ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ​ແຊກຊຶມ​ເຂົ້າໄປ ໃນລະບົບ ​ຄອມ​ພິວ​ເຕີ ເກົາຫຼີ​ເໜືອ ເລີ້ມແຕ່ທ້າຍປີ 2010 ມາ


ລະບົບ ຄອມພິວເຕີຂອງເກົາຫຼີເໜືອ
ລະບົບ ຄອມພິວເຕີຂອງເກົາຫຼີເໜືອ

​ສື່​ລາຍ​ງານ​ວ່າ​ສະຫະລັດ​ໄດ້ແຊກຊຶມ​ເຂົ້າໄປໃນລະບົບ​ຄອມ​ພິວ​ເຕີ
​ຂອງ​ເກົາຫຼີ​ເໜືອ ຫຼາຍປີ​ມາ​ແລ້ວ ​ແລະ​ໃຊ້ຄວາມ​ສາມາດ​ດັ່ງກ່າວ
ລົງຄວາມເຫັນ​ວ່າ ພຽງ​ຢາງເປັນຜູ້​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ທາງ
ອິນເຕີແນັດຕໍ່​ບໍລິສັດຮູບ​ເງົາ Sony ເມື່ອໄວໆມານີ້.

ໜັງສືພິມ “New York Times” ​ໄດ້​ອ້າງຄຳ​ເວົ້າຂອງເຈົ້າ​ໜ້າ​ທີ່
ໜ່ວຍ​ສືບ​ລັບ​ສະຫະລັດ​ແລະຕ່າງ ປະເທດ​ ​ທີ່ກ່າວ​ວ່າ ວໍ​ຊີງ​ຕັນ
​ສາມາດ​ເຂົ້າ​ໄປໃນລະບົບຄອມ​ພິວ​ເຕີຂອງ​ເກົາຫຼີ​ເໜືອ ​ໃນ​ທ້າຍ​ປີ
2010 ໂດຍ​ໃຊ້​ຊອບແວຣ໌ທີ່ມີເປົ້າໝາຍເພື່ອທຳລາຍລະບົບ
ຄອມພິວເຕີທີ່​ເອີ້ນ​ວ່າ malware ນັ້ນ.

ໜັງສືພິມ New York Times ​ໄດ້​ກ່າວ​ວ່າ ພວກ​ສອດແນມຂອງ​ສະຫະລັດ “​ໄດ້​ເຈາະເຂົ້າໄປ
ໃນ​ຕາ​ໜ່າ​ງຂອງ​ຈີນ ທີ່​ເຊື່ອມ​ຕໍ່ເກົາຫຼີ​ເໜືອກັບ​ໂລກ​ພາຍ​ນອກ ​ໂດຍເລືອກ​ເອົາຕາໜ່າງ ເຊື່ອມ​ຕໍ່​ທາງ ມາ​ເລ​ເຊຍ ທີ່ພວກໂຈມຕີເຈາະຂໍ້ມູນຂອງເກົາຫຼີ​ເໜືອຫຼືແຮັກເກີ້​ນິຍົມ​ໃຊ້ນັ້ນ ແລະກໍ​ເຈາະໂດຍກົງ ເຂົ້າ​ໄປ​ໃນຕາໜ່າງເກົາຫຼີ​ເໜືອ ​ໂດຍໄດ້ຮັບ​ການ​ຊ່ອຍ​ເຫຼື​ອຈາກເກົາຫຼີໃຕ້ ​ແລະປະເທດພັນທະມິດ ອື່ນໆຂອງອາເມຣິກັນ.”

​ເຈົ້າ​ໜ້າ​ທີ່​ໄດ້​ບອກ​ກັບໜັງສືພິມ New York Times ວ່າ ການແຊກຊຶມຂອງສະຫະລັດ ເຂົ້າ
​ໄປ​ໃນ​ຕາໜ່າງຂອງເກົາຫຼີ​ເໜືອນັ້ນ ​ແມ່ນມີຄວາມ​ຫຼໍ່​ແຫຼມສຳຄັນ​ ຕໍ່ການຊັກຊວນ​ໃຫ້ປະທາ
ນາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ກ່າວ​ຫາຢ່າງເປັນການເປີດເຜີຍວ່າ ​ພຽງຢາງ ເປັນຜູ້ທຳການ​ໂຈມ​ຕີທາງ​ອິນ​ເຕີ​ແນັດ ຕໍ່​ບໍລິສັດຮູບ​ເງົາ Sony ໃນເດືອນພະຈິກປີກາຍ.

XS
SM
MD
LG