ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງກຳລັງ ອີຣັກ ຄາດວ່າ ຈະປະກາດໃຫ້ຊາບ ໄຊຊະນະ ໃນເມືອງ ໂມຊູລ ໃນໄວໆນີ້


ກອງກຳລັງຮັກສາຄວາມປອດໄພ ອີຣັກ ກ່າວວ່າ ພວກເຂົາເຈົ້າຄາດ ວ່າ ຈະປະກາດ ໄຊະນະໃນເມືອງ ໂມຊູລ ໃນບໍ່ເທົ່າໃດຊົ່ວໂມງໃກ້ຈະມາເຖິງນີ້, ເຊິ່ງອາດນຳໄປສູ່ການ
ສິ້ນສຸດອານາຈັກອິສລາມຂອງພວກ ລັດອິສລາມ ໃນດິນແດນເຄິ່ງໜຶ່ງຂອງ ອີຣັກ.

ກອງບັນຊາການປະຕິບັດການຮ່ວມ ໄດ້ກ່າວໃນວັນເສົາວານນີ້ວ່າ “ໜ່ວຍປະຕິບັດ
ການຂອງພວກເຮົາຍັງສືບຕໍ່ບຸກໂຈມຕີຢູ່. ຍັງເຫຼືອອີກບໍ່ຫຼາຍ ກ່ອນທີ່ກອງກຳລັງ
ຂອງພວກເຮົາຈະໄປຮອດແມ່ນໍ້າ.”

ໃນຕອນເຊົ້າຂອງວັນເສົາວານນີ້, ໂຄສົກກອງທັບ ອີຣັກ ຄົນໜຶ່ງໄດ້ ກ່າວທາງໂທລະ
ພາບລັດຖະບານວ່າກອງກຳລັງປ້ອງກັນຂອງພວກ ຫົວຮຸນແຮງກຳລັງຖືກທຳລາຍ. “ຕອນນີ້ພວກເຮົາໄດ້ເຫັນພື້ນທີ່ສຸດທ້າຍ ບໍ່ເທົ່າໃດແມັດ ແລະ ໄຊຊະນະຄັ້ງສຸດ
ທ້າຍກໍຈະຖືກປະກາດຂຶ້ນ.”

ພົນຈັດຕະວາກອງທັບສະຫະລັດ ທ່ານ Robert Sofge ໄດ້ກ່າວຕໍ່ ອົງການຂ່າວ AFP ໃນນະຄອນຫຼວງ ແບກແດັດ ວ່າ ການປະກາດ ໄຊຊະນະຂອງ ອີຣັກ “ແມ່ນໃກ້ຈະເກີດຂຶ້ນແລ້ວ.”

ບັນດາເຈົ້າໜ້າທີ່ ໄດ້ຄາດເດົາການຜ່າຍແພ້ຫຼາຍຄັ້ງຂອງພວກ IS ໃນສັບປະດາທີ່ຜ່ານ
ມາ, ໃນຂະນະທີ່ກອງກຳລັງໄດ້ຈຳກັດເນື້ອທີ່ຂອງ ພວກຫົວຮຸນແຮງ ໃນບໍລິເວນທີ່ນ້ອຍໆ
ຂອງເມືອງເກົ່າຢູ່ຕາມແມ່ນໍ້າ ທີກຣິສ. ແນວໃດກໍຕາມ, ໃນສອງສາມມື້ທີ່ຜ່ານມາ, ຄວາມ
ກ້າວ ໜ້າຂອງການບຸກໂຈມຕີຂອງກອງທັບ ໄດ້ດຳເນີນໄປຢ່າງຊັກຊ້າ.

ພວກຫົວຮຸນແຮງ IS ໄດ້ສັນຍາວ່າຈະ “ຕໍ່ສູ້ຈົນເຖິງແກ່ຊີວິດ.”

ກອງກຳລັງ ອີຣັກ ໄດ້ໃຊ້ການໂຈມຕີທາງອາກາດຂອງພັນທະມິດ ແລະ ການສະໜັບສະ
ໜູນເທິງພື້ນດິນ ສຳລັບການໂຈມຕີເພື່ອຍຶດ ຄືນເມືອງ ໂມຊູລ, ເຊິ່ງເປັນເມືອງທີ່ໃຫຍ່ທີ່
ສຸດ ທີ່ຖືກຍຶດໄປໂດຍພວກ IS ໃນປີ 2014.

ເມື່ອສາມປີທີ່ຜ່ານມາ, ຫົວໜ້າຂອງພວກ IS ທ້າວ Abu Bakr al-Baghdadi ໄດ້ປະ
ກາດເມືອງ ໂມຊູລ ເປັນອານາຈັກອິສລາມ ໃນຂົງ ເຂດອື່ນໆທີ່ກຸ່ມດັ່ງກ່າວໄດ້ຄວບຄຸມ
ໃນ ອີຣັກ ແລະ ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG