການ​ປະ​ຕິ​ບັດ​ງານ​ທີ່​ຄາດ​ວ່າ​ຈະເລີ້ມຂຶ້ນ ໃນ​ວັນອາ​ທິດ​ມື້​ອື່ນ​ນີ້ ອີງ​ຕາມລາຍ​ງານ ​ຂອງ​ສື່ມວນ​ຊົນ​ສະ​ຫະ​ລັດ.

ການ​ປະ​ຕິ​ບັດ​ງານດັ່ງ​ກ່າວ ທີ່ລາຍ​ງານເປັນ​ເທື່ອ​ທຳ​ອິດ ​ໂດຍ​ໜັງ​ສື​ພິມ Washington Post ຈະ​ແນ​ເປົ້າ​ໝາຍ​ໃສ່ 2,000 ຄອບ​ຄົວ ໃນ​ຫົວ​ເມືອງ​ໃຫຍ່​ຕ່າງໆຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ຄົນ​ເຂົ້າ​ເມືອງ​ຈຳ​ນວນ​ຫຼວງ​ຫຼາຍ​ອາ​ໄສ​ຢູ່​ນັ້ນ ​ຮວມ​ທັງ ນະ​ຄອນ​ຮິສ​ຕັນ, ຊິ​ຄາ​ໂກ, ມາຍ​ອາ​ມີ​ ແລະ​ລອ​ສ​ເອ​ນ​ເຈີ​ລິ​ສ. ໜັງ​ສື​ພິມ​ດັ່ງ​ກ່າວ ໄດ້​ລະ​ບຸ​ວ່າ ຂໍ້​ມູນ​ການ​ກວດ​ຄົ້ນ​ນັ້ນແມ່ນ​ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ 3 ທ່ານ ​ທີ່​ໄດ້​ກ່າວ​ໂດຍ​ຂໍ​ສະ​ຫງວນ​ຊື່.

​ສ່ວນໜັງ​ສື​ພິມ Miami Herald ໄດ້​ລະ​ບຸ​ວ່າ ຫົວ​ເມືອງ​ອື່ນໆ​ທີ່​ເປັນ​ເປົ້າ​ໝາຍ​ນັ້ນ ກໍແມ່ນ Atlanta, Baltimore, Denver, New Orleans, New York ແລະ San Francisco.

ທ່ານ​ ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ວ່າ ສະ​ຫະ​ລັດ ຈະ​ເລີ້ມ​ທຳ​ການ​ເນ​ລະ​ເທດ “ພວກ​ຄົນເຂົ້າ​ເມືອງ​ຜິດ​ກົ​ດໝາຍຈຳ​ນວນ​ຫຼາຍ​ລ້ານ​ຄົນ” ໃຫ້ ອອກ​ຈາກ​ປະ​ເທດ​ໃນ​ສັບ​ປະ​ດາ​ໜ້າ, ແຕ່​ການ​ປະ​ກາດ​ດັ່ງ​ກ່າວ ເບິ່ງ​ຄື​ວ່າ​ ​ພວກເຈົ້າ​ໜ້າ​ທີ່​ຝ່າຍກວດ​ຄົນ​ເຂົ້າ​ເມືອງ ຍັງ​ບໍ່​ທັນ​ຮູ້​ເລື້ອງ​ເທື່ອ.

ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານສະ​ຫະ​ລັດ ໄດ້​ກ່າວ​ວ່າ ແຜນ​ການ​ເນ​ລະ​ເທດ ແມ່ນ​ໄດ້ຮັບ​ການ​ພິ​ຈາ​ລະ​ນາ​ ມາ​ໄດ້​ຫຼາຍໆ​ເດືອນ​ແລ້ວ, ແຕ່ເຈົ້າ​ໜ້າ​ທີ່ກວດຄົນ​ເຂົ້າ​ເມືອງ ໄດ້​ກ່າວ​ໃນ​ຕົ້ນ​ສັບ​ປະ​ດາ​ນີ້​ວ່າ ການ​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ​ເພື່ອຈັບ​ພວກ​ຄອບ​ຄົວ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ນັ້ນ ແມ່ນ​ຍັງ​ບໍ່​ທັນ ເກີດ​ຂຶ້ນ​ເທື່ອ.

ໜັງ​ສື​ພິມ Washington Post ໄດ້​ກ່າວ​ວ່າ ການ​ຫາ​ລື​ ກ່ຽວ​ກັບຂອບ​ເຂດ ​ໃນ​ການ​ປະ​ຕິ​ບັດງານ ຍັງ​ດຳ​ເນີນ​ຕໍ່​ມາ​ຢູ່​ທຳ​ນຽບ​ຂາວ ໃນວັນ​ສຸກວານ​ນີ້​ ໂດຍ​ມີ​ກະ ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ຫຼື DHS ແລະອົງ​ການກວດ​ຄົນ​ເຂົ້າ​ເມືອງ​ແລະ​ພາ​ສີ ຫຼື ICE ​ຮວມ​ຢູ່​ນຳ.

ທ່ານ Kevin McAleenan ​ຮັກ​ສາ​ສ​ການ​ລັດ​ຖະ​ມົນ​ຕີກະ​ຊວງ​ຮັກ​ສາ​ຄວາມ ປອດ​ໄພ​ພາຍ​ໃນ​ສະ​ຫະ​ລັດ ໄດ້ເຕືອນ​ວ່າ ການ​ປະ​ຕິ​ບັດ​ງານ ເພື່ອຈັບ​ກຸມ​ພວກຄົນ​ເຂົ້າ​ເມືອງ ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ ແລະຢູ່ສະ​ຖານ​ທີ່​ເຮັດ​ວຽກ ແມ່ນ​ເປັນ​ການ​ສ່ຽງ​ທີ່​ຈະ​ແຍກ​ພວກ​ລູກໆ​ຂອງ​ພວກ​ເຂົາ​ເຈົ້າ ​ອອກ​ຈາກ​ພໍ່​ແມ່.

ທ່ານ Mark Morgan ຮັກ​ສາ​ສ​ການຜູ້​ອຳ​ນວຍ​ການ​ອົງ​ການກວດ​ຄົນ​ເຂົ້າ​ເມືອງ​ແລະພາ​ສີ ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ ໃນ​ສັບ​ປະ​ດາ​ນີ້ວ່າ ການ​ປະ​ຕິ​ບັດ​ງານດັ່ງກ່າວ ແມ່ນ​ມີ​ຄວາມ​ຈຳ​ເປັນເພື່ອ​ກຽດ​ສັກ​ສີ​ຂອງ​ລະ​ບົບ​ກວດ​ຄົນ​ເຂົ້າ​ເມືອງສະ​ຫະ
ລັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG