ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ Sessions ປຶກສາຫາລື ກ່ຽວກັບ ນະໂຍບາຍຕ່າງໆ ກັບທູດພິເສດ ຣັດເຊຍ


ລັດຖະມົນຕີຍຸຕິທຳ ທ່ານ Jeff Sessions ລໍຖ້າກ່າວຖະແຫຼງ
ການທີ່ຫ້ອງການພາສີ ແລະ ປ້ອງກັນເຂດຊາຍແດນ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ. 6 ມີນາ, 2017.
ລັດຖະມົນຕີຍຸຕິທຳ ທ່ານ Jeff Sessions ລໍຖ້າກ່າວຖະແຫຼງ ການທີ່ຫ້ອງການພາສີ ແລະ ປ້ອງກັນເຂດຊາຍແດນ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ. 6 ມີນາ, 2017.

ໜັງສືພິມ Washington Post ລາຍງານວ່າ ເອກອັຄຣັດຖະທູດຣັດເຊຍປະຈຳ ສະຫະ
ລັດ ໄດ້ບອກບັນດາຫົວໜ້າຂອງຕົນໃນມົສກູວ່າ ເພິ່ນໄດ້ລົມເລື່ອງທີ່ພົວພັນກັບການ
ໂຄສະນາຫາສຽງເລືອກຕັ້ງ ກັບລັດຖະມົນຕີກະຊວງຍຸຕິທຳ ທ່ານ Jeff Sessions ໃນ
ປີກາຍນີ້ ໃນລະຫວ່າງ ລະດູການເລືອກຕັ້ງປະທານາທິບໍດີ ຊຶ່ງເປັນຄວາມເວົ້າ ທີ່ກົງ
ກັນຂ້າມ ກັບສິ່ງທີ່ທ່ານ Sessions ໄດ້ເວົ້າໄປ.

ໜັງສືພິມWashington Postໄດ້ອ້າງຄຳເວົ້າຂອງ “ພວກເຈົ້າໜ້າທີ່ ສະຫະລັດ ທັງ
ປັດຈຸບັນແລະອະດີດ”
ໃນເລື່ອງຂອງຕົນ ຊຶ່ງກ່າວວ່າ ເຈົ້າໜ້າທີ່ສືບລັບຂອງ ສະຫະລັດ
ໄດ້ຢັບຢັ້ງ ການຕິດຕໍ່ຂອງທູດ Sergey Kislyak ກັບພວກຫົວໜ້າຂອງເພິ່ນ ກ່ຽວກັບ
ກອງປະຊຸມຕ່າງໆດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ທ່ານ Donald Trump ໂກດແຄ້ນ ຕໍ່ການຮົ່ວໄຫຼຂອງຂໍ້
ມູນລັບຂັ້ນສູງດັ່ງກ່າວ ຢູ່ໃນ tweet ຂອງເພິ່ນໃນຕອນເຊົ້າວັນເສົາວານນີ້ ໂດຍເວົ້າວ່າ
ການຮົ່ວໄຫຼນີ້ “ຕ້ອງຢຸດເຊົາ.”

ທ່ານ Sessions ໄດ້ເວົ້າ ຢູ່ໃນການຮັບຟັງຄຳໃຫ້ການໃນສະພາສູງ ເພື່ອຮັບເອົາຕຳ
ແໜ່ງຂອງທ່ານ ເມື່ອເດືອນກຸມພານັ້ນວ່າ ທ່ານຈື່ບໍ່ໄດ້ ວ່າຕົນໄດ້ພົບປະກັບເຈົ້າໜ້າທີ່
ຣັດເຊຍ ຫຼືບໍ່ ເວລາຕົນເປັນຜູ້ຕາງໜ້າທີ່ປຶກສາດ້ານນະໂຍບາຍຕ່າງປະເທດຂອງທ່ານ
Trump ເມື່ອປີກາຍນີ້.

ໃນເດືອນມີນາຜ່ານມາ ລາຍງານຂ່າວໄດ້ເປີດເຜີຍວ່າ ທ່ານ Sessions ໄດ້ພົບປະກັບ
ທ່ານ Kislyak ຢ່າງໜ້ອຍສອງຄັ້ງ ຄືໃນເດືອນເມສາ ປີ 2016 ກ່ອນທ່ານ Donald
Trump ຊຶ່ງເວລານັ້ນເປັນຜູ້ສະໝັກປະທານາທິບໍດີ ຈາກພັກ ຣີພັບບລິກັນ ໄດ້ກ່າວຄຳ
ປາໄສ ກ່ຽວກັບນະໂຍບາຍຕ່າງປະເທດ ແລະ ອີກຄັ້ງນຶ່ງແມ່ນໃນເດືອນກໍລະກົດ ປີ
2016 ຢູ່ຂ້າງນອກຂອງກອງປະຊຸມຫຼວງແຫ່ງຊາດຂອງພັກຣິພັບບລິກັນ.

ໃນເວລານັ້ນ ທ່ານ Sessions ໄດ້ດັດແປງແກ້ໄຂຄວາມເວົ້າໃນເມື່ອກ່ອນຂອງຕົນ
ໂດຍກ່າວວ່າ ຕົນໄດ້ມີການພົບປະກັນ ແຕ່ບໍ່ໄດ້ລົມກັນ ກ່ຽວກັບ ການໂຄສະນາຫາສຽງ
ຂອງທ່ານ ທຣຳ ໃນການພົບປະຂອງພວກເພິ່ນ ແລ້ວກໍໄດ້ເອົາຕົວເອງຖອຍຫ່າງອອກ
ຈາກການສືບສວນໃດໆ ເລື່ອງການແຊກແຊງຂອງ ຣັດເຊຍ ເຂົ້າໃນການເລືອກຕັ້ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG