ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດຣັດເຊຍ ຈັບຜູ້ຕ້ອງສົງໄສ 5 ຄົນ ໃນຄະດີສັງຫານ ຜູ້ນຳຝ່າຍຄ້ານ ທ່ານ Nemtsov


ຕຳຫຼວດນຳໂຕຊາຍຄົນນຶ່ງ ທີ່ສົງໄສວ່າ ເປັນຜູ້ຄາດຕະກຳ ທ່ານ Boris Nemtsov ໄປຂຶ້ນສານ ທີ່ມົສກູ, ວັນທີ 8 ມີນາ 2015.
ຕຳຫຼວດນຳໂຕຊາຍຄົນນຶ່ງ ທີ່ສົງໄສວ່າ ເປັນຜູ້ຄາດຕະກຳ ທ່ານ Boris Nemtsov ໄປຂຶ້ນສານ ທີ່ມົສກູ, ວັນທີ 8 ມີນາ 2015.

ຜູ້​ພິພາກສາຣັດ​ເຊຍ​ທ່ານ​ນຶ່ງ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ
ອະດີດ​ຜູ້​ບັນຊາ​ການ​ຕຳຫຼວດ​ເຊັດຈະເນຍຄົນ​ນຶ່ງ ​ໄດ້​ຮັບ​ສາ
ລະພາບ​ວ່າ ມີ​ສ່ວນ​ພົວພັນໃນ​ການ​ສັງຫານ ​ທ່ານ Boris
Nemtsov ອະດີດ​ຜູ້ນຳ​ຝ່າຍ​ຄ້ານ ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​
ທີ່​ສືບ​ຕໍ່​ທຳການ​ສືບສວນ​ສອບ​ສວນ​ ​ກ່ຽວ​ກັບ​ພວກ​ຜູ້​ຕ້ອງ​
ສົງ​ໄສ​ອື່ນໆ​ອີກ 4 ຄົນ.

ພວກ​ຜູ້​ຕ້ອງ​ສົງ​ໄສ​ທັງ 5 ຄົນ ​ໄດ້​ໄປ​ປາ​ກົດ​ໂຕ​ຢູ່​ໃນ​ສານ​ແຫ່ງ
​ນຶ່ງ​ທີ່​ນະຄອນຫຼວງ​ມົສກູ ​ລຸນ​ຫລັງຖືກ​ຈັບ​ກຸມ ຫລັງ​ຈາກ​ທີ່​ບັນ
ດາ​ເຈົ້າ​ໜ້າ​ທີ່​ໄດ້​ສອບ​ປາກຄຳ ກ່ຽວ​ກັບ​ການ​ຍິງສັງຫານ​ທ່ານ
Nemtsov ໃນ​ວັນ​ທີ 27 ກຸມພາ​ຜ່ານ​ມາ​ນີ້ ຊຶ່ງ​ຜູ້ກ່ຽວ​ເປັນ​ຜູ້​ຄັດ
ຄ້ານ​ຢ່າງ​ແຂງ​ຂັນ​ຕໍ່​ປະທານາ ທິບໍດີ Vladimir Putin ​ນັ້ນ. ທ່ານ Nemtsov ຖືກ​ຍິງ​ຕາຍ 4 ນັດ​ໃສ່​ທາງ​ຫຼັງ ​ເວລາ​ທ່ານ​ກຳລັງ​ຍ່າງ​ຂ້າມ​ຂົວ​ແຫ່ງ​ນຶ່ງ ​ກັບ​ແຟນສາວ ​ໃກ້ໆ​ກັບ​ວັງ Kremlin.

ທ່ານ​ນາງ Nataliya Mushnikova ຜູ້​ພິພາກສາ ກ່າວ​ວ່າ ຄົນ​ນຶ່ງ​ໃນ​ຈຳນວນ​ຜູ້​ຊາຍ​ຫ້າ​ຄົນ
ທີ່​ໄດ້​ຖືກ​ກ່າວ​ຫາ​ໃນ​ຖານ​ເປັນ​ຄາດ​ຕະກອນ​ໃນຄະດີ ຄື ​ອະດີດ​ຮອງ​ຜູ້​ບັນຊາ​ການ​ຕຳຫຼວດ
ເຊັດຈະ​ເນຍ Zaur Dadayev ​ໄດ້ເຊັນ​ເອກະສານ​ຮັບ​ສາລະພາບ ​ແຕ່​ບໍ່​ໄດ້​ແຈ້ງ​ລາຍລະ
ອຽດໃດໆ​ໃຫ້​ຊາບ​ກ່ຽວ​ກັບ​ບົດບາດ​ຂອງ​ຜູ້ກ່ຽວ. ​ຜູ້​ພິພາກສາກ່າວ ອີກ​ວ່າ ຜູ້​ຕ້ອງ​ສົງ​ໄສ​ຄົນທີ
ສອງ ທີ່ຖື​ກກ່າວ​ຫາ​ເປັນ​ຄາດ​ຕະກອນ​ໃນ​ການ​ເສຍ​ຊີວິດ​ຂອງ​ທ່ານ Nemtsov ​ຊື່ Anzor
Gubashev ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ມີ​ສ່ວນ​ພົວພັນໃດໆ.

ນອກຈາກ​ສອງ​ຄົນ​ນີ້​ແລ້ວ ເຈົ້າ​ໜ້າ​ທີ່​ໄດ້​ຢັ້ງຢືນ​ພວກ​ຜູ້​ຕ້ອງ​ສົງ​ໄສ​ອື່ນ​ອີກ 3 ຄົນ ​ແລະກ່າວ
ວ່າ ຜູ້​ຕ້ອງ​ສົງ​ໄສ​ຄົນທີ 6 ​ໄດ້ດຶງຂະນວນ​ລະເບີດ​ມື​ຂ້າ​ຕົວ​ເອງ​ຕາຍ ຂະນະ​ທີ່​ພວກ​ຕຳຫຼວດ
ພະຍາຍາມ​ຈັບ​ກຸມ​ຜູ້ກ່ຽວ​ ຢູ່ນະຄອນຫຼວງ Grozny ​ຂອງ​ເຊັດ​ຈະ​ເນຍນັ້ນ.

Russia Nemtsov Suspects
please wait

No media source currently available

0:00 0:01:38 0:00

XS
SM
MD
LG