ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ: ກຸ່ມ ຕາລີບານ ກຳລັງຜັກດັນ ລັດຖະບານ ອັຟການິສຖານ ໄປສູ່ຈຸດແຕກຫັກ


ເດັກຊາຍທີ່ບາດເຈັບໄດ້ຮັບການປິ່ນປົວຢູ່ໂຮງໝໍ ຫຼັງຈາກເຫດການລົດລະເບີດຢູ່ນອກບໍລິເວນຕຶກອົງການສືບລັບໃນເມືອງ ເອບັກ, ເມືອງເອກຂອງແຂວງ ຊາມັງການ, ທາງພາກເໜືອຂອງ ອັຟການິສຖານ. 13 ກໍລະກົດ, 2020.
ເດັກຊາຍທີ່ບາດເຈັບໄດ້ຮັບການປິ່ນປົວຢູ່ໂຮງໝໍ ຫຼັງຈາກເຫດການລົດລະເບີດຢູ່ນອກບໍລິເວນຕຶກອົງການສືບລັບໃນເມືອງ ເອບັກ, ເມືອງເອກຂອງແຂວງ ຊາມັງການ, ທາງພາກເໜືອຂອງ ອັຟການິສຖານ. 13 ກໍລະກົດ, 2020.

ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ແລະ ພັນທະມິດຢ້ານວ່າກຸ່ມ ຕາລີບານ ໄດ້ປະສົບຄວາມສຳເລັດໃນການເພີ່ມການໂຈມຕີຕໍ່ລັດຖະບານ ອັຟການິສຖານ, ໂດຍຫວັງທີ່ຈະຜັກດັນມັນໃຫ້ຜ່ານຈຸດແຕກຫັກຂອງເຂົາເຈົ້າ, ໃນຂະນະທີ່ມັກຈະເຮັດໃຫ້ກອງກຳລັງພັນທະມິດ ຕົກຢູ່ໃນສະຖານະການທີ່ຫຼໍ່ ແຫຼມຕະຫຼອດ.

ບັນດາເຈົ້າໜ້າທີ່ດັ່ງກ່າວ, ຜູ້ທີ່ໄດ້ລົມກັບເຈົ້າໜ້າທີ່ສືບສວນສອບສວນສຳລັບການ ທ້ອນໂຮມ ອັຟການິສຖານ ຫຼື SIGAR, ໄດ້ເຕືອນວ່າ ເຖິງແມ່ນຈະມີການຕົກ ລົງກັນໃນເດືອນກຸມພາທີ່ຜ່ານມາລະຫວ່າງ ກຸ່ມຕາລີບານ ກັບ ສະຫະລັດ ກໍຕາມ, ການໃຊ້ຄວາມຮຸນແຮງຕໍ່ກອງກຳລັງລັດຖະບານ ອັຟການິສຖານ “ແມ່ນ ໄດ້ຢູ່ສູງກວ່າລະດັບມາດຕະຖານຕາມປະຫວັດ” ຈາກເດືອນເມສາ ຫາທ້າຍ ເດືອນມິຖຸນາທີ່ຜ່ານມາ.

ການບັນເທົາລົງພຽງເທື່ອດຽວສຳລັບກອງກຳລັງ ອັຟການິສຖານ ໃນລະຫວ່າງ ເວລານັ້ນໄດ້ເກີດ ຂຶ້ນໃນລະຫວ່າງການຢຸດຍິງວັນພັກ ອີດ ໃນທ້າຍເດືອນພຶດ ສະພາແລ້ວນີ້, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່, ເຊິ່ງໄດ້ສະແດງໃຫ້ເຫັນ “ຄວາມສາມາດຂອງກຸ່ມຕາລີບານ ທີ່ຈະອອກຄຳສັ່ງ ແລະ ຄວບຄຸມນັກຮົບຂອງ ພວກເຂົາ.”

ການປະເມີນຜົນຕ່າງຫາກຂອງກະຊວງປ້ອງກັນປະເທດ ສະຫະລັດ ທີ່ໄດ້ສະ ໜອງໃຫ້ SIGAR ສຳລັບການລາຍງານທຸກສາມເດືອນຂອງເຂົາເຈົ້າ, ທີ່ຖືກເປີດ ເຜີຍໃນວັນພະຫັດວານນີ້, ແມ່ນຂ້ອນຂ້າງຈະຕົງໄປຕົງມາ.

ລາຍງານນັ້ນກ່າວວ່າ “ກຸ່ມຕາລີ ແມ່ນກຳລັງປັບການໃຊ້ຄວາມຮຸນແຮງຂອງພວກເຂົາເພື່ອຮາວີລົມກວນ ແລະ ທຳລາຍກອງກຳລັງປ້ອງກັນ ແລະ ຮັກສາ ຄວາມປອດໄພ ອັຟການິສຖານ ແລະ ລັດ ຖະບານ ອັຟການິສຖານ, ແຕ່ຍັງຮັກ ສາລະດັບທີ່ພວກເຂົາເຫັນວ່າຢູ່ພາຍໃນຂອບເຂດຂອງຂໍ້ຕົກ ລົງ, ຄົງຈະຜັກດັນໃຫ້ ກຳລັງທະຫານ ສະຫະລັດ ຖອນຕົວອອກ ແລະ ຈັດສະພາບການທີ່ເປັນໃຈໃຫ້ ສຳລັບ ອັຟການິສຖານ ຫຼັງຈາກການຖອນຕົວອອກໄປ.”

ການເຕືອນຄັ້ງຫຼ້າສຸດນີ້ໄດ້ມີຂຶ້ນໃນຕອນເລີ່ມຕົ້ນຂອງການຢຸດຍິງອີກຄັ້ງນຶ່ງ ສຳລັບວັນພັກ ອີດ ອາລ-ອາດາ, ແລະ ໃນຂະນະທີ່ກຸ່ມ ຕາລີບານ ສັນຍາວ່າ ຈະປ່ອຍຕົວບັນດາກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ທີ່ຖືກຂັງຄຸກ ໃນໄວໆນີ້, ຄວາມຄືບໜ້າທັງສອງຢ່າງນັ້ນໄດ້ຖືກພິຈາລະນາດັ່ງກັບສັນຍານທີ່ຖືກຫວັງໄວ້ມາດົນນານ ສຳລັບການເຈລະຈາລະຫວ່າງ ອັຟການິສຖານ ຈະດຳເນີນ ຂຶ້ນໃນໄວໆນີ້.

ປະທານາທິບໍດີ ອັຟການິສຖານ ທ່ານ ອາຊຣັຟ ການີ ໄດ້ກ່າວເຖິງຄວາມຫວັງ ຂອງທ່ານໃນວັນອັງຄານທີ່ຜ່ານມາວ່າ ການເຈລະຈາທີ່ວ່ານັ້ນ ສາມາດເລີ່ມຂຶ້ນ “ໃນນຶ່ງອາທິດຂ້າງໜ້າ.”

ພວກເຈົ້າໜ້າທີ່ກຸ່ມຕາລີບານ ກໍໄດ້ສະແດງຄວາມໝັ້ນໃຈ ກ່ຽວກັບ ການເຈລະຈາເຊັ່ນດຽວກັນ, ໂດຍຢືນຢັດວ່າ ພວກເຂົາເຈລະຈາດ້ວຍເຈຕະນາທີ່ດີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG