ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານກ່າວວ່າ ຊີເຣຍຢູ່ເບື້ອງຫຼັງ ການໂຈມຕີ ດ້ວຍອາວຸດເຄມີ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samantha Power ກ່າວເຖີງມະຕິ ເພື່ອໃຫ້ມີ ການສືບສວນ ກ່ຽວກັບການໃຊ້ອາວຸດເຄມີ ໃນຊີເຣຍ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samantha Power ກ່າວເຖີງມະຕິ ເພື່ອໃຫ້ມີ ການສືບສວນ ກ່ຽວກັບການໃຊ້ອາວຸດເຄມີ ໃນຊີເຣຍ.

ສະຫະ​ປະຊາ​ຊາດ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຈາກອົງການ​ຫ້າມ​ໃຊ້​ອາວຸດ​ເຄມີກ່າວ​ວ່າ ລັດ ຖະບານ​ຊີ​ເຣຍ ​ເປັນ​ຜູ້ຮັບຜິດຊອບຕໍ່​ການໂຈມ​ຕີດ້ວຍ​ອາວຸດ​ເຄມີຄັ້ງ​ທີສາມ ຊຶ່ງ​ເປັນ​ຜົນ​ກະທົບ​ຕໍ່​ຂົງ​ເຂດ ​ທີ່​ໄດ້ຖືກ​ທຳລາຍ​ຈາກ​ສົງຄາມມາ​ແລ້ວ.

ລາຍ​ງານ​ເທື່ອ​ທີ​ສີ່​ຂອງ​ກຸ່ມ​ດັ່ງກ່າວ ກ່ຽວ​ກັບ​ການ​ສືບສວນ​ເປັນ​ເວລາ 13 ​ເດືອນ​ ໄດ້​ສົ່ງ​ໄປໃຫ້ສະພາ​ຄວາມ​ໝັ້ນຄົງຫະປະຊາ​ຊາດ ​ໃນຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ “ຫຼັກ​ຖານ​ພຽງພໍ” ທີ່​ຢືນຢັນເຖິງບົດບາດຂອງ​ລັດຖະບານຊີ​ເຣຍ ​ໃນການ​ໂຈມ​ຕີ​ເມື່ອ​ ວັນ​ທີ 16 ​ເດືອນ​ມີນາ ປີ 2015 ​ທີ່ເມືອງ Qmenas ​ໃນແຂວງ Idlib.

ລາຍ​ງານ​ໄດ້ຖິ້ມ​ໂທດ​ໃສ່ລັດຖະບານ​ປະທານາທິບໍດີ Bashar al-Assad ທີ່ີ​ໃຊ້ລະ​ເບີດ ຖັງຫຼາຍໆ​ລູກ ທີ່ບັນ​ຈຸ​ແກັສ chlorine ຖີ້ມລົງ​ມາ​ຈາກ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ທະຫານ.

ການ​ສືບສວນບໍ່​ສາມາດ​ຢືນຢັນເຖິງ​ເຈົ້າໜ້າ​ທີ່ ທີ່​ເປັນ​ຜູ້​ບັງຄັບ​ບັນຊາ ກຳລັງທະຫານ ​ແຕ່​ວ່າ​ອາວຸດ​ນີ້​ແມ່ນ​ມີ​ຕົ້ນຕໍ​ມາ​ຈາ​ກຖານ​ທັບ​ສອງ​ແຫ່ງ ​ທີ່ຢູ່​ພາຍ​ໃຕ້ກອງພັນ​ເຮ​ລິ​ຄອບ​ເຕີ 63 ​ໃນ​ຊີ​ເຣຍ. ລາຍ​ງານ​ກ່າວວ່າ ພວກ​ເຈົ້າ​ໜ້າ​ທີ່ “ຕ້ອງເປັນຜູ້​ຮັບຜິດຊອບ” ກ່ຽວ​ກັບ​ເລື້ອງນີ້.

ການ​ກ່າວ​ຫາກ່ຽວ​ກັບ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ ເປັນ​ສິ່ງທີ່​ທັງ​ສອງ​ຝ່າຍ​ໃນ​ບັນຫາ​ຂັດ​ແຍ້​ງຊີ​ເຣຍ ​ຕ່າງ​ກໍ​ໄດ້​ກ່າວ​ອ້າງ ​ໂດຍ​ທີ່​ລັດຖະບານ​ແລະ​ພວກ​ຕໍ່​ຕ້ານຕ່າງ ກໍ​ໄດ້ຖິ້ມ​ໂທດ​ໃສ່​ກັນ​ແລະ​ກັນ ​ໃນ​ລະຫວ່າງ​ສົງຄາມທີ່​ດຳ​ເນີນມາ​ເປັນ​ເວລາ​ຫ້າ​ປີ.

ການສືບສວນ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ເຊື່ອ​ວ່າ​ລັດຖະບານຊີ​ເຣຍ ​ໄດ້ໃຊ້​ເຄ​ມີໂຈມ​ຕີ​ສາມ​ຄັ້ງ ​ແລະ​ນຶ່ງຄັ້ງ​ແມ່ນ​ກຸ່ມ​ລັດ​ອິສລາມ. ສ່ວນ​ການ​ໂຈມ​ຕີ​ອີກ​ຫ້າ​ເທື່ອ​ ຍັງບໍ່​ສາມາດ​ລົງ​ຄວາມ​ເຫັນ​ໄດ້.

ນອກຈາກ​ເມືອງ Qmenas ​ແລ້ວ​ບັນດາ​ຜູ້​ຊ່ຽວຊານ​ຍັງ​ໄດ້​ຖິ້ມ​ໂທດ​ໃສ່​ລັດຖະບານ​ຊີ​ເຣຍ ​ໃນການ​ໃຊ້ chlorine ​ໂຈມ​ຕີ​ຢູ່​ເມືອງ Talmenes ​ໃນ​ວັນ​ທີ 21 ​ເດືອນ​ເມສາ ປີ 2014 ​ແລະທີ່​ເມືອງ Sarmin ​ໃນ​ວັນ​ທີ 16 ​ເດືອນ​ມີນາ ປີ 2015. ລາຍ​ລະອຽດ​ໄດ້ພິມ​ເຜີຍ​ແຜ່​ ຢູ່ໃນລາຍ​ງານ​ສະ​ບັບທີສາມ ​ເມື່ອ​ສອງ​ເດືອນ​ກ່ອນ.

ບັນດາ​ຜູ້​ຊ່ຽວຊານ​ບໍ່​ສາມ​າດຢືນຢັນ​ໄດ້​ວ່າ ໃຜ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ຖີ້ມລະເບີດຖັງ
ໃນ ​ປີ 2014 ​ທີ່​ເມືອງ Kfar Zita ​ໃນ​ແຂວງ Hama ​ເພາະວ່າ​ສິ້ນສ່ວນຂອງ​ເຄື່ອງກົນ​ໄກ​ຕ່າງໆ​ທີ່​ໃຊ້​ໃນ​ການ​ໂຈມ​ຕີ​ໄດ້​ຖືກ​ຍົກ​ຍ້າຍ​ອອກ​ໄປ ​ແລະ​ບໍ່​ສາມາດ​ພິສູດ​ໄດ້ວ່າ ​ພົວພັນ​ກັບ​ສະຖານ​ທີ່ແຫ່ງ​ນັ້ນຢ່າງ​ເປັນ​ການ​ແນ່ນອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG